ແບ່ງສາຍແລ້ວການແຂ່ງຂັນບານເຕະ Mazda Challenge Cup ຊີງໄຊ 3 ຮຸ່ນນ້ອຍ

120

ການແຂ່ງຂັນບານເຕະລາຍການ Mazda Challenge Cup ຄັ້ງທີ 1 ປະຈຳປີ 2020 ໂດຍຈະມີການແຂ່ງຂັນ 3 ຮຸ່ນຄື: ຮຸ່ນອາຍຸບໍ່ເກີນ 7 ປີ, 9 ປີ ແລະ 11 ປີ ຫຼ້າສຸດໄດ້ມີພິທີຈັບສະແບ່ງສາຍຂຶ້ນໃນວັນທີ 8 ທັນວາ 2020 ທີ່ຫ້ອງປະຊຸມສະຫະພັນບານເຕະແຫ່ງຊາດລາວ.

ສໍາລັບ ກົດລະບຽບການແຂ່ງຂັນ ຢູ 7 ສາມາດລົງທະບຽນນັກກີລາໄດ້ 4-8 ຄົນຕໍ່ທີມ ( ໄດ້ທັງຍິງ ແລະ ຊາຍ ) ເຕະ 3 ຮັບ 1 ໃຊ້ເວລາ 4 ນາທີຕໍ່ຕັ້ງ, ຢູ 9 ລົງທະບຽນນັກກີລາໄດ້ທີມລະ 6-12 ຄົນ ( ໄດ້ທັງຍິງ ແລະ ຊາຍ) ເຕະ 5 ຮັບ 1 ໃຊ້ເວລາ 5 ນາທີຕໍ່ຕັ້ງ ແລະ ຢູ 11 ລົງທະບຽນນັກກີລາໄດ້ທີມລະ 7-14 ຄົນ ( ໄດ້ທັງຍິງ ແລະ ຊາຍ ) ເຕະ 6 ຮັບ 1 ໃຊ້ເວລາ 6 ນາທີຕໍ່ຕັ້ງ ໂດຍແຕ່ລະຮຸ່ນແມ່ນກໍານົດແຂ່ງຂັນ ໃນວັນທີ 26-27 ທັນວາ 2020 ທີ່ສະໜາມ ສຕລ ແບ່ງເປັນເດີ່ນນ້ອຍຕາມແຕ່ລະຮຸ່ນ.

ຜົນການຈັບສະຫຼາກມີດັ່ງນີ້:
#ຮຸ່ນອາຍຸ 7 ປີ:
-ກຸ່ມ A ປະກອບມີ ແບລາວ ເອັຟຊີ, KNCເອັຟຊີ, ຊ້າງນ້ອຍ ເອັຟຊີ ແລະ ປາກຊັນ ເອັຟຊີ
-ກຸ່ມ B ປະກອບມີ ວຽງຈັນ ເອັຟທີ, ແສງສະໄໝ ເອັຟຊີ, ມາສດາ ເອັຟຊີ ແລະ ວອນທະບິງ ເອັຟຊີ.

#ຮຸ່ນອາຍຸ 9 ປີ:
-ກຸ່ມ A: ວອນທະບິງ ເອັຟຊີ, ດີເຄ ເອັຟຊີ, ພົມມະທັດ ເອັຟຊີ ແລະ Family ເອັຟຊີ
-ກຸ່ມ B: ປາກຊັນ ເອັຟຊີ, KNC ເອັຟຊີ, ມາສເຕີ 7 ເອັຟຊີ ແລະ ນະຄອນຫຼວງວຽງຈັນ
-ກຸ່ມ C: ເອັສທີທີ ເອັຟຊີ, ມາສດາ ເອັຟຊີ, ຊ້າງນ້ອຍ ເອັຟຊີ ແລະ TC ເອັຟຊີ
-ກຸ່ມ D: TNK ເອັຟຊີ, ວຽງຈັນ ເອັຟທີ, ແບລາວ ເອັຟຊີ ແລະ ຕາວັນ CC-55 ເອັຟຊີ.

#ຮຸ່ນອາຍຸ 11 ປີ:
-ກຸ່ມ A: ປາກຊັນ ເອັຟຊີ, ດີເຄ ເອັຟຊີ, ເຈົາພະຍາ 214 ເອັຟຊີ ແລະ TC ເອັຟຊີ
-ກຸ່ມ B: ແບລາວ ເອັຟຊີ, ວຽງຈັນ ເອັຟທີ, ໂຊເສດຖາ ສະເຕດ້ຽມ ແລະ ມາສເຕີ 7 ເອັຟຊີ
-ກຸ່ມ C: ວອນທະບິງ ເອັຟຊີ, ໄຮຟາຍ ເອັຟຊີ, ຊ້າງນ້ອຍ ເອັຟຊີ ແລະ KNC ເອັຟຊີ
-ກຸ່ມ D: ແສງສະໄໝ ເອັຟຊີ, ຕາວັນ CC-55 ເອັຟຊີ, Family ເອັຟຊີ ແລະ STT ເອັຟຊີ.