ນຳສະເໜີປະຕິທິນກົດໝາຍ 2021 ໃຫ້ຄວາມຮູ້ເລື່ອງທີ່ດິນ

125

ງານນຳສະເໜີປະຕິທິນກົດໝາຍ ປະຈຳປີ 2021 ເພື່ອໃຫ້ຊາວບ້ານສາມາດເຂົ້າເຖິງຂໍ້ມູນ – ຂ່າວສານດ້ານກົດໝາຍກ່ຽວກັບທີ່ດິນ, ຮັບຮູ້ຂະບວນການປົກປ້ອງສິດຜົນປະໂຫຍດຂອງຕົນທາງດ້ານກົດໝາຍ, ການມີສ່ວນຮ່ວມໃນວຽກງານໂຄງການພັດທະນາຕ່າງໆ.

ໃນວັນທີ 4 ທັນວາ 2020 ຜ່ານມາ ທີ່ຫ້ອງປະຊຸມຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ມີພິທີເປີດງານນໍາສະເໜີປະຕິທິນກົດໝາຍ ປະຈໍາປີ 2021 ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ອະໂນໄທ ຈັນທະລາສີ ຮອງຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຄະນະບໍດີ ຄະນະສະຖາປັດຕະຍະກໍາສາດ, ຄູ – ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮສ. ໂພສີ ທິບດາວັນ ກ່າວວ່າ: ປະຕິທິນກົດໝາຍ 2021 ປະກອບດ້ວຍຮູບພາບ ແລະ ເນື້ອໃນສື່ໃຫ້ເຫັນເຖິງການພົວພັນວຽກງານດ້ານທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ເຊິ່ງຫົວຂໍ້ຫຼັກຂອງແຕ່ລະໜ້າມີເນື້ອໃນສາມາດນໍາໃຊ້ໄດ້ທາງດ້ານກົດໝາຍ ແລະ ນະໂຍບາຍ ທີ່ເຂົ້າໃຈງ່າຍເໝາະສົມກັບປະຊາຊົນໃນແຕ່ລະທ້ອງຖິ່ນທົ່ວປະເທດ ເຊິ່ງການພິມປະຕິທິນເພື່ອແຈກຢາຍໃນປີນີ້ ແມ່ນເປັນປີທີ 12 ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2009 ໂດຍກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ( LIWG ) ພາຍໃຕ້ຈຸດປະສົງອັນດຽວກັນຂອງບັນດາອົງການຈັດຕັ້ງທາງສັງຄົມລາວ ແລະ ສາກົນ ໃນການໃຫ້ຂໍ້ມູນ – ຂ່າວສານທາງດ້ານກົດໝາຍກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ. ທັງນີ້, ການຜະລິດປະຕິທິນດັ່ງກ່າວແມ່ນຮັບອະນຸຍາດການອອກແບບ, ເນື້ອໃນ, ຮູບພາບ ແລະ ການຈັດພິມໂດຍ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ທ່ານ ອະໂນໄທ ຈັນທະລາສີ ກ່າວວ່າ: ເປົ້າໝາຍຕົ້ນຕໍຂອງປະຕິທິນແມ່ນເພື່ອໂຄສະນາເຜີຍແຜ່, ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ທາງດ້ານນິຕິກຳກ່ຽວກັບສິດຜົນປະໂຫຍດ ແລະ ພັນທະຂອງທຸກຄົນໃນສັງຄົມກ່ຽວກັບທີ່ດິນ; ປະຕິທິນກົດໝາຍປີ 2021 ແມ່ນເປັນອີກປີໜຶ່ງທີ່ມີເນື້ອໃນຫຼາກຫຼາຍ ແລະ ຄົບຖ້ວນສົມບູນສົມຄວນ ເຊິ່ງປະກອບດ້ວຍຮູບພາບ ແລະ ເນື້ອໃນທີ່ສື່ໃຫ້ເຫັນເຖິງວຽກງານທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໂດຍແຕ່ລະໜ້າຂອງປະຕິທິນສາມາດສື່ໃຫ້ເຫັນ ແລະ ເຂົ້າໃຈງ່າຍກ່ຽວກັບກົດໝາຍ ແລະ ນະໂຍບາຍຂອງພັກ – ລັດຖະບານ ທີ່ພົວພັນເຖິງວຽກງານທີ່ດິນ.