ຟູດແພນດ້າໃນຮອບ 1 ປີ ມີຜົນຕອບຮັບທີ່ດີຈາກສັງຄົມ ພ້ອມຢືນຢັນຂະຫຍາຍພື້ນທີ່ບໍລິການຂອບເຂດທົ່ວປະເທດໃນປີໜ້າ

337

ຟູດແພນດ້າ ( foodpanda ) ຫຼື ທີ່ຮູ້ຈັກກັນດີໃນນາມ ແພນດ້າບົວ ຜູ້ສ້າງພຶດຕິກຳການກິນແບບໃໝ່ໃຫ້ກັບຜູ້ບໍລິໂພກໃນລາວ ທັງເປັນຜູ້ພິກວົງການຈ້າງງານພະນັກງານອິດສະຫຼະ ເບີກທາງການເຮັດວຽກຮູບແບບໃໝ່ໃຫ້ນັກຂັບຂີ່ ແລະ ທີ່ສໍາຄັນເປັນຜູ້ພັດທະນາຊ່ອງທາງການຂາຍໃຫ້ຮ້ານອາຫານ ຈົນກາຍເປັນຜູ້ນຳທາງດ້ານການຈັດສົ່ງອາຫານອັນດັບໜຶ່ງໃນລາວ.

ຟູດແພນດ້າ ເລີ່ມເຂົ້າມາມີບົດບາດໃນລາວຕັ້ງແຕ່ປີ 2019 ແລະ ເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 4 ພະຈິກ 2019 ເປັນຕົ້ນມາ ເຊິ່ງນັບວ່າເປັນຄວາມທ້າທາຍຢ່າງຍິ່ງ ທີ່ບໍລິສັດເດລິເວີຣີ ລະດັບສາກົນ ຕັດສິນໃຈເຂົ້າມາລົງທຶນໃນລາວ ເນື່ອງຈາກເປັນເຄື່ອງມືການຊື້ອາຫານ “ ທາງອອນລາຍ ” ຈຶ່ງເປັນສິ່ງແປກໃໝ່ສຳລັບຄົນລາວ ແຕ່ໃນທີ່ສຸດດ້ວຍກົນລະຍຸດ ແລະ ຄວາມເອົາໃຈໃສ່ຕໍ່ກັບສິ່ງທ້າທາຍເຫຼົ່ານັ້ນ ຟູດແພນດ້າລາວ ກໍສາມາດຢືນໜຶ່ງໄດ້ໃນອຸດສາຫະກໍາປະເພດນີ້.

ໃນການເຂົ້າມາຂອງ ຟູດແພນດ້າ ນອກຈາກມີຄວາມຕັ້ງໃຈເປັນຜູ້ໃຫ້ບໍລິການດ້ານການຈັດສົ່ງອາຫານແລ້ວ ທາງຄະນະຜູ້ບໍລິຫານຍັງມີຄວາມມຸ່ງໝັ້ນໃຫ້ ຟູດແພນດ້າລາວ ເປັນອົງກອນໜຶ່ງໃນການສ້າງບຸກຄະລາກອນທີ່ມີຄຸນນະພາບ ໂດຍການນຳໃຊ້ຫຼັກວິຊາການ, ມາດຕະຖານຂອງການບໍລິການອັນດຽວກັບບໍລິສັດແມ່ ແລະ ຟູດແພນດ້າຕາມປະເທດຕ່າງໆ, ທັງນີ້ກໍເພື່ອຄົງໄວ້ເຊິ່ງຄວາມເພິ່ງພໍໃຈຂອງຄູ່ຮ່ວມທຸລະກິດ ເຊິ່ງຕັ້ງແຕ່ມື້ເລີ່ມໃຫ້ບໍລິການຈົນມາເຖິງປັດຈຸບັນ ຟູດແພນດ້າລາວ ໄດ້ສ້າງບຸກຄະລາກອນທີ່ມີຄຸນນະພາບແລ້ວ 100 ກວ່າຄົນ ແລະ ມີພະນັກງານຂົນສົ່ງອິດສະຫຼະນັບພັນຄົນໃນທົ່ວປະເທດ.

ນອກຈາກສິ່ງທ້າທາຍທີ່ກ່າວມາເບື້ອງຕົ້ນ ຍັງມີອີກໜຶ່ງສິ່ງທີ່ທ້າທາຍໜັກໜ່ວງ ນັ້ນກໍຄືວິກິດການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ອັນເປັນເຫດໃຫ້ມີການຈຳກັດການເດີນທາງ ຫຼື ລັອກດາວ ເກີດຂຶ້ນ ຟູດແພນດ້າລາວເອງກໍບໍ່ເມີນເສີຍກັບບັນຫາດັ່ງກ່າວ ແຕ່ໃນທາງກັບກັນ ຟູດແພນດ້າ ຍັງໄດ້ພິກບົດບາດກາຍເປັນຜູ້ຍື່ນມືໃຫ້ຄວາມຊ່ວຍເຫຼືອກັບບັນດາຜູ້ປະກອບການທາງດ້ານອາຫານ ທັງລາຍເກົ່າ ແລະ ໃໝ່ໄດ້ຫຼາຍທີ່ສຸດ. ເນື່ອງດ້ວຍວິໄສທັດ ແລະ ມຸ່ງໝັ້ນຕັ້ງໃຈນີ້ເອງ ຈຶ່ງເຮັດໃຫ້ ຟູດແພນດ້າລາວ ໄດ້ຫັນວິກິດ ແລະ ພິກໃຫ້ເປັນໂອກາດ ກ້າວຂ້າມຂີດຈຳກັດໃນໄລຍະນັ້ນດ້ວຍການເພີ່ມຈຳນວນພະນັກງານບໍລິການໃຫ້ຫຼາຍຂຶ້ນ ພ້ອມທັງເນັ້ນມາດຕະການຕ່າງໆທີ່ບໍ່ຂັດກັບທາງພາກລັດ ສົ່ງເສີມໃຫ້ທຸລະກິດຮ້ານອາຫານໄປຈົນເຖິງຜູ້ປະກອບການທີ່ບໍ່ມີໜ້າຮ້ານ ຟູດແພນດ້າລາວ ຍັງໃຫ້ການສົ່ງເສີມແບບເທົ່າທຽບ ຈົນກາຍເປັນໜຶ່ງຊ່ອງທາງເພີ່ມລາຍໄດ້ທີ່ຮືຮາ ແລະ ກາຍເປັນຜູ້ສ້າງວັດທະນະທຳໃໝ່ໃນການກິນໃຫ້ກັບຄົນລາວທີ່ຢູ່ນະຄອນຫຼວງວຽງຈັນ ແລະ ຄ່ອຍໆຂະຫຍາຍຕົວໄປຕາມແຂວງໃຫຍ່ໆໃນທົ່ວປະເທດ.

ດ້ວຍເຫດນີ້ໄລຍະພຽງ 1 ປີ ຟູດແພນດ້າລາວ ສາມາດຂະຫຍາຍຮ້ານຄ້າເຂົ້າໃນລະບົບໄດ້ຢ່າງຫຼວງຫຼາຍໃນຂອບເຂດທົ່ວປະເທດ, ອັນຖືວ່າເປັນການຂະຫຍາຍຕົວຢ່າງກ້າວກະໂດດຢ່າງຍິ່ງ ສຳລັບຕະຫຼາດໃໝ່ຄືປະເທດລາວ ແລະ ມີທ່າທີວ່າ ຟູດແພນດ້າ ຍັງມີອັດຕາການເຕີບໂຕໄດ້ຢ່າງຕໍ່ເນື່ອງອີກໃນປີ 2021 ເຊິ່ງເຫັນໄດ້ຈາກຍອດການສັ່ງອາຫານແບບອອນລາຍໃນແຕ່ລະເດືອນ ແລະ ຍອດຜູ້ຊົມໃຊ້ແອັບພລິເຄຊັນເພີ່ມຂຶ້ນ. ດ້ວຍເຫດນັ້ນ, ການເຕີບໂຕຂອງຮ້ານຄ້າ ກໍໝາຍເຖິງການເຕີບໃຫຍ່ຂະຫຍາຍຕົວທາງດ້ານບຸກຄະລາກອນຈັດສົ່ງອາຫານ ເຊິ່ງມາຮອດປັດຈຸບັນມີພະນັກງານຮັບສົ່ງອິດສະຫຼະ ຫຼາຍກວ່າ 1 ພັນຄົນ ໃນຂອບເຂດທົ່ວປະເທດ ກວມເອົາ 10 ແຂວງ ແລະ ຍັງມີແຜນຂະຫຍາຍການບໍລິການໄປໃນຂອບເຂດທົ່ວປະເທດ ພາຍໃນປີ 2021.

ສິ່ງທີ່ເປັນຕົວຢືນຢັນໃນການຕັດສິນໃຈຂອງບັນດາຮ້ານອາຫານ, ຮ້ານຄ້າ ໃຫ້ເຂົ້າມາຮ່ວມເປັນຄູ່ຄ້າທຸລະກິດ ກໍຄົງໜີບໍ່ພົ້ນຈຸດແຂງຂອງຟູດແພນດ້າທີ່ຢຶດຖືມາໂດຍຕະຫຼອດ ກໍຄືລາຄາທີ່ຖືກກວ່າ ແລະ ການຈັດສົ່ງທີ່ວ່ອງໄວ ໃສ່ໃຈເຖິງການສານສຳພັນກັບລູກຄ້າ ເອົາໃຈໃສ່ພັດທະນາສົ່ງເສີມການຂາຍທີ່ມີຄວາມຫຼາກຫຼາຍ. ຕະຫຼອດໄລຍະທີ່ຜ່ານມາ, ຟູດແພນດ້າ ໄດ້ສະແດງສັກກະຍະພາບເຖິງຄວາມໝັ້ນຄົງການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສາມາດສ້າງລາຍຮັບໄດ້ຢ່າງແທ້ຈິງ ຈຶ່ງກາຍເປັນທາງເລືອກໜຶ່ງໃຫ້ແກ່ເຈົ້າຂອງທຸລະກິດ ກໍຄືບັນດາຮ້ານຄ້າ, ຮ້ານອາຫານຕ່າງໆ ກ້າທີ່ຈະຕັດສິນໃຈໃນການເຂົ້າຮ່ວມທຸລະກິດ. ພາຍຫຼັງຮ້ານຄ້າ – ຮ້ານອາຫານທີ່ເຂົ້າຮ່ວມ ທີມງານ ຟູດແພນດ້າລາວ ແມ່ນມີຄວາມຕັ້ງໃຈທີ່ຈະຊ່ວຍກະຕຸ້ນ ຊ່ວຍສະໜັບສະໜູນ ດ້ວຍການເຮັດການຕະຫຼາດຮູບແບບໃໝ່ຢູ່ຕະຫຼອດ ສ້າງຄວາມແປກໃໝ່ໃຫ້ກັບຜູ້ບໍລິໂພກ ແລະ ເພີ່ມຍອດຂາຍໃຫ້ກັບຮ້ານຄ້າຫຼາຍຂຶ້ນ, ການພັດທະນາຟັງຊັນຂອງແອັບພລິເຄຊັນ, ການເພີ່ມກິດຈະກຳສະສົມຕ່າງໆ ເພື່ອຄືນກຳໄລໃຫ້ກັບຜູ້ບໍລິໂພກ ເພື່ອເປັນຫຼາຍກວ່າຜູ້ນຳທາງດ້ານການຈັດສົ່ງອາຫານ.

ທັງນີ້ຕະຫຼອດໄລຍະ 1 ປີຂອງ ຟູດແພນດ້າ ທີ່ດຳເນີນທຸລະກິດໃນລາວ ຈົນປະສົບຜົນສຳເລັດຕາມທີ່ຄາດຫວັງໄວ້ນັ້ນ ກໍລ້ວນແລ້ວມາຈາກການສະໜັບສະໜູນດ້ວຍດີຕະຫຼອດມາຂອງພີ່ນ້ອງຊາວລາວທຸກທ່ານ ກໍຄືບັນດາຮ້ານຄ້າຄູ່ຮ່ວມທຸລະກິດທີ່ໃຫ້ກະແສຕອບຮັບທີ່ດີ ແລະ ເຂົ້າມາເປັນສ່ວນໜຶ່ງໃນລະບົບຂອງຟູດແພນດ້າ ລວມໄປເຖິງບັນດາທີມງານທຸກຄົນທີ່ຕ່າງກໍທຸ່ມເທແຮງກາຍແຮງໃຈພ້ອມທີ່ຈະເຕີບໃຫຍ່ໄປພ້ອມກັນ.

ພວກເຮົາສັນຍາວ່າຈະຄົງຄວາມເປັນມາດຕະຖານໄວ້ ແລະ ພ້ອມທີ່ຈະພັດທະນາການບໍລິການຕ່າງໆໃຫ້ກ້າວທັນຕາມຍຸກສະໄໝ ແລະ ເຂົ້າເຖິງທຸກພື້ນທີ່ທົ່ວປະເທດ ເພື່ອຊີວິດ ແລະ ການເປັນຢູ່ຂອງພີ່ນ້ອງຊາວລາວໃຫ້ດີຂຶ້ນໃນອະນາຄົດ ກໍຄືໃນປີຕໍ່ໆໄປຂອງ ຟູດແພນດ້າ.