ລາວ-ຈີນເພີ່ມຄວາມເຂັ້ມແຂງວຽກງານປກຊ-ປກສ ຕາມຊາຍແດນລໍາແມ່ນໍ້າຂອງຕອນເໜືອ

144

ພິທີຕ້ອນຮັບ ສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນ ຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ພ້ອມຄະນະ ເຂົ້າຮ່ວມຊົມການສະແດງຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕາມຊາຍແດນ ລໍາແມ່ນໍ້າຂອງຕອນເໜືອ ຮ່ວມມືລາວ-ຈີນ ກອງຮ້ອຍທະຫານຊາຍແດນ 122 ດ່ານບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 09 ທັນວາ 2020 ທີ່ທ່າເຮືອກອງຮ້ອຍທະຫານຊາຍແດນ 122.

ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ວິດອນ ພຸດດາວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ບໍ່ແກ້ວ, ມີຄະນະປະຈໍາພັກກອງບັນຊາການ, ຄະນະພັກ – ຄະນະບັນຊາ, ແຂກຮັບເຊີນຈາກພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານຝ່າຍລາວ, ນາຍ ແລະ ພົນຕຳຫຼວດຝ່າຍຈີນ ເຂົ້າຮ່ວມ.

ຈາກນັ້ນ ໄດ້ພ້ອມກັນຢ້ຽມຊົມສະຖານທີ່ເຮືອນນອນ, ບ່ອນເຮັດວຽກ, ສະຖານທີ່ຮັບປະທານອາການສ່ວນຄົວ ແລະ ສະຖານທີ່ອື່ນໆ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ສປ ຈີນ ແລະ ຮ່ວມຮັບຊົມການສະແດງຂອງກອງຮ້ອຍທະຫານຊາຍແດນ 122 ຮ່ວມກັບຕຳຫຼວດປ້ອງການຊາຍແດນທາງນ້ຳແຂວງ ຢູນນານ ສປ ຈີນ ໂດຍມີ ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ, ມີການນຳແຂວງ ເຂົ້າຮ່ວມນໍາ.

ລາຍການສະແດງໃນຄັ້ງນີ້ລວມມີ 5 ລາຍການສະແດງຄື: ການຫັດກາຍມວຍ 16 ຈັງຫວະສະແດງຮ່ວມ ລາວ-ຈີນ, ມວຍທະຫານຊາຍແດນ 38 ຈັງຫວະ ສະແດງໂດຍກອງ ຮ້ອຍທະຫານຊາຍ ແດນ 122, ຫັດກາຍມວຍແທ່ງກະບີ່ 14 ຈັງຫວະສະແດງຮ່ວມລາວ-ຈີນ, ຕັ້ງດ່ານກວດກາລຽບຕາມເສັ້ນທາງຂອບເຂດຊາຍແດນສະແດງຮ່ວມລາວ – ຈີນ, ການປ້ອງກັນປະຕູໂຂງ ແລະ ຕ້ານພາກສ່ວນກໍ່ຄວາມບໍ່ສະຫງົບສະ ແດງຮ່ວມລາວ-ຈີນ. ນີ້ກໍ່ເພື່ອປະຕິບັດກົດໝາຍຮ່ວມລາດຕະເວນລາວ-ຈີນ ຄົບຮອບ 9 ປີ ຄັ້ງທີ່ 100. ກອງຮ້ອຍທະຫານຊາຍແດນ 122 ຮ່ວມກັບຕຳຫຼວດປ້ອງການຊາຍແດນທາງນ້ຳ ແຂວງຢູນນານ ສປ ຈີນ ໃນການສະກັດກັ້ນປະກົດການຫຍໍ້ທໍ້ຕາມຊາຍແດນທາງບົກ ແລະ ທາງນໍ້າ, ແມ່ນໍ້າລ້ານຊ້າງ, ແນໃສ່ເຮັດໃຫ້ເຂດຊາຍແດນ 4 ປະເທດ ລາວ, ໄທ, ຈີນ ແລະ ມຽນມາ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ.

ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ສະແດງຄວາມຮູ້ບຸນຄຸນນ້ອງຍໍຊົມເຊີຍທີ່ກອງທັບ ສປ ຈີນ ອ້າຍນ້ອງທີ່ຄ່ຽງບາຄ່ຽງໄຫຼ່ໃຫ້ການສະໜັບ ສະ ໜູນໃຫ້ການຊ່ວຍເຫຼືອກອງທັບ ສ ປປ ລາວ ຕະຫຼອດມາ ຈົນບໍ່ສາມາດຕີເປັນມູນຄ່າໄດ້ ແລະ ຫວັງວ່າພວກເຮົາຈະສືບຕໍ່ຮັກສາມູນເຊື້ອໃນການຮ່ວມມືຮອບດ້ານໄວ້ສືບຕໍ່ໄປ.

ຂະນະດຽວກັນສະຫາຍ ທ່ານ ພົນຕີ ຢວນຮ້າຜິງ ຫົວໜ້າກອງບັນຊາການໃຫຍ່ຕໍາຫຼວດລາດຕາເວນທາງນ້ຳແຂວງ ຢູນນານ ສປ ຈີນ ກ່າວວ່າ: ພວກເຮົາພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນຮ່ວມມືກັບກອງທັບ ສ ປປ ລາວ ໃນການໃນການປົກປັກຮັກສາເຂດນໍ້າແດນດິນໃຫ້ມີຄວາມສະຫງົບ ເຮັດໃຫ້ປະຊາຊົນບັນດາເຜົ່າທຳມາຫາກິນດ້ວຍຄວາມສະດວກສະບາຍ ພ້ອມ ກັນສ້າງສາພັດທະນາປະເທດຊາດນັບມື້ຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.