WHO ເຕືອນ ວັກແຊັງບໍ່ແມ່ນຢາວິເສດຢຸດໂຄວິດ – 19 ໄດ້ທັນທີ

103

ຫຼັງຈາກທີ່ການພັດທະນາວັກແຊັງປ້ອງກັນໂຄວິດ – 19 ຫຼາຍຊະນິດປະກາດຜົນສຳເລັດໃນການທົດລອງທາງຄລີນິກ ເຮັດໃຫ້ຜູ້ຄົນທົ່ວໂລກຕ່າງກໍໂລ່ງໃຈ ແລະ ຫວັງວ່າວັກແຊັງຈະສາມາດຢຸດຢັ້ງການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ອີກບໍ່ເທົ່າໃດປີຂ້າງໜ້ານີ້. ຕໍ່ກໍລະນີດັ່ງກ່າວ ອົງການອະນາໄມໂລກ ( WHO ) ອອກມາເຕືອນວ່າ: ວັກແຊັງປ້ອງກັນໂຄວິດຈະບໍ່ສາມາດກຳຈັດໂຄວິດ – 19 ໃຫ້ໝົດໄປຈາກໂລກນີ້ໃນທັນທີທັນໃດໄດ້, ພ້ອມຢ້ຳວ່າ ທຸກຄົນຍັງຕ້ອງດຳລົງຊີວິດດ້ວຍ ຄວາມລະມັດລະວັງ.

ທ່ານ ໄມເຄີລ ໄຣອັນ ຜູ້ອຳນວຍການຝ່າຍສຸກເສີນ ອົງການອະນາໄມໂລກ ກ່າວວ່າ: “ ວັກແຊັງບໍ່ໄດ້ເຮັດໃຫ້ໂຄວິດເທົ່າກັບສູນ ”, ບໍ່ແມ່ນທຸກຄົນໃນໂລກຈະໄດ້ຮັບວັກແຊັງໃນຕົ້ນປີໜ້າ ແຕ່ການຊັກວັກແຊັງ ເປັນເຄື່ອງມືທີ່ຊົງພະລັງກວ່າເຄື່ອງມືການປ້ອງກັນທີ່ມີຢູ່ຂະນະນີ້, ແຕ່ຜູ້ຄົນທົ່ວໂລກຈະໄດ້ຮັບວັກແຊັງຢ່າງທົ່ວເຖິງຕ້ອງໃຊ້ເວລາອີກຍາວນານ.

ທ່ານ ທີໂດຣສ ອັກຮານອມ ກິບຣີເຢຊູດ ຜູ້ອຳນວຍການ ໃຫຍ່ອົງການອະນາໄມໂລກ ກ່າວວ່າ: ການທີ່ຜູ້ຄົນທົ່ວໂລກຄິດວ່າການລະບາດຂອງພະຍາດໂຄວິດ – 19 ໃກ້ສິ້ນສຸດລົງແລ້ວນັ້ນ ຖືວ່າຜິດພາດ ເນື່ອງຈາກວ່າການລະບາດຍິ່ງຮຸນແຮງຂຶ້ນ ສ້າງຄວາມກົດດັນໃຫ້ແກ່ບຸກຄະລາກອນທາງການແພດ ລວມທັງໂຮງໝໍທີ່ຮັບມືກັບການລະບາດດັ່ງກ່າວ.