ກຽມຈັດງານວາງສະແດງສິນຄ້າລາວ 2020

145

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມການຄ້າກະຊວງອຸດສາຫະກຳ ແລະ ການຄ້າ ຖະແຫຼງຂ່າວກຽມຈັດງານສະແດງສິນຄ້າລາວ ປະຈໍາປີ 2020 ທີ່ສູນການຄ້າລາວ – ໄອເຕັກ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າຂອງລາວ.

ພິທີຖະແຫຼງຂ່າວຈັດຂຶ້ນວັນທີ 10 ທັນວາ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ເຂົ້າຮ່ວມຂອງ ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ມີຜູ້ປະກອບການພາກທຸລະກິດເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເພື່ອເປັນການກະຕຸ້ນເສດຖະກິດພາຍໃນ ຊຸກຍູ້ໃຫ້ມີການໃຊ້ຈ່າຍ ແລະ ການບໍລິການພາຍໃນປະເທດໃຫ້ຫຼາຍຂຶ້ນ ພ້ອມທັງເປັນການສົ່ງເສີມການຜະລິດພາຍໃນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ, ສຄອຊ ຮ່ວມກັບ ສຄອ ນະຄອນຫຼວງວຽງຈັນ ແລະ ສຄອ ບັນດາແຂວງ, ສະມາຄົມ, ກຸ່ມທຸລະກິດ ໄດ້ຈັດງານຜະລິດຕະພັນລາວຂຶ້ນ 2020 ຫຼື Made in laos 2020 ເຊິ່ງຈະຈັດຂຶ້ນໃນວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ທີ່ສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

Image may contain: 1 person, sitting

ພາຍໃນງານມີການສະແດງສິນຄ້າທີ່ຫຼາກຫຼາຍ 100 ກວ່າບໍລິສັດ ຈາກທຸກແຂວງ ແລະ ຫຼາຍກວ່າ 220 ຫ້ອງວາງສະແດງ ເຊິ່ງຈະມີຜະລິດຕະພັນທີ່ເປັນເອກະລັກ ແລະ ຜະລິດຕະພັນໃໝ່ໆທີ່ຈະນໍາມາສະເໜີໃນງານ. ພ້ອມນັ້ນ, ຍັງມີກອງປະຊຸມສໍາມະນາໃຫ້ຄວາມຮູ້ແກ່ຜູ້ປະກອບການທາງດ້ານ E Commerce, ການເຂົ້າຫາແຫຼ່ງທຶນ, ການປັບຕົວໃນສະພາບ New Normal ກອງປະຊຸມພົບປະທຸລະກິດ ແລະ ອື່ນໆ.

Image may contain: 4 people, indoor

ທ່ານ ສີສັງຄົມ ໂຄດໂຍທາ ກ່າວວ່າ: ງານດັ່ງກ່າວມີຄວາມສໍາຄັນຢ່າງຍິ່ງ ເພື່ອຮວບຮວມເອົາຜະລິດຕະພັນສິນຄ້າທີ່ເປັນພູມປັນຍາຂອງຄົນລາວເຮົາ ຜະລິດໃນປະເທດລາວເຂົ້າມາຮວມຕົວກັນ ເຊິ່ງເປັນອັນພົ້ນເດັ່ນຫຼາຍ. ພ້ອມນັ້ນ, ຈະມີກິດຈະການດ້ານການບໍລິການທ່ອງທ່ຽວ ແລະ ມີຫຼາຍກວ່າ 10 ກິດຈະການທີ່ປິ່ນອ້ອມເຂົ້າມາລວມຕົວກັນ ເພື່ອໃຫ້ລູກຄ້າໄດ້ເຂົ້າມາຈັບຈ່າຍຊື້ – ຂາຍສິນຄ້າ ໂດຍຄາດຄະເນມີຜູ້ເຂົ້າທ່ຽວຊົມ 8 – 10 ພັນຄົນຕໍ່ວັນ ແລະ ມີເງິນສະພັດພາຍໃນງານ 3,5 ຫາ 4 ຕື້ກີບຕໍ່ວັນ.