ກຽມຮັບມືໃຫ້ດີ! ອຸຕຸເຕືອນແລ້ວ ອາກາດຈະໜາວເຢັນລົງ 1-3ອົງສາ ໂດຍສະເພາະແຂວງພາກເໜືອ

152

ສະພາບອາກາດອາທິດນີ້ ອຸນຫະພູມອາກາດຈະໜາວເຢັນລົງ 1-3 ອົງສາ ໂດຍສະເພາະບັນດາແຂວງພາກເໜືອດ້ານຕາເວັນຕົກ ເນື່ອງມວນອາກາດໜາວເຢັນຈາກປະເທດຈີນ ໄດ້ມີກໍາລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1660/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 7 ທັນວາ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 7 – 13 ທັນວາ 2020 ວ່າ: ມວນອາກາດເຢັນຈາກປະເທດຈີນຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ, ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຂະນະດຽວກັນກໍ່ມີມີຄຳເຕືອນເຝົ້າລະວັງ ເນື່ອງມວນອາກາດໜາວເຢັນຈາກປະເທດຈີນ ໄດ້ມີກໍາລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ແຂວງ ພາກເໜືອ ພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.