ແຂວງຈຳປາສັກ ສຸມໃສ່ຍົກລະດັບພື້ນຖານໂຄງລ່າງຍູ້ແຮງການພັດທະນາເສດຖະກິດ – ສັງຄົມ

536

ຕະຫຼອດໄລຍະ 45 ປີຜ່ານມາ ແຂວງຈຳປາສັກ ໄດ້ສຸມໃສ່ການຍົກລະດັບພື້ນຖານໂຄງລ່າງ ແນໃສ່ອຳນວຍ ຄວາມສະດວກໃຫ້ແກ່ການຄົມມະນາຄົມຂົນສົ່ງຍູ້ແຮງການພັດທະນາເສດຖະກິດ – ສັງຄົມ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ປັດຈຸບັນທົ່ວແຂວງມີທັງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງແຂວງ, ເສັ້ນທາງເຊື່ອມຕໍ່ຫາຊົນນະບົດ ແລະ ເຂດຜະລິດກະສິກໍາ ທັງໝົດ 761 ເສັ້ນ ຍາວ 4.319 ກິໂລແມັດ.

ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ໄດ້ກ່າວວ່າ: ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ຢູ່ແຂວງຈໍາປາສັກ ແມ່ນອີງຕາມການແບ່ງຄວາມຮັບຜິດຊອບ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ກັບ ພະແນກ ຍທຂ ແຂວງ ແລະ ແຂວງຈໍາປາສັກ ໄດ້ສຸມໃສ່ການປັບປຸງຍົກລະດັບບັນດາເສັ້ນທາງ ຕາມມາດຕະຖານທາງຜ່ານຂອງບັນດາແຂວງພາກໃຕ້ ແລະ ອະນຸພາກພື້ນ, ໂດຍສະເພາະໃນ 5 ປີຜ່ານມາ ແຂວງຈໍາປາສັກ ກໍໄດ້ສຸມໃສ່ ເຊັ່ນ: ເສັ້ນທາງຫຼວງແຫ່ງຊາດ ປັດຈຸບັນເຫັນວ່າສາມາດເຊື່ອມຈອດເຂົ້າຫາບັນດາເມືອງ ແລະ ບັນດາແຂວງ ທີ່ຕິດກັບ ໄດ້ຢ່າງສະດວກສະບາຍ ເຊັ່ນ: ທາງເລກ 13 ໃຕ້, ທາງເລກ 16, ທາງເລກ      16A, ທາງເລກ 18A ແລະ ທາງເລກ 20; ເສັ້ນທາງຫຼວງ  ແຂວງທີ່ເຊື່ອມຕໍ່ຫາເທສະບານບັນດາເມືອງ, ນະຄອນປາກເຊ ກໍສາມາດເຊື່ອມຈອດໄດ້ທຸກເມືອງ ເຊັ່ນ: ທາງເລກ 14A, ທາງບ້ານຫຽງ – ຊ່ອງຕາອູ ແລະ ທາງອື່ນໆຈໍານວນໜຶ່ງ.

ເສັ້ນທາງເທສະບານ  ແຂວງໄດ້ຮັບການປັບປຸງຍົກລະດັບໃຫ້ມີມາດຕະຖານສູງ ເປັນຕົ້ນແມ່ນເສັ້ນທາງເບຕົງ 4 ເລນ, 6 ເລນ ແຕ່ຫຼັກ 9 ເໜືອ ຫາ ຫຼັກ 9 ໃຕ້ ແລະ ທາງສາລາຂຽວ – ດົງຈອງ ເຫັນວ່າມີຄວາມສະອາດສວຍງາມ ແລະ ຮັບປະກັນ ຄວາມປອດໄພ ເຊິ່ງເປັນເງື່ອນໄຂເຮັດໃຫ້ເມືອງປາກເຊ ກາຍເປັນນະຄອນໃນປັດຈຸບັນ.

ເສັ້ນທາງເຊື່ອມຕໍ່ຫາຊົນນະບົດ ແລະ ເຂດຜະລິດກະສິກໍາ ໂດຍອີງຕາມງົບປະມານຂອງລັດຖະບານທີ່ມີຈໍາກັດ ຈຶ່ງໄດ້ຈັດບຸລິມະສິດ ແລະ ສຸມໃສ່ເສັ້ນທາງເຂົ້າສູ່ເຂດຜະລິດກະສິກໍາເປັນສິນຄ້າ ເຊັ່ນ: ເສັ້ນທາງເມືອງປາກຊ່ອງ, ເມືອງບາຈຽງ, ເມືອງຊະນະສົມບູນ ແລະ ເມືອງອື່ນໆ ທີ່ມີຖານການຜະລິດກະສິກໍາ; ຈາກຜົນງານການພັດທະນາໂຄງລ່າງຂ້າງເທິງ ເຮັດໃຫ້ມີຕານ່າງເສັ້ນທາງຂະຫຍາຍຕົວກວ້າງ ຂວາງ; ມາຮອດປັດຈຸບັນທົ່ວແຂວງຈໍາປາສັກ ມີເສັ້ນທາງທັງໝົດ 761 ເສັ້ນຍາວ 4.319 ກິໂລແມັດ ແລະ ມີຂົວ 303 ແຫ່ງ ຍາວ 11.116 ແມັດ; ເດັ່ນກວ່າໝູ່ແມ່ນໄດ້ກໍ່ສ້າງຂົວເບຕົງ 4 ເລນ ຂ້າມນໍ້າເຊໂດນ ມີຄວາມຍາວ 220 ແມັດ ທີ່ຕັ້ງຢູ່ໃຈກາງຂອງນະຄອນປາກເຊ.

ທ່ານກ່າວຕື່ມວ່າ: ເນື່ອງຈາກແຂວງຈໍາປາສັກ ເປັນແຂວງທາງຜ່ານ ມີດ່ານສາກົນ 3 ແຫ່ງ ຄື: ດ່ານສາກົນວັງເຕົ່າ, ດ່ານສາກົນໜອງນົກຂຽນ ແລະ ດ່ານສະໜາມບິນສາກົນປາກເຊ, ໄດ້ມີໂຄງລ່າງເສັ້ນທາງທີ່ໄດ້ມາດຕະຖານເຊື່ອມຈອດກັບບັນດາດ່ານດັ່ງກ່າວ. ໃນນີ້, ເສັ້ນທາງເລກ 16 ແມ່ນການລົງທຶນຂອງບໍລິສັດເອກະຊົນພາຍໃນ ດ້ວຍຮູບແບບ BOT ເພື່ອຂະຫຍາຍເສັ້ນທາງແຕ່ດ່ານສາກົນວັງເຕົ່າ ຫາ ປາກເຊ ແລະ ໄລຍະແຕ່ຫຼັກ 9 ຫາ ເມືອງປາກຊ່ອງ ເຫັນວ່າການຄົມມະນາຄົມຂົນສົ່ງຜ່ານ ແມ່ນສະດວກຫຼາຍທັງປະຢັດເວລາ ແລະ ຫຼຸດຜ່ອນຄ່າຫຼຸ້ຍຫ້ຽນຂອງພາຫະນະ, ລາຄາຈ່າຍຄ່າຜ່ານທາງກໍເຫັນວ່າສົມເຫດສົມຜົນ ເພື່ອເປັນການປະກອບສ່ວນໃນການພັດທະນາຕາມນະໂຍບາຍທີ່ວ່າ ລັດກັບປະຊາຊົນຮ່ວມກັນເຮັດ.

ປັດຈຸບັນແຂວງຈໍາປາສັກ ໄດ້ສືບຕໍ່ປະຕິບັດບັນດາໂຄງການຕ່າງໆ ເພື່ອຕອບສະໜອງແຜນພັດທະນາເສດ  ຖະກິດ – ສັງຄົມຂອງແຂວງ  5 ປີ ຄັ້ງທີ 8 2016 – 2020 ມີຄື: ໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມຈາກທະນາຄານພັດທະນາອາຊີ ( ADB ) ສໍາລັບໂຄງການປັບປຸງສິ່ງແວດລ້ອມຕົວເມືອງປາກເຊ ໃນມູນຄ່າ 31,74 ລ້ານໂດລາສະຫະລັດ, ປະກອບມີໜ້າວຽກກັນເຈື່ອນຕາມລໍາເຊໂດນ ຍາວ 3,1 ກິໂລແມັດ, ປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອ ແລະ ປັບປຸງທາງຮ່ອມຢູ່ເຂດນະຄອນປາກເຊ, ສ່ວນໜຶ່ງຂອງເມືອງບາຈຽງ ແລະ ສ່ວນໜຶ່ງຂອງເມືອງໂພນທອງ, ປັດຈຸບັນມີຄວາມຄືບໜ້າປະມານ 95%.

ໄດ້ຮັບທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ ດອກເບ້ຍຜ່ອນຜັນ ( 0,01 % ຕໍ່ປີ ) ຈາກກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ( EDCF ) ສ.ເກົາຫຼີ ເພື່ອປະຕິບັດໂຄງການພັດທະນາແຄມຂອງແຂວງຈໍາປາສັກ ໃນມູນຄ່າ 65,65 ລ້ານໂດລາສະຫະລັດ ເຊິ່ງກວມເອົາ 17 ບ້ານ ຂອງນະຄອນປາກເຊ ແລະ ເມືອງໂພນທອງ ປະກອບມີໜ້າວຽກ:

(1) ກໍ່ສ້າງຄູປ້ອງກັນນໍ້າຖ້ວມ ແລະ ປ້ອງກັນຕາຝັ່ງເຈື່ອນ ຍາວ 17,4 ກິໂລແມັດ

(2) ກໍ່ສ້າງສວນສາທາ   ລະນະເນື້ອທີ່ 10,1 ເຮັກຕາ  ( ນະຄອນປາກເຊ 9,5 ເຮັກຕາ ແລະ ເມືອງໂພນທອງ 0,6 ເຮັກຕາ )

(3) ກໍ່ສ້າງທາງຍົກລະດັບ ຍາວ 2,9 ກິໂລແມັດ

(4) ກໍ່ສ້າງ ແລະ ປັບປຸງລະບົບລະບາຍນໍ້າທັງໝົດ 15 ແຫ່ງ ເຊິ່ງລວມທັງໝົດມີ ຄວາມຄືບໜ້າ 85%.

ນອກນີ້, ຍັງມີໂຄງການທີ່ນໍາໃຊ້ງົບປະມານການລົງທຶນພາຍໃນຈໍານວນໜຶ່ງ ເຊັ່ນ: ໂຄງການກໍ່ສ້າງທາງແຄມຂອງແຕ່ບ້ານຫ້ວຍ  ເພັກ – ບ້ານເວີນໄຊ ຍາວ 32 ກິໂລແມັດ; ກໍ່ສ້າງທາງ 14A ແລະ 14C ຢູ່ເຂດເມືອງມຸນລະປະໂມກ ແລະ ເມືອງສຸຂຸມາ ຍາວ 130 ກິໂລແມັດ; ກໍ່ສ້າງທາງເລກ 16 ແຕ່ປາກຊ່ອງ – ພະໜວນດົງ – ຫີນ ລັບ – ໜອງເອກແຍກທາງ 13 ໃຕ້ ( ຫຼັກ 48 ) ຍາວ 108 ກິໂລແມັດ; ກໍ່ສ້າງທາງບ້ານເສັດ – ບ້ານໂສດ – ບ້ານນາປາກຽບ – ຊາຍແດນກໍາປູເຈຍ ເມືອງໂຂງ 35 ກິໂລແມັດ ແລະ ເສັ້ນທາງອື່ນໆອີກຈໍານວນໜຶ່ງ.