ອິນໂດເນເຊຍ ປະທ້ວງອັງກິດ ກໍລະນີແຍກຕົວເປັນເອກະລາດຂອງປາປົວ

105

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການເປີດເຜີຍຂອງໂຄສົກກະຊວງການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ເອີ້ນ ທ່ານ ໂອເວັນ ເຈນກິນສ໌ ເອກອັກຄະຣາຊະທູດອັງກິດ ປະຈຳອິນໂດເນເຊຍ ເຂົ້າພົບ ເພື່ອປະທ້ວງຢ່າງເປັນທາງການຕໍ່ກໍລະນີທີ່ ທ່ານ ເບນນີ ເວັນດາ ຜູ້ນຳກຸ່ມເອກະລາດປາປົວ ເຊິ່ງຂະນະນີ້ກຳລັງອາໄສຢູ່ອັງກິດ ແລະ ປະກາດຕົນເອງວ່າເປັນປະທານາທິບໍດີລັດຖະບານຂອງປາປົວ.

ໃນຂະນະທີ່ທູດອັງກິດ ກໍຢືນຢັນວ່າ: ຈະສົ່ງຄຳປະທ້ວງດັ່ງກ່າວໃຫ້ລັດຖະບານອັງກິດ ພ້ອມຢ້ຳເຖິງທ່າທີຂອງລັດຖະບານອັງກິດຕໍ່ອະທິປະໄຕ ແລະ ເອກະພາບແຫ່ງດິນແດນຂອງອິນໂດເນເຊຍ.

ທັງນີ້, ປາປົວເປັນແຂວງໜຶ່ງຕັ້ງຢູ່ທາງທິດຕາເວັນອອກຂອງອິນໂດເນເຊຍ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນແຮ່ທາດ ແຕ່ປະຊາຊົນຍັງທຸກຍາກ, ມີການແບ່ງກຸ່ມ, ແບ່ງແຍກດິນແດນມາເປັນເວລາຫຼາຍສິບປີ.

ໃນອະດີດ ປາປົວ ເປັນຫົວເມືອງຂຶ້ນຂອງໂຮນລັງ, ມາຮອດໄລຍະທົດສະວັດ 1960 ຊາວປາປົວໄດ້ລົງມະຕິຂໍຂຶ້ນກັບອິນໂດເນເຊຍ, ສ່ວນ ທ່ານ ເວັນດາ ທີ່ອ້າງຕົນເອງວ່າເປັນປະທານາທິບໍດີ ປາປົວ ໄດ້ອາໄສຢູ່ອັງກິດມາແຕ່ປີ 2000 ເປັນຜູ້ນຳກຸ່ມທີ່ປຸກລະດົມແຍກປາປົວອອກຈາກອິນໂດເນເຊຍ, ໃນຂະນະທີ່ລັດຖະບານຈາກາຕາ ບໍ່ສົນໃຈຖ້ອຍຖະແຫຼງຂອງລາວ ແລະ ເຄີຍປະກາດວ່າ ທ່ານ ເວັນດາ ບໍ່ແມ່ນພົນລະເມືອງຂອງອິນໂດເນເຊຍອີກຕໍ່ໄປ.