ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຄັ້ງທີ V

325

ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ “ການນໍາພາ ເຂັ້ມແຂງ, ການຄຸ້ມຄອງ ສັກສິດ, ຂ່າວສານ ທັນສະໄໝ, ວັດທະນະທໍາ ສີວິໄລ, ທ່ອງທ່ຽວ ຍືນຍົງ” ໃນຕອນເຊົ້າວັນທີ 10 ທັນວາ 2020 ທີ່ຫໍວັດທະນະທຳແຫ່ງຊາດ.

ໂດຍການເປັນປະທານ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ; ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີຮອງເລຂາ ແລະ ກໍາມະການພັກ ຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນຈໍານວນ 402 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈໍານວນ 849 ສະຫາຍ, ຍິງ 307 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫລວດການນໍາພາ ລວມຂອງຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ IV, ປ່ອນບັດເລືອກຕັ້ງເອົາຄະນະພັກກະຊວງ ຖວທ ຊຸດໃໝ່ສະໄໝທີ V ເພື່ອເປັນຫລັກແຫລ່ງແກ່ນສານ ໃນການສືບຕໍ່ຊີ້ນໍາ-ນໍາພາວຽກງານ ຖວທ ໃນຊຸມປີຕໍ່ໜ້າ. ພ້ອມນີ້ ກອງປະຊຸມຍັງຈະໄດ້ເລືອກຕັັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກໃນຈະໄຂຂຶ້ນໃນຕໍ່ໜ້າ.


ນອກຈາກນີ້ ກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກ ງານຂອງ ຄະນະພັກຊຸດໃໝ່ ກໍຄື ບັນດາສະມາຊິກພັກທົ່ວກະຊວງ ຖວທ ຕື່ມອີກ.
ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວເປີດກອງປະຊຸມໃຫຍ່ຄັ້ງນີ້ ມີບາງຕອນສໍາຄັນວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນຂີດໝາຍສໍາຄັນທາງດ້ານການເມືອງ ຂອງທົ່ວກະຊວງ ຖວທ. ເປັນກອງປະຊຸມທີ່ມີເປົ້າໝາຍເພີ່ມທະວີ ຄຸນນະພາບ ການນໍາພາຂອງອົງຄະນະພັກ, ເຮັດໃຫ້ອົງຄະນະພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ດີ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນຂອງກອງປະຊຸມໃຫຍ່ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມຈິດໃຈ ແລະ ສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ສ້າງສັນ, ມີວິທີວິທະຍາສາດໃນການຕຶກຕອງ ແລະ ຕົກລົງບັນຫາຢ່າງຖີ່ຖ້ວນ ບົນພື້ນຖານຫຼັກໝັ້ນ, ທັດສະນະຊົນຊັ້ນ ແລະ ທັດສະນະພື້ນຖານຂອງພັກ ເພື່ອເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທຸກປະການ.


ຫຼັງຈາກນັ້ນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ສະເໜີບົດລາຍງານທັງສອງພາກຕໍ່ກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກກະຊວງ ຖວທ ໄດ້ສຸມທຸກຄວາມສາມາດນໍາພາ-ຊີ້ນໍາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ດໍາເນີນໄປຕາມແຜນ ແລະ ພັດທະນາຢ່າງຕໍ່ເນື່ອງ, ຄະນະພັກໄດ້ຖືວຽກງານແນວຄິດເປັນບູລິມະສິດ ໂດຍເອົາວຽກງານດັ່ງກ່າວ ຕິດພັນ ແລະ ເຊື່ອມສານເຂົ້າກັບການເຄື່ອນໄຫວໃນທຸກຂົງເຂດ ວຽກງານທົ່ວຂະແໜງ ຖວທ, ສ້າງເປັນແຜນການການເຄື່ອນ ໄຫວຊີ້ນໍາໃຫ້ທຸກໜ່ວຍພັກ ສຸມໃສ່ການສຶກສາອົບຮົມການເມືອງ-ແນວຄິດ ຮັບປະກັນໃຫ້ສະມາຊິກພັກ-ພະນັກງານທົ່ວຄະນະພັກ ຮັກສາໄດ້ຄຸນທາດການເມືອງ ໜັກແໜ້ນ.


ສະຫາຍ ກິແກ້ວ ໄຂຄໍາພິທູນ ກ່າວອີກວ່າ: ຜ່ານການຊີ້ນໍານໍາພາ ການຈັດຕັ້ງປະຕິບັດໃນໄລຍະຜ່ານ ເຫັນວ່າມີຜົນສໍາເລັດພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ນັບມື້ນັບມີຄຸນນະພາບສູງຂຶ້ນ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ ນັບມື້ກວ້າງຂວາງ, ມີພື້ນຖານ ວັດຖຸເຕັກນິກທີ່ທັນສະໄໝ, ຂະຫຍາຍຕາໜ່າງຂ່າວສານກວມທົ່ວປະເທດຜ່ານລະບົບອິນເຕີເນັດ, ຫັນເປັນດິຈີຕອນ ແລະ ໄດ້ນໍາໃຊ້ດາວທຽມລາວ; ວຽກງານວັດທະນະທໍາ ໄດ້ສຸມໃສ່ການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ, ມາຮອດປີ 2020 ສາມາດສ້າງຄອບຄົວວັດທະນະທໍາ ກວມເອົາ 77,1%, ສ້າງບ້ານວັດທະນະທໍາ ກວມເອົາ 77,5% ຂອງຈໍານວນຄອບຄົວ ແລະ ບ້ານທັງໝົດ ໃນທົ່ວປະເທດ.


ສໍາລັບວຽກງານທ່ອງທ່ຽວ ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາປະເທດເຮົາ ຈໍານວນ 21.769.811 ເທື່ອຄົນ , ໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ນັບແຕ່ເດືອນ 1-9 ປີ 2020 ໄດ້ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ທັງໝົດມີພຽງ 18% ຂອງຕົວເລກຄາດຄະເນໝົດປີ ແລະ ຄ່ອຍໆໜ້ອຍລົງ ໂດຍສະເລ່ຍຫຼຸດລົງ – 15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນ ມີອັດຕາຫຼຸດລົງ -74%.

.

.

.

.

.

.

.

.