ຜົນສຳເລັດການພັດທະນາເສດຖະກິດ – ສັງຄົມ ແຂວງອັດຕະປື 5 ປີຜ່ານມາ

229

ເຖິງວ່າການພັດທະນາເສດຖະກິດ – ສັງຄົມ ຂອງແຂວງອັດຕະປື ໃນໄລຍະ 5 ປີ 2016 – 2020 ຈະໄດ້ຮັບຜົນກະທົບຫຼາຍດ້ານ ແຕ່ຍ້ອນການເອົາໃຈໃສ່ຂອງຄະນະນຳແຂວງ ແລະ ຂະແໜງການກ່ຽວຂ້ອງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7% ຕໍ່ປີ, ແຕ່ຍ້ອນມີຫຼາຍປັດໄຈທີ່ເຮັດໃຫ້ໃນໄລຍະ 2 – 3 ປີຫຼັງ ບັນດາທີ່ເປັນຂະແໜງການເສົາຄໍ້າຫຼັກມີການເຕີບໂຕຫຼຸດຄາດໝາຍທີ່ກຳນົດໄວ້.

ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ແຂວງອັດຕະປື ໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງອັດຕະປື ( GDP ) ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 7,5% ຕໍ່ປີ ຫຼຸດແຜນ 0,5% ຍ້ອນໄດ້ຮັບຜົນກະທົບ 2 – 3 ປີຕິດຕໍ່ກັນ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.011 ໂດລາສະຫະລັດ ຫຼຸດແຜນ 889 ໂດລາສະຫະລັດ.

ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນນີ້, ຂະແໜງກະສິກໍາ ກວມເອົາ 23,39% ຫຼຸດແຜນ 1,61% ທຽບໃສ່ປີ 2015 ຫຼຸດລົງ 4,83%; ຂະແໜງອຸດສາຫະກໍາ ກວມເອົາ 36,87% ລື່ນແຜນ 3,87% ທຽບໃສ່ປີ 2015 ເພີ່ມຂຶ້ນ 0,57%; ຂະແໜງບໍລິການ ກວມເອົາ 39,74% ຫຼຸດແຜນ 2,26% ທຽບໃສ່ປີ 2015 ເພີ່ມຂຶ້ນ 4,29%; ການລົງທຶນລວມທົ່ວສັງຄົມ ປະຕິບັດໄດ້ທັງໝົດ 6.743,31 ຕື້ກີບ ເທົ່າກັບ 95% ຂອງແຜນການ.

ການເກັບລາຍຮັບງົບປະມານພາຍໃນແຂວງ ປະຕິບັດໄດ້ 686,24 ຕື້ກີບ ລື່ນແຜນ 14,37% ( ແຜນການ 600 ຕື້ກີບ ) ສະເລ່ຍເພີ່ມຂຶ້ນ 6,2% ຕໍ່ປີ.

ມູນຄ່າການສົ່ງອອກ ປະຕິບັດໄດ້ 454,59 ລ້ານໂດລາ ລື່ນແຜນ 19% ( ແຜນການ 383,42 ລ້ານໂດລາ ) ສະເລ່ຍເພີ່ມຂຶ້ນ 12,6% ຕໍ່ປີ. ໃນນີ້, ມູນຄ່າການສົ່ງອອກສິນຄ້າອຸດສາຫະກໍາປຸງແຕ່ງ 393,82 ລ້ານໂດລາ ກວມເອົາ 87%, ສິນຄ້າກະສິກໍາ 53,26 ລ້ານໂດລາ ກວມເອົາ 12%; ການນໍາເຂົ້າ ປະຕິບັດໄດ້ 231,26 ລ້ານໂດລາ ລື່ນແຜນ 81% ( ແຜນການ 127,45 ລ້ານໂດລາ ) ສະເລ່ຍເພີ່ມຂຶ້ນ 8,2% ຕໍ່ປີ.

ໄດ້ສຸມໃສ່ການຜະລິດສະບຽງອາຫານ ເປັນຕົ້ນການຜະລິດເຂົ້າ ລວມ 5 ປີ ໃນເນື້ອທີ່ 123.170 ເຮັກຕາ ໄດ້ຮັບຜົນຜະລິດ 320.601 ໂຕນ ເທົ່າກັບ 64% ຂອງແຜນການ ( ແຜນການ 500.903 ໂຕນ ), ສະມັດຖະພາບຜົນຜະລິດ 2,6 ໂຕນຕໍ່ເຮັກຕາ ສະເລ່ຍເຂົ້າເປືອກຕໍ່ຄົນຕໍ່ປີ ໄດ້ 414 ກິໂລ ( ມາດຖານ 280 ກິໂລຕໍ່ຄົນຕໍ່ປີ ) ເຫັນວ່າມີເຂົ້າກຸ້ມກິນ ແລະ ມີສ່ວນເຫຼືອແຮໄວ້.

ການຜະລິດເປັນສິນຄ້າ ກໍໄດ້ຮັບການສົ່ງເສີມຈາກພາກລັດ ແລະ ຜູ້ປະກອບການຫຼາຍຂຶ້ນ ໂດຍສະເພາະໃນຂົງເຂດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ເຊັ່ນ: ການປູກມັນຕົ້ນ ເນື້ອທີ່ 12.044 ເຮັກຕາ ໄດ້ຮັບຜົນຜະລິດ 402.837 ໂຕນ ລື່ນແຜນ 562% ( ແຜນການ 60.820 ໂຕນ ), ການປູກອ້ອຍ ເນື້ອທີ່ 24.953 ເຮັກຕາ ຜົນຜະລິດ 1.931.058 ໂຕນ ລື່ນແຜນ 127% ( ແຜນການ 851.640 ໂຕນ ), ການປູກກາເຟ ເນື້ອທີ່ 7.097 ເຮັກຕາ ຜົນຜະລິດ 9.241 ໂຕນ ລື່ນແຜນ 97% ( ແຜນການ 4.692 ໂຕນ ), ການປູກໝາກກ້ວຍ ເນື້ອທີ່ 8.977 ເຮັກຕາ ຜົນຜະລິດ 435.349 ໂຕນ ລື່ນແຜນຫຼາຍເທົ່າຕົວ ( ແຜນການ 20.496 ໂຕນ ).

ປັດຈຸບັນທົ່ວແຂວງມີຕານ່າງເສັ້ນທາງຄົມມະນາຄົມ ຍາວ 1.500 ກິໂລແມັດ ທຽບໃສ່ປີ 5 ປີຜ່ານມາ ເພີ່ມຂຶ້ນ 113,76 ກິໂລແມັດ, ບ້ານມີເສັ້ນທາງເຂົ້າເຖິງ 144 ບ້ານ ເທົ່າກັບ 100%, ບ້ານມີໄຟຟ້າຊົມໃຊ້ 144 ບ້ານ ເທົ່າກັບ 100%, ຄົວເຮືອນມີໄຟຟ້າຊົມໃຊ້ 29.029 ຄົວເຮືອນ ເທົ່າກັບ 95% ຂອງຄົວເຮືອນທັງໝົດ ( ແຜນການ 98% ), ລະບົບໂທລະຄົມມະນາຄົມ ແລະ ການສື່ສານ ກວມເອົາ 144 ບ້ານ ເທົ່າກັບ 100%, ອັດຕາສ່ວນການຊົມໃຊ້ໂທລະສັບ 215.883 ນໍ້າເບີ ເທົ່າກັບ 1,3 ນໍ້າເບີຕໍ່ຄົນ ຫຼື 151%, ການບໍລິການອິນເຕີເນັດ ມີ 83.922 ນໍ້າເບີ ກວມເອົາ 54% ຂອງປະຊາກອນ.

ການພັດທະນາວຽກງານຂົງເຂດວັດທະນະທຳ – ສັງຄົມ ໄດ້ຮັບຜົນສຳເລັດເປັນກ້າວໆ, ໃນນີ້ແຮງງານໃນຂົງເຂດກະສິກຳ ຫຼຸດລົງ 12,89%, ອຸດສາຫະກໍາ ເພີ່ມຂຶ້ນ 10,67% ແລະ ບໍລິການ ເພີ່ມຂຶ້ນ 2,22%; ໄດ້ຮັບຮອງເມືອງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ ສຳເລັດທຸກເມືອງ, ການຂະຫຍາຍໂຮງຮຽນລົງສູ່ເຂດຊົນນະບົດກວມເອົາທຸກບ້ານ, ອັດຕາການເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 67,8% ໃນປີ 2015 ມາເປັນ 74% ໃນປີ 2020 ( ແຜນການ 75% ).

ດ້ານສາທາລະນະສຸກ ກໍໄດ້ມີການຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ ຫຼາຍຄາດໝາຍສາມາດບັນລຸຕາມແຜນການ ເປັນຕົ້ນອັດຕາການຕາຍຂອງເດັກຕໍ່າກວ່າ 1 ປີ ຍັງເຫຼືອ  8ຕໍ່1.000 ຄົນ ( ແຜນການ 25 ຕໍ່ 1.000 ຄົນ ), ອັດຕາການຕາຍຂອງເດັກຕໍ່າກວ່າ 5 ປີ ຍັງເຫຼືອ 10 ຕໍ່ 1.000 ຄົນ ( ແຜນການ 35 ຕໍ່ 1.000 ຄົນ ), ອັດຕາການຊົມໃຊ້ນໍ້າສະອາດ 82,4% ( ແຜນການ 85% ), ອັດຕາການຊົມໃຊ້ວິດຖ່າຍຂອງປະຊາຊົນ 75,4% ( ແຜນການ 80% ) ສະຖານທີ່ປິ່ນປົວສຸຂະພາບຂອງປະຊາຊົນ ນັບແຕ່ຂັ້ນແຂວງລົງຮອດສຸກສາລາ ໄດ້ຮັບການປັບປຸງຍົກລະດັບຄຸນນະພາບດີຂຶ້ນ.