ພຣູເດັນໂຊລ໌ ລາວ ຈັດງານບໍລິຈາກເລືອດ ພາຍໃຕ້ໂຄງການ “ ພວກເຮົາເຮັດດີ ”

68

ໃນເດືອນພະຈິກຜ່ານມາ ພຣູເດັນໂຊລ໌ ລາວ ຈັດງານບໍລິຈາກເລືອດ ລວມເລືອດໄດ້ 100 ກວ່າຖົງ ເຊິ່ງເປັນກິດຈະກຳເນັ້ນຢໍ້າໂຄງການ “ ພວກເຮົາເຮັດດີ ” ຂອງພຣູເດັນໂຊລ໌ ລາວ.

ງານບໍລິຈາກເລືອດໂດຍ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ ຮ່ວມກັບ ອົງການກາແດງຈັດຂຶ້ນເມື່ອວັນທີ 18 ພະຈິກຜ່ານມາ ທີ່ສູນການຄ້າ ວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍເຫັນໄດ້ເຖິງຄວາມຈໍາເປັນ ແລະ ຄວາມຕ້ອງການເລືອດໃນສັງຄົມ ເພື່ອຊ່ວຍເຫຼືອຄົນເຈັບຢູ່ຕາມໂຮງໝໍຕ່າງໆໃນແຕ່ລະວັນ ທັງເພື່ອສຳຮອງເລືອດໃຫ້ກັບຜູ້ທີ່ຕ້ອງການໃນອະນາຄົດ ເຊິ່ງງານບໍລິຈາກເລືອດໄດ້ຈັດຂຶ້ນທີ່ຫ້ອງໂຖງໃຫຍ່ຂອງສູນຄ້າ ວຽງຈັນເຊັນເຕີ ໂດຍບັນຍາກາດເຕັມໄປດ້ວຍຜູ້ຄົນທີ່ເຂົ້າຮ່ວມບໍລິຈາກເລືອດເປັນຈຳນວນຫຼາຍ ແລະ ໃນນັ້ນລວມມີພະນັກງານຈາກບໍລິສັດ ພຣູເດັນໂຊລ໌ ລາວ, ຄູ່ຮ່ວມທຸລະກິດ ແລະ ຜູ້ທີ່ສົນໃຈບໍລິຈາກເລືອດຫຼາຍຄົນເຂົ້າຮ່ວມ.

ພາຍໃນງານພະນັກງານ ບໍລິສັດ ພຣູເດັນໂຊລ໌ ໄດ້ມີການແຈກຢາຍນ້ຳ ແລະ ອາຫານວ່າງ ລວມໄປເຖິງຂອງທີ່ລະນຶກໃຫ້ຜູ້ທີ່ເຂົ້າຮ່ວມບໍລິຈາກເລືອດ ຕາມຄຳໝັ້ນສັນຍາທີ່ວ່າ “ ຮັບຟັງ, ເຂົ້າໃຈ ແລະ ມອບສິ່ງທີ່ດີໃຫ້ແກ່ທ່ານ ” ເພື່ອເນັ້ນຢ້ຳໂຄງການ “ ພວກເຮົາເຮັດດີ ” ພຣູເດັນໂຊລ໌ ລາວ ມີ ຄວາມຍິນດີທີ່ຈັດງານບໍລິຈາກເລືອດ ເຊິ່ງເລືອດທີ່ຮວບຮວມໄດ້ໃນງານສາມາດຊ່ວຍຊີວິດໄດ້ ກວ່າ 100 ຊີວິດ. ທັງນີ້, ບໍລິສັດ ພຣູເດັນໂຊລ໌ ຮູ້ສຶກຂອບໃຈຜູ້ບໍລິຈາກ ແລະ ອາສາສະໝັກທຸກຄົນທີ່ຊ່ວຍປົກປ້ອງ ແລະ ຄຸ້ມຄອງສຸຂະພາບ ແລະ ການເປັນຢູ່ຂອງຊຸມຊົນລາວ.

ພຣູເດັນໂຊລ໌ ລາວ ໄດ້ມີຫ້ອງການຕົວແທນທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນເດືອນມີນາ 2015 ແລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນ ໃນເດືອນເມສາ 2016, ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນພຶດສະພາ 2016 ແລະ ນໍາເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການ ໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ ເຊິ່ງປັດຈຸບັນ ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານລະບົບທະນາຄານທົ່ວປະເທດ.

ສາມາດອ່ານຂໍ້ມູນເພີ່ມຕື່ມໄດ້ທີ່ www.prudential.la ກ່ຽວກັບ ພຣູເດັນໂຊລ໌ ລາວ.