ທຸລະກິດທີ່ໜ້າຕິດຕາມຊື້ – ຂາຍ ໃນປີ 2021

266

ການລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນໃຫ້ພຶດຕິກຳຂອງຜູ້ບໍລິໂພກປ່ຽນໄປ ແລະ ແນ່ນອນວ່າເສດຖະກິດ, ທຸລະກິດທົ່ວໂລກຕ່າງກໍໄດ້ຮັບຜົນກະທົບເຊັ່ນກັນ. ແຕ່ຢ່າງໃດກໍຕາມ, ບາງທຸລະກິດພັດສວນກະແສ ແລະ ຍັງສາມາດເຕີບໂຕໄດ້ດີ ທັງຍັງມີທຸລະກິດໃໝ່ໆເກີດຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ເຊັ່ນ: ທຸລະກິດສົ່ງອາຫານ Delivery ທີ່ມີຫຼາກຫຼາຍເຕັກໂນໂລຊີ, ການຊຳລະເງິນຜ່ານແອັບພລິເຄຊັນເພີ່ມຂຶ້ນ.

ຄໍລຳຊື້ໄດ້ຂາຍໝານວັນນີ້ ຈະແນະນຳກະແສທຸລະກິດອາຫານ ແລະ ເຄື່ອງດື່ມ ເປັນທີ່ໜ້າຕິດຕາມໃນປີ 2021.

1.ທຸລະກິດ Delivery: ໃນສະຖານະການທີ່ມີການລະບາດຂອງພະຍາດໂຄວິດ – 19, ຜູ້ຄົນກັກຕົວຢູ່ເຮືອນ ແລະ ເຮັດວຽກແບບ Work from Home ໄລຍະຕົ້ນປີໄປຈົນເຖິງກາງປີ ສົ່ງຜົນໃຫ້ທຸລະກິດຮ້ານອາຫານຕ້ອງປ່ຽນວິທີການບໍລິການຈາກການນັ່ງກິນຢູ່ຮ້ານ ເປັນການສັ່ງກັບເຮືອນແທນ ເຊິ່ງສົ່ງຜົນກະທົບທີ່ຕາມມາຈາກການປ່ຽນແປງຂອງພຶດຕິກຳຜູ້ບໍລິໂພກ ຄື: ການສັ່ງອາຫານຜ່ານແອັບພລິເຄຊັນ ແລະ ທາງອອນລາຍ ເຊິ່ງພຶດຕິກຳການສັ່ງອາຫານແບບ Delivery ຈະຍັງຄົງມີຕໍ່ເນື່ອງໄປໃນປີ 2021 ໂດຍທີ່ຜ່ານມານັ້ນ Food Delivery ໃນນະຄອນຫຼວງວຽງຈັນ ຫຼື ໃນເມືອງໃຫຍ່ ກໍຈະມີຫຼາຍບໍລິສັດເຮັດຂຶ້ນມາ ເພື່ອບໍລິການລູກຄ້າ, ຕອບໂຈດດ້ານ ຄວາມສະດວກ ແລະ ວ່ອງໄວ.

2.ຢັ້ງຢືນຄວາມໂປ່ງໃສຂອງຜະລິດຕະພັນ: ເປັນໜຶ່ງໃນກະແສທີ່ກຳລັງຈະມາໃນປີ 2021 ນີ້ ຄືຄວາມໂປ່ງໃສ ແລະ ຄຸນນະທຳຂອງຜູ້ປະກອບການ ແລະ ເຈົ້າຂອງທຸລະກິດອາຫານ ແລະ ເຄື່ອງດື່ມ ເນື່ອງຈາກໃນປັດຈຸບັນຜູ້ບໍລິໂພກໃຫ້ຄວາມສຳຄັນກັບແຫຼ່ງທີ່ມາຂອງວັດຖຸດິບ ວ່າມີທີ່ມາທີ່ໄປແນວໃດ, ຖືກຫຼັກອະນາໄມ ຫຼື ບໍ່, ຖ້າຫາກຜູ້ປະກອບການ ສາມາດໃຫ້ຂໍ້ມູນຢ່າງຖືກຕ້ອງ ແລະ ເປັນ ຄວາມຈິງໃຫ້ແກ່ຜູ້ບໍລິໂພກໄດ້ ຈະມີສ່ວນຊ່ວຍໃຫ້ລູກຄ້າເກີດຄວາມເຊື່ອໃຈໃນສິນຄ້າຂອງທ່ານ.

3.ສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ: ນອກຈາກຜູ້ບໍລິໂພກຕ້ອງການຮູ້ກ່ຽວກັບທີ່ມາຂອງວັດຖຸດິບອາຫານແລ້ວນັ້ນ ຄວາມເປັນມິດຕໍ່ສິ່ງແວດລ້ອມ, ຂັ້ນຕອນການຜະລິດຄືສິ່ງທີ່ຜູ້ບໍລິໂພກໃນປັດຈຸບັນໃຫ້ຄວາມສຳຄັນນຳເຊັ່ນກັນ ເນື່ອງຈາກໃນປັດຈຸບັນພວກເຮົາສາມາດເລືອກຊື້ອາຫານ ແລະ ເຄື່ອງດື່ມໄດ້ຫຼາກຫຼາຍ.

4.ເຄື່ອງດື່ມເພື່ອສຸຂະພາບ: ພວກເຮົາຈະເຫັນເຄື່ອງດື່ມຍີ່ຫໍ້ຕ່າງໆທີ່ວາງຂາຍຕາມຮ້ານສະດວກຊື້ ແລະ ຕະຫຼາດທົ່ວໄປ ໃນປັດຈຸບັນແມ່ນມີຕົວເລືອກຫຼາຍຢ່າງ ເຊິ່ງກະແສເຄື່ອງດື່ມທີ່ຈະເກີດຂຶ້ນໃນອະນາຄົດນັ້ນ ນອກຈາກຈະມີລົດຊາດ ແລະ ແຕ່ງກິ່ນໃຫ້ເປັນຕາຢາກດື່ມແລ້ວ ເຄື່ອງດື່ມເຫຼົ່ານີ້ຍັງມີຄຸນປະໂຫຍດຕ່າງໆ ເຊັ່ນ: ວິຕາມິນ, ສ່ວນປະສົມຈາກທຳມະຊາດ, ບໍ່ມີສານເຄມີ ແລະ ຍັງສົ່ງເສີມໃຫ້ສຸຂະພາບ ແລະ ຄວາມງາມນຳ ເຊິ່ງບັນດາທຸລະກິດ ແລະ ຜະລິດຕະພັນເຫຼົ່ານັ້ນຍັງເປັນທີ່ໜ້າຕິດຕາມ ແລະ ໜ້າຊື້ – ຂາຍໃນປິໜ້ານີ້.