ຖ້ຳປູຄຳ ສະຖານທີ່ທ່ອງທ່ຽວເມືອງວັງວຽງ ໄປງ່າຍ ເສັ້ນທາງສະດວກ

380

“ ເມືອງເກົ່າໄຜ່ໜາມ ລືນາມອ່າງນໍ້າງື່ມ ຕໍານານເດີນລາຍງ້າວ ອູ່ເຂົ້າຊາວເມືອງ ຄົນເຮືອງຂັບງື່ມດື່ມດໍາທໍາມະຊາດ ປະຊາຣາຊສາມັກຄີ ” ເປັນຄໍາຂວັນຂອງແຂວງ  ວຽງຈັນ ເຊິ່ງຢູ່ຖັດຈາກນະຄອນຫຼວງວຽງຈັນ ໄປທາງທິດເໜືອ, ເປັນແຂວງໜ້າດ່ານ ເພື່ອຜ່ານໄປຫາບັນດາ  ແຂວງທາງພາກເໜືອຂອງປະເທດເຮົາ.

ແຂວງວຽງຈັນ ເປັນທີ່ຕັ້ງຂອງນະຄອນໄຜ່ໜາມທີ່ຮຸ່ງເຮືອງເຫຼືອງເຫຼື້ອມ ໃນສະໄໝອານາຈັກລ້ານຊ້າງໃນຍຸກເຈົ້າຟ້າງຸ່ມ ມະຫາກະສັດຜູ້ທ້ອນໂຮມດິນແດນລາວອັນກວ້າງໃຫຍ່ໄພສານ. ມາຮອດປີ ຄ.ສ 1989 ແຂວງ ວຽງຈັນ ກໍໄດ້ຖືກແຍກອອກຈາກນະຄອນຫຼວງວຽງຈັນ ເຊິ່ງແຂວງວຽງຈັນ ປະກອບດ້ວຍ 11 ເມືອງ ຄື: ເມືອງວຽງຄໍາ, ເມືອງເຟືອງ, ເມືອງຫີນເຫີບ, ເມືອງກາສີ, ເມືອງວັງວຽງ, ເມືອງແກ້ວອຸດົມ, ເມືອງໂພນໂຮງ, ເມືອງໝື່ນ, ເມືອງແມດ, ເມືອງທຸລະຄົມ ແລະ ເມືອງຊະນະຄາມ ມີພົນລະເມືອງທັງໝົດປະມານ 5 ແສນຄົນ.

No description available.

ແຂວງວຽງຈັນ ມີທ່າແຮງບົ່ມຊ້ອນຫຼາຍດ້ານໃນການພັດທະນາເສດຖະກິດ – ສັງຄົມ ກໍຄືການທ່ອງທ່ຽວ ເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນເມືອງວັງວຽງ ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ. ອາຫານທີ່ຂຶ້ນຊື່ຂອງແຂວງ ວຽງຈັນ ກໍມີສົ້ມປາ, ປາແດກ, ປາແຫ້ງ ຈາກບ້ານທ່າເຮືອເມືອງວັງວຽງ, ສົ້ມປາໂດ ແລະ ປາແກ້ວ ຈາກບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແລະ ຊຸບຜັກແຊບໆຈາກເມືອງວັງວຽງ ແລະ ເມືອງກາສີ.

No description available.

ນອກຈາກນີ້, ເມືອງວັງວຽງ ຍັງເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງໃຫ້ນັກທ່ອງທ່ຽວທັງຫຼາຍໄດ້ເລືອກໄປທ່ຽວຊົມ ແລະ ພັກຜ່ອນກັບບັນຍາກາດຂອງສະຖານທີ່ແຫ່ງຕ່າງໆ ແລະ ຈຸດສະຖານທີ່ທ່ອງທ່ຽວທີ່ໃຜໄປຮອດເມືອງວັງວຽງ ແລ້ວຕ້ອງໄປໃຫ້ໄດ້ອີກສະຖານທີ່ໜຶ່ງນັ້ນກໍຄື “ ຖ້ຳປູຄໍາ ” ເພາະແຫຼ່ງທ່ອງທ່ຽວແຫ່ງນີ້ຢູ່ບໍ່ໄກຈາກຕົວເມືອງ ແລະ ເສັ້ນທາງໄປຖ້ຳປູຄຳກໍບໍ່ຫຍຸ້ງຍາກ ທ່ານສາມາດຂີ່ລົດຈັກເລາະໄປຕາມເສັ້ນທາງປູຢາງພ້ອມທັງຮັບອາກາດທີ່ບໍລິສຸດ ເຢັນສະບາຍບວກກັບວິວທິວທັດຂອງພູຜາຂ້າງທາງແບບຊິວໆກັນໄປເລີຍ.

No description available.

ສະຖານທີ່ດັ່ງກ່າວຕັ້ງຢູ່ບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ, ສະຖານທີ່ນີ້ແມ່ນເປັນສະຖານທີ່ທີ່ທ່ານສາມາດເລືອກເຮັດກິດຈະກຳໄດ້ ບໍ່ວ່າຈະເປັນການປີນຜາເພື່ອເຂົ້າໄປໃນຖ້ຳເພື່ອຂາບໄຫວ້ສັກກາລະບູຊາພະພຸດທະຮູບ ພ້ອມທັງເບິ່ງຄວາມສວຍງາມພາຍໃນຖ້ຳປູຄຳ, ຂີ່ສະລິງ ແລະ ຫຼິ້ນນ້ຳທີ່ຢູ່ພາຍໃນສະຖານທີ່ແຫ່ງນີ້ໄດ້ອີກ.

ຖ້ຳປູຄຳ ມີຄວາມສູງຫ່າງຈາກໜ້າດິນ ປະມານ 100 ແມັດ, ຮູປາກທາງເຂົ້າຖ້ຳເປັນຮູນ້ອຍ ເມື່ອເຂົ້າໄປທາງດ້ານໃນຖ້ຳຈະມີລັກສະນະເປັນຜົ້ງກວ້າງຂວາງ, ໃນນັ້ນມີພະນອນ 1 ອົງ ແລະ ກ່າວກັນວ່າມີປູຄຳ 1 ຄູ່ ຢູ່ໃນຖ້ຳແຫ່ງນີ້, ຖ້າໃຜໂຊກດີເຂົ້າໄປກໍຈະພົບເຫັນປູຄຳຄູ່ນັ້ນ ແລະ ຢູ່ຕີນຜາທາງລຸ່ມ ຈະມີຫ້ວຍນ້ຳໃສ ສີຂຽວມໍລະກົດ ເຊິ່ງນ້ຳທີ່ຢູ່ໃນຫ້ວຍແມ່ນໄຫຼອອກມາຈາກຮູຜາ ແລະ ເພິ່ນເອີ້ນນ້ຳຫ້ວຍແຫ່ງນີ້ວ່າ ບູລາກູນ.

No description available.

ນອກນີ້, ທ່ານຍັງສາມາດໄປສະຖານທີ່ທ່ອງທ່ຽວແຫ່ງຕ່າງໆທີ່ເປັນຈຸດສໍາຄັນ ແລະ ມີຊື່ສຽງຂອງເມືອງວັງວຽງ ບໍ່ວ່າຈະເປັນ ຖ້ຳຈັງ, ຖ້ຳລົມ ຫຼື ບັນຍາກາດແຄມນ້ຳຊອງທີ່ເຢັນສະບາຍ ໃນເວລາທີ່ທ່ານຕ້ອງການຢາກໄປພັກຜ່ອນກັບຄອບຄົວ, ໝູ່ເພື່ອນໄດ້ອີກດ້ວຍ.