ມາແຮງສຸດໆ ໄອດີຊີ ກວາດ 2 ແຊັມການແຂ່ງຂັນບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ

228

ເປັນອີກໜຶ່ງຄວາມສໍາເລັດອັນຍິ່ງໃຫຍ່ຂອງ ໄອດີຊີ ສະໂມສອນໃນແຂວງຈໍາປາສັກ ທີ່ສາມາດກວາດໄດ້ 2 ແຊັມທັງຮຸ່ນອາຍຸບໍ່ເກີນ 17 ປີ ແລະ ຮຸ່ນທົ່ວໄປ ໃນການແຂ່ງຂັນບານເຕະຊາຍ ຊີງຂັນວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ແຂວງຈໍາປາສັກ ເມື່ອທ້າຍອາທິດ ທີ່ຜ່ານມາ.

ໄອດີຊີ ສະໂມສອນທີ່ມີຊື່ສຽງໃນແຂວງຈໍາປາສັກ ສົ່ງທີມເຂົ້າຮ່ວມການແຂ່ງຂັນຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ປະກອບດ້ວຍ ທີມໂຮມຊັບ ໄອດີຊີ ໃນຮຸ່ນອາຍຸບໍ່ເກີນ 17 ປີ ແລະ ທີມໄອດີຊີ ປິ່ນແກ້ວ ໃນຮຸ່ນທົ່ວ, ເຊິ່ງລາຍການດັ່ງກ່າວເລີ່ມແຂ່ງຂັນຢ່າງເປັນທາງການມາແຕ່ວັນທີ 26 ກັນຍາ 2020 ມີການແຂ່ງຂັນເຖິງ 2 ຮຸ່ນຄື ຮຸ່ນອາຍຸບໍ່ເກີນ 17 ປີມີ 10 ທີມເຂົ້າຮ່ວມຊີງໄຊ ແລະ ຮຸ່ນທົ່ວໄປ ມີ 10 ທີມເຂົ້າຮ່ວມຊີງໄຊ ຫຼ້າສຸດ ໃນວັນອາທິດທີ 6 ທັນວາ 2020 ເປັນການແຂ່ງຂັນນັດຊີງຊະນະເລີດ, ສ່ວນຄູ່ຊີງອັນດັບ 3 ແຂ່ງຂັນໃນວັນເສົາທີ 5 ທັນວາ 2020.

ຮອບຊີງຊະນະເລີດ ຮຸ່ນອາຍຸ 17 ປີຈັດຂຶ້ນເປັນຄູ່ທໍາອິດ ປາກົດວ່າ: ໂຮມຊັບ ໄອດີຊີ ສ້າງຜົນງານໂດດເດັ່ນ ເອົາຊະນະ ມິ່ງເມືອງ ໂອສົດ ໄປຂາດລອຍ 4-1 ຄວ້າແຊັມຮຸ່ນອາຍຸ 17 ປີໄປຄອງ, ສ່ວນ ອັນດັບ 3 ເປັນຂອງ ສາລະວັນ ອະຄາເດມີ ທີມຈາກແຂວງສາລະວັນ ທີ່ເອົາຊະນະ ປາດ໋ອງ ເອັຟຊີ ໃນການດວນຈຸດໂທດ 5-4 ຫຼັງສະເໝີກັບ 3-3.

ສ່ວນຮຸ່ນທົ່ວໄປ ນັດຊີງຊະນະເລີດຈັດຂຶ້ນໃນວັນທີ 6 ທັນວາ ເປັນຄູ່ທີ 2 ປາກົດວ່າ: ທີມໄອດີຊີ ໃນນາມ ໄອດີຊີ ປິ່ນແກ້ວ ສາມາດບຽດເອົາຊະນະ ສະມາຄົມຫວຽດນາມ ໄປຫວຸດຫວິດ 1-0 ຄວ້າແຊັມຮຸ່ນທົ່ວໄປ ໄປຄອງໄດ້ສໍາເລັດ, ສ່ວນອັນດັບ 3 ຕົກເປັນຂອງ ໂຮມຊັບ ທີ່ສາມາດເອົາຊະນະ ທະຫານແຂວງ 2-1.

ຂ່າວ: ຄໍາສອນ; ຮູບຈາກ: F.C.Champasak