ເປັນທາງການແລ້ວ! ກຳນົດເປີດທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ 20 ທັນວານີ້. ພິເສດ 3 ວັນບໍ່ເກັບຄ່າຜ່ານທາງ

177

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ເລກທີ 1349/ຫສນຍ ລົງວັນທີ 11 ທັນວາາ 2020 ເລື່ອງ ທິດຊີ້ນໍາກ່ຽວກັບ ພິທີເປີດການນໍາໃຊ້ທາງດ່ວນຊ່ວງນະຄອນຫຼວງວຽງຈັນ ຫາ ວັງວຽງ.


ອີງຕາມ ດໍາລັດ ສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ອີງຕາມ ເອກະສານສະເໜີ ຂອງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 2084/ກຜທ, ລົງວັນທີ 09 ທັນວາ 2020 ແລະ ອີງຕາມ ການຕົກລົງ ແລະ ເຫັນດີ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 10 ທັນວາ 2020. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງການຂໍ້ຕົກລົງ ແລະ ເຫັນດີ ຂອງທ່ານນາຍົກລັດຖະມົນຕີ ຄື:


1. ເຫັນດີອະນຸມັດໃຫ້ຈັດພິທີເປີດການນຳໃຊ້ທາງດ່ວນຊ່ວງນະຄອນຫຼວງວຽງຈັນ ຫາ ວັງວຽງ ຢ່າງເປັນທາງການ ໃນວັນທີ 20 ທັນວາ 2020 ໂດຍບໍ່ເສຍຄ່າທໍານຽມຜ່ານທາງເປັນເວລາ 3 ວັນ ໃນລະຫວ່າງວັນທີ 21-23 ທັນວາ 2020 ເພື່ອເປັນການຊົມເຊີຍວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຕາມການສະເໜີ ຂອງກະຊວງແຜນການ ແລະ ການລົງທຶນ.


2. ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການເປີດການນໍາໃຊ້ທາງດ່ວນດັ່ງກ່າວ.” ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້.


ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ເມືອງວັງວຽງ, ແຂວງວຽງຈັນ ມີຈຸດເລີ່ມຕົ້ນຢູ່ແຕ່ສາມແຍກສີເກີດ ແລະ ຈຸດສຸດທ້າຍຢູ່ເມືອງວັງວຽງ ມີຄວາມຍາວທັງໝົດ 109,10 ກິໂລແມັດ, ຕັດຜ່ານ 4 ເມືອງຄື: ເມືອງນາຊາຍທອງ, ເມືອງໂພນໂຮງ, ເມືອງຫີນເຫີບ ແລະ ເມືອງວັງວຽງ.
ການອອກແບບປະກອບມີ: ຄວາມກວ້າງທັງໝົດ 23 ແມັດ , ອອກແບບຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ (JTG Bo1-2014) ແລະ ມາດຕະຖານເຕັກນິກຂອງທາງອາຊຽນ ເປັນພື້ນຖານ, ມີອຸໂມງ 1 ແຫ່ງ ເບື້ອງຊ້າຍຍາວ 875 ແມັດ ແລະ ເບື້ອງຂວາຍາວ 845 ແມັດ, ຂົວ 45 ແຫ່ງ ຍາວທັງໝົດ 2.408 ແມັດ.

ຕອນທາງປະກອບມີ: ຈຸດເຊື່ອມຕໍ່ທັງໝົດຈໍານວນ 7 ແຫ່ງ, ຈຸດເກັບເງິນມີ 8 ແຫ່ງ (ນະຄອນຫຼວງວຽງຈັນ,ບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ, ບ້ານທ່າເຮືອ ແລະ ເມືອງວັງວຽງ).ຈຸດບໍລິການ ມີ 3 ຈຸດ (ນະຄອນຫຼວງວຽງຈັນ, ເມືອງໂພນໂຮງ ແລະ ເມືອງວັງວຽງ), ຈຸດພັກລົດ ມີ 2 ຈຸດ (ບ້ານນາຂ່າ ເມືອງໂພນໂຮງ ແລະ ບ້ານທ່າເຮືອ ອ່າງນ້ຳງື່ມ, ເມືອງຫີນເຫີບ), ສູນຄວບຄຸມມີ 2 ບ່ອນ (1 ບ່ອນສູນຄວບຄຸມເສັ້ນທາງ ແລະ 1 ບ່ອນ ສູນຄວບຄຸມອຸໂມງ) ແລະ ສູນສ້ອມແປງມີ 2 ບ່ອນ (ນະຄອນຫຼວງວຽງຈັນ ແລະ ເມືອງວັງວຽງ)