ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຮັບເລືອກເປັນເລຂາຄະນະພັກກະຊວງ ຖວທ, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ ທັງເປັນປະທານກວດກາ

471

ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ອັດລົງດ້ວຍຜົນສໍາເລັດອັນສະຫງ່າງາມ ໃນຕອນບ່າຍວັນທີ 10 ທັນວາ 2020 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຈໍານວນ 23 ສະຫາຍ ຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ ແລະ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານ ໃນການນຳພາ-ຊີ້ນຳວຽກງານ ຖວທ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ.

ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກຕັ້ງເອົາ ສະຫາຍ ກິແກ້ວ ໄຂຄຳພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ, ເລືອກເອົາສະຫາຍ ວັນສີ ກົວມົວ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ນາງ ບົວມະນີ ໄຊທິລາດ ເປັນຮອງປະທານກວດກາ

ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖວທ ໄດ້ດໍາເນີນເປັນເວລາໜຶ່ງວັນເຕັມ ພາຍໃຕ້ຄໍາຂວັນ “ການນໍາພາເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ ວັດທະນະທໍາສີວິໄລ ທ່ອງທ່ຽວຍືນຍົງ” ໂດຍການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖວທ. ໃຫ້ກຽດເຂົ້າຮ່ວມກອງປະຊຸມ ໂດຍ ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ.


ຕະຫຼອດໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັັ້ງທີ IV ໃນຕະຫຼອດໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ.ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສໍາຫຼວດ ການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ຖວທ ຄັັ້ງທີ IV ຢ່າງເປັນເອກະສັນ.

ພ້ອມດຽວກັນ ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ ແລະ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫຼັກແຫຼ່ງແກ່ນສານ ໃນການນຳພາ-ຊີ້ນຳວຽກງານ ຖວທ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ ເຊິ່ງມີຜູ້ລົງສະໝັກທັງໝົດ 27 ສະຫາຍ, ຍິງ 9 ສະຫາຍ, ເລືອກເອົາ 23 ສະຫາຍ, ຍິງ 6 ສະຫາຍ.


ຄະນະພັກກະຊວງ ຖວທ ສະໄໝທີ V ຈໍານວນ 23 ສະຫາຍ ມີລາຍຊື່ ດັ່ງນີ້:
1. ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ
2. ສະຫາຍ ອຸ່ນທວງ ຂາວພັນ
3. ສະຫາຍ ວັນສີ ກົວມົວ
4. ສະຫາຍ ໂພສີ ແກ້ວມະນີວົງ
5. ສະຫາຍ ນາງ ແພງຈັນ ແພງເມືອງ
6. ສະຫາຍ ປອ. ອາລຸນ ບຸນມີໄຊ
7. ສະຫາຍ ວັນໄຊ ຕະວິນຍານ
8. ສະຫາຍ ປອ. ນ. ບົວໄຂ ເພັງພະຈັນ
9. ສະຫາຍ ນາງ ຂັນທະລີ ພົນຢ້ຽມ
10. ສະຫາຍ ນາງ ບົວມະນີ ໄຊທິລາດ
11. ສະຫາຍ ບົວໄລ ພານຸວົງ
12. ສະຫາຍ ປອ. ວຽງພອນ ສຸກຂະວົງ
13. ສະຫາຍ ຄໍາເຜີຍ ພີລາພາ
14. ສະຫາຍ ສົມສະຫວາດ ພົງສາ
15. ສະຫາຍ ສຸວັນ ວິໄລແສງ
16. ສະຫາຍ ພະຂັນໄຊ ສີຄັນໄຊ
17. ສະຫາຍ ນາງ ດາລານີ ພົມມະວົງສາ
18. ສະຫາຍ ຄໍາຫລ້າ ຍອຍສາຍຄໍາ
19. ສະຫາຍ ປອ. ຄໍາສຸກ ແກ້ວວົງຊາຍ
20. ສະຫາຍ ປອ. ອໍາຄາ ວົງໝື່ນກ້າ
21. ສະຫາຍ ທອງຫລໍ່ ດວງສະຫວັນ
22. ສະຫາຍ ນາງ ວອນວິໄລ ລັດຖະຟ້າສະຫວ່າງ
23. ສະຫາຍ ຄຳເພົ້າ ວັນນະວົງ


ກອງປະຊຸມຄັ້ງປະຖົມມະລຶກຄະນະພັກກະຊວງ ຖວທ ສະໄໝທີ V ໄດ້ເລືອກເອົາຄະນະປະຈໍາພັກກະຊວງ ຈໍານວນ 7 ສະຫາຍ ດັ່ງນີ້:
1. ສະຫາຍ ກິແກ້ວ ໄຂຄຳພິທູນ
2. ສະຫາຍ ອຸ່ນທວງ ຂາວພັນ
3. ສະຫາຍ ວັນສີ ກົວມົວ
4. ສະຫາຍ ໂພສີ ແກ້ວມະນີວົງ
5. ສະຫາຍ ນາງ ແພງຈັນ ແພງເມືອງ
6. ສະຫາຍ ປອ. ອາລຸນ ບຸນມີໄຊ
7. ສະຫາຍ ປອ. ນາງ ບົວໄຂ ເພັງພະຈັນ


ກອງປະຊຸມໄດ້ເລືອກຕັ້ງເອົາ ສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V, ເລືອກເອົາ ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ ທັງເປັນປະທານກວດກາພັກ; ເລືອກເອົາ ສະຫາຍ ນາງ ບົວມະນີ ໄຊທິລາດ ແລະ  ສະຫາຍ ຄຸນສະຫວັດ ຊຸ່ມມະນີວົງ ເປັນຮອງປະທານກວດກາພັກ


ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຍັງໄດ້ເລືອກຕັັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ຈຳນວນ 6 ສະຫາຍ, ຍິງ 2 ສະຫາຍ ດັ່ງນີ້:
1. ສະຫາຍ ອຸ່ນທວງ ຂາວພັນ
2. ສະຫາຍ ວັນສີ ກົວມົວ
3. ສະຫາຍ ໂພສີ ແກ້ວມະນີວົງ
4. ສະຫາຍ ນາງ ແພງຈັນ ແພງເມືອງ
5. ສະຫາຍ ວັນໄຊ ຕະວິນຍານ
6. ສະຫາຍ ປອ. ນາງ ບົວໄຂ ເພັງພະຈັນ
ເລືອກເອົາຜູ້ແທນສໍາຮອງ ປະກອບ ມີ 2 ສະຫາຍ, ຍິງ 1 ສະຫາຍ ຄື:
1. ສະຫາຍ ປອ. ອາລຸນ ບຸນມີໄຊ
2. ສະຫາຍ ນາງ ຂັນທະລີ ພົນຢ້ຽມ


ໂອກາດສໍາຄັນນີ້ ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນຂອງອົງຄະນະພັກກະຊວງ ຖວທ ທີ່ຍາດມາໄດ້ໃນ 5 ປີຜ່ານມາ, ພ້ອມທັງສະແດງຄວາມຊົມເຊີຍມາຍັງຄະນະບໍລິຫານງານຊຸດໃໝ່ ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ຊຶ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງຜູ້ແທນກອງປະຊຸມ ແລະ ເປັນການມອບໝາຍໜ້າທີ່ວຽກງານທີ່ສຳຄັນ ແລະ ມີກຽດ ເພື່ອສືບຕໍ່ນຳພາ-ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວໃນຕໍ່ໜ້າ.