ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຖວທ ຄັ້ງທີ V

169

ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ “ ການນໍາພາ ເຂັ້ມແຂງ, ການຄຸ້ມຄອງ ສັກສິດ, ຂ່າວສານ ທັນສະໄໝ, ວັດທະນະທໍາ ສີວິໄລ, ທ່ອງທ່ຽວ ຍືນຍົງ ” ໃນຕອນເຊົ້າວັນທີ 10 ທັນວາ 2020 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ; ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີຮອງເລຂາ ແລະ ກໍາມະການພັກ ຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນ ຈໍານວນ 402 ສະຫາຍ ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈໍານວນ 849 ສະຫາຍ ຍິງ 307 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ IV, ປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຖວທ ຊຸດໃໝ່ ສະໄໝທີ V ເພື່ອເປັນຫຼັກແຫຼ່ງແກ່ນສານໃນການສືບຕໍ່ຊີ້ນໍາ – ນໍາພາວຽກງານ ຖວທ ໃນຊຸມປີຕໍ່ໜ້າ. ພ້ອມນີ້, ກອງປະຊຸມຍັງຈະໄດ້ເລືອກຕັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຈະໄຂຂຶ້ນໃນຕໍ່ໜ້າ.

ນອກຈາກນີ້, ກອງປະຊຸມຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານຂອງຄະນະພັກຊຸດໃໝ່ ກໍຄືບັນດາສະມາຊິກພັກທົ່ວກະຊວງ ຖວທ ຕື່ມອີກ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວເປີດກອງປະຊຸມມີບາງຕອນສໍາຄັນວ່າ: ກອງປະຊຸມໃຫຍ່ຄັ້ງນີ້ແມ່ນຂີດໝາຍສໍາຄັນທາງດ້ານການເມືອງຂອງທົ່ວກະຊວງ ຖວທ, ເປັນກອງປະຊຸມທີ່ມີເປົ້າໝາຍເພີ່ມທະວີຄຸນນະພາບການນໍາພາຂອງອົງຄະນະພັກ, ເຮັດໃຫ້ອົງຄະນະພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ດີ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນຂອງກອງປະຊຸມໃຫຍ່ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມຈິດໃຈ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນຢ່າງເລິກເຊິ່ງ ແລະ ສ້າງສັນ, ມີວິທີວິທະຍາສາດໃນການຕຶກຕອງ ແລະ ຕົກລົງບັນຫາຢ່າງຖີ່ຖ້ວນ ບົນພື້ນຖານຫຼັກໝັ້ນ, ທັດສະນະຊົນຊັ້ນ ແລະ ທັດສະນະພື້ນຖານຂອງພັກ ເພື່ອເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທຸກປະການ.

j5y7vZ.jpg

ຫຼັງຈາກນັ້ນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະເໜີບົດລາຍງານທັງສອງພາກຕໍ່ກອງປະຊຸມ ວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກກະຊວງ ຖວທ ໄດ້ສຸມທຸກຄວາມສາມາດຊີ້ນໍາ – ນໍາພາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ດໍາເນີນໄປຕາມແຜນ ແລະ ພັດທະນາຢ່າງຕໍ່ເນື່ອງ, ຄະນະພັກໄດ້ຖືວຽກງານແນວຄິດເປັນບຸລິມະສິດ ໂດຍເອົາວຽກງານດັ່ງກ່າວ ຕິດພັນ ແລະ ເຊື່ອມສານເຂົ້າກັບການເຄື່ອນໄຫວໃນທຸກຂົງເຂດວຽກງານທົ່ວຂະແໜງ ຖວທ, ສ້າງເປັນແຜນການການເຄື່ອນໄຫວຊີ້ນໍາໃຫ້ທຸກໜ່ວຍພັກສຸມໃສ່ການສຶກສາອົບຮົມການເມືອງ – ແນວຄິດຮັບປະກັນໃຫ້ສະມາຊິກພັກ – ພະນັກງານທົ່ວຄະນະພັກ ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວອີກວ່າ: ຜ່ານການຊີ້ນໍາ – ນໍາພາການຈັດຕັ້ງປະຕິບັດໃນໄລຍະຜ່ານ ເຫັນວ່າມີຜົນສໍາເລັດພົ້ນເດັ່ນຫຼາຍດ້ານ ເປັນຕົ້ນວຽກງານຖະແຫຼງຂ່າວ – ສື່ມວນຊົນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວນັບມື້ມີຄຸນນະພາບສູງຂຶ້ນ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ ນັບມື້ກວ້າງ ຂວາງ, ມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝ, ຂະຫຍາຍຕານ່າງຂ່າວສານກວມທົ່ວປະເທດຜ່ານລະບົບອິນເຕີເນັດ, ຫັນເປັນດິຈິຕອນ ແລະ ໄດ້ນໍາໃຊ້ດາວທຽມລາວ; ວຽກງານວັດທະນະທໍາ ໄດ້ສຸມໃສ່ການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ, ມາຮອດປີ 2020 ສາມາດສ້າງຄອບ   ຄົວວັດທະນະທໍາ ກວມເອົາ 77,1%, ສ້າງບ້ານວັດທະນະທໍາ ກວມເອົາ 77,5% ຂອງຈໍານວນຄອບຄົວ ແລະ ບ້ານທັງໝົດໃນທົ່ວປະເທດ.

ສໍາລັບວຽກງານທ່ອງທ່ຽວໄດ້ມີນັກທ່ອງທ່ຽວສາກົນເຂົ້າມາປະເທດເຮົາ ຈໍານວນ 21.769.811 ເທື່ອຄົນ, ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ – 19 ນັບແຕ່ເດືອນ 1 – 9 ປີ 2020 ໄດ້ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ທັງໝົດມີພຽງ 18% ຂອງຕົວເລກຄາດຄະເນໝົດປີ ແລະ ຄ່ອຍໆໜ້ອຍລົງ ໂດຍສະເລ່ຍຫຼຸດລົງ – 15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນມີອັດຕາຫຼຸດລົງ -74%.