ທສວ ສະໜອງທຶນ 2,52 ຕື້ກີບ ປ່ອຍ ແລະ ຄໍ້າປະກັນສິນເຊື່ອໃຫ້ຈຸນລະວິສາຫະກິດ

0
204

ທສວ ສະໜອງທຶນ 2,52 ຕື້ກີບ ໃຫ້ ສຄອຊ ແລະ 4 ສະຖາບັນການເງິນຈຸລະພາກ ເພື່ອປ່ອຍສິນເຊື່ອ ແລະ ຄໍ້າປະກັນສິນເຊື່ອໃຫ້ຈຸນລະວິສາຫະກິດທີ່ຕ້ອງການທຶນປັບປຸງການຜະລິດ.

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຈັດພິທີເຊັນສັນຍາສະໜອງທຶນຂຶ້ນລະ ຫວ່າງ ທສວ ກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ແລະ ທສວ ກັບ 4 ສະຖາບັນການເງິນຈຸລະພາກ ຄື: ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ປະຕູຄໍາ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ ( BDP ) ແລະ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບຝາກເງິນ ໄຊອຸດົມ ຂຶ້ນໃນວັນທີ 3 ທັນວາ 2020 ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ).

ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ການເຊັນສັນຍາສະໜອງທຶນກັບ ສຄອຊ ແມ່ນເພື່ອສະໜອງທຶນສະສົມຂອງ ທສວ ຈຳນວນ 500 ລ້ານກີບ ສົມທົບເຂົ້າໃນກອງທຶນນາງຟ້າ ເພື່ອຈັດຕັ້ງການຄໍ້າປະກັນສິນເຊື່ອກັບທະນາຄານທຸລະກິດໃຫ້ຈຸນລະວິສາຫະກິດທີ່ບໍ່ມີຫຼັກຊັບຄໍ້າປະກັນທີ່ພຽງພໍ ເຊິ່ງລາຍລະອຽດໃນການຈັດຕັ້ງປະຕິບັດແມ່ນມີລະບຽບການສະເພາະທີ່ກຳນົດໂດຍ ສຄອຊ.

ສໍາລັບການເຊັນສັນຍາສະໜອງທຶນກັບ 4 ສະຖາບັນການເງິນຈຸນລະພາກ ທີ່ຜ່ານເງື່ອນໄຂຂອງ ທສວ ເພື່ອສະໜອງທຶນໄລຍະຍາວໃຫ້ສະຖາບັນການເງິນຈຸລະພາກນຳໄປປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດກຸ່ມຜູ້ຜະລິດທີ່ຕ້ອງການທຶນ ເພື່ອນໍາໄປປັບປຸງ, ປ່ຽນຖ່າຍ ແລະ ຈັດຊື້ເຄື່ອງຈັກ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຜະລິດ. ພ້ອມທັງສະໜອງທຶນໝູນວຽນດ້ວຍວິທີການທີ່ສະດວກວ່ອງໄວ ສາມາດສະໜອງທຶນໝູນວຽນໃນເວລາ ຫຼື ລະດູການທີ່ຈຸນລະວິສາຫະກິດມີຄວາມຈໍາເປັນນໍາໃຊ້ທຶນ ເພື່ອຊື້ວັດຖຸດິບ, ຈ່າຍຄ່າແຮງງານ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນ ເພື່ອຮັບໃຊ້ການຜະລິດ ເຊິ່ງທັງ 4 ສະຖາບັນການເງິນທີ່ເຊັນສັນຍາຈະໄດ້ຮັບເງິນທຶນຈາກ ທສວ ສະຖາບັນລະ 545 ລ້ານກີບ, ໃນນັ້ນ 505 ລ້ານກີບ ເປັນສິນເຊື່ອ ແລະ 40 ລ້ານ ເປັນທຶນຊ່ວຍເຫຼືອວິຊາການ.

ຈຸນລະວິສາຫະກິດທີ່ຈະຂໍກູ້ຢືມເງິນຕ້ອງເປັນຈຸນລະວິສາຫະກິດ ທີ່ກຳນົດໃນດຳລັດ ວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 25/ລບ ລົງວັນທີ 17 ມັງກອນ 2017 ຫຼື ເປັນຜູ້ປະກອບກິດຈະການທີ່ບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ ແຕ່ມີແຮງງານສະເລ່ຍໃນປີບໍ່ເກີນ 5 ຄົນ ຫຼື ເປັນກຸ່ມຜູ້ຜະລິດ, ສະຫະກອນທີ່ນອນໃນ 5 ຂະແໜງບຸລິມະສິດ ຄື: ຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ, ຫັດຖະກຳ, ອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກຳ, ການຄ້າທີ່ປິ່ນອ້ອມ 3 ຂະແໜງການຂ້າງເທິງ ແລະ ຂະແໜງການບໍລິການ.

ເພດານການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ ແມ່ນບໍ່ເກີນ 50 ລ້ານກີບຕໍ່ສັນຍາ ອັດຕາດອກເບ້ຍບໍ່ເກີນ 1% ຕໍ່ເດືອນ.

ສໍາລັບຂັ້ນຕອນການພິຈາລະນາ ແລະ ອະນຸມັດສິນເຊື່ອໃຫ້ຈຸນລະວິສາຫະກິດນັ້ນແມ່ນມອບໃຫ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະຖາບັນການເງິນຈຸລະພາກ; ກອງທຶນສົ່ງເສີມ SME ຈະເຮັດໜ້າທີ່ຕິດຕາມ, ປະເມີນຜົນ ແລະ ແນະນໍາສະຖາບັນການເງິນ ເພື່ອຮັບປະກັນວ່າການນໍາໃຊ້ແຫຼ່ງທຶນດັ່ງກ່າວສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍທີ່ທາງກອງທຶນກໍານົດໄວ້ເທົ່ານັ້ນ.

LEAVE A REPLY

Please enter your comment!
Please enter your name here