ໄປໃສ່ນໍ້າມັນໄວ້! ລັດແຈ້ງປັບລາຄານໍ້າມັນຂຶ້ນ ເລີ່ມມື້ອື່ນເປັນຕົ້ນໄປ

183

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ກ່ຽວກັບການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດ ວັນທີ 10 ທັນວາ 2020 ເປັນຕົ້ນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1120/ອຄ.ກຄພນ, ລົງວັນທີ 9 ທັນວາ 2020 ໃຫ້ຮູ້ວ່າ: ການປັບລລາຄາໃນຄັ້ງນີ້ ແອັດຊັງພິເສດປັບຂຶ້ນ 280ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 270 ກີບຕໍ່ລິດ ແລະ ກາຊວນປັບຂຶ້ນ 250ກີບ/ລິດ, ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດລົງ 100 ກີບ/ລິດ/ຊະນິດ. ລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດວັນທີ 10 ທັນວາ 2020 ເວລາ 06:00ໂມງ ເປັນຕົ້ນໄປ.

ດ້ານການຄິດໄລ່ພັນທະ ແລະ ເສຍຄ່າທໍານຽມຕ່າງໆແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0971/ກຄພນ.ຄສລ, ລົງວັນທີ 9 ທັນວາ 2020 ຈົນກວ່າຈະມີການປ່ຽນແປງ; ທັງນີ້, ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 1072/ອຄ.ກຄພນ, ລົງວັນທີ 26 ພະຈິກ 2020.