ການນໍາແຂວງບໍ່ແກ້ວ ຢ້ຽມຢາມໃຫ້ກໍາລັງໃຈຄົນເຈັບຢູ່ໂຮງໝໍເສນາຮັກທະຫານແຂວງ ແລະ ໂຮງໝໍແຂວງ

179

ວັນທີ 8 ທັນວາ 2020, ທ່ານ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍບັນດາການນໍາແຂວງ ແລະ ພະນັກງານລົງຢ້ຽມຢາມ ແລະ ມອບເຄື່ອງບໍລິໂພກ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ຄົນເຈັບຢູ່ໂຮງໝໍເສນາຮັກທະຫານແຂວງບໍ່ແກ້ວ ແລະ ໂຮງໝໍແຂວງ ໂດຍໄດ້ຮັບການຕ້ອນຮັບຈາກອໍານວຍການໂຮງໝໍ ພ້ອມດ້ວຍຄະນະພະນັກງານ – ແພດໝໍ.

ການຢ້ຽມຢາມໂຮງໝໍເສນາຮັກທະຫານແຂວງ ແລະ ໂຮງໝໍແຂວງຂອງການນໍາແຂວງບໍ່ແກ້ວຄັ້ງນີ້ ກໍຍ້ອນຄວາມເປັນຫ່ວງເປັນໄຍເຖິງປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະກໍແມ່ນຄົນເຈັບທີ່ກຳລັງນອນປິ່ນປົວຢູ່ແຕ່ລະຫ້ອງຕາມອາການ ເພື່ອໃຫ້ຄົນເຈັບມີກໍາລັງໃຈຟື້ນຈາກອາການເຈັບ ແລະ ຫາຍຂາດ ພ້ອມອອກໂຮງໝໍກັບເຮືອນ ດໍາລົງຊີວິດຢ່າງເປັນປົກກະຕິ ແລະ ເປັນການຊົມເຊີຍນໍ້າໃຈວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ຕ້ອນຮັບວັນເກີດ ຄົບຮອບ 100 ປີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ນັກຮົບປະຕິວັດ ຜູ້ເສຍສະຫຼະເລືອດເນື້ອ ເພື່ອພາລະກິດປົດປ່ອຍປະເທດຊາດໃຫ້ມີຄວາມໝາຍອັນໜັກແໜ້ນ.

[ ຂ່າວ: ຄຳພັນ ແກ້ວມະນີ ]