ຢູນີເທວ ກຽມທົດລອງລະບົບບໍລິຫານເອເລັກໂຕຣນິກ ແລະ ສ້າງເມືອງທັນສະໄໝຢູ່ນະຄອນຫຼວງພະບາງ

134

ໃນທ້າຍອາທິດຜ່ານມາ ທີ່ແຂວງຫຼວງພະບາງ ໄດ້ມີພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ນະຄອນພະບາງ ແລະ ບໍລິສັດ Star Telecom ( Unitel ) ກ່ຽວກັບການກໍ່ສ້າງລະບົບບໍລິຫານເອເລັກໂຕຣນິກ, ການຫັນເປັນດິຈິຕອນ ແລະ ຕົວເມືອງທັນສະໄໝ ໄລຍະປີ 2021 – 2025.

ອີງຕາມບົດບັນທຶກດັ່ງກ່າວ, ສອງຝ່າຍຈະຮ່ວມມືກັນຈັດຕັ້ງປະຕິບັດເປົ້າໝາຍທົ່ວໄປປະກອບມີ ຄົ້ນຄວ້າຈັດຕັ້ງປະຕິບັດທົດລອງລະບົບສູນກາງນະຄອນທັນສະໄໝ: Camera ການຕິດຕາມອອນລາຍ, ລະບົບຕິດຕາມ ແລະ ຄຸ້ມຄອງພາຫະນະຂົນສົ່ງ; ຈັດຕັ້ງປະຕິບັດໂຊລູຊັນໃຫ້ກັບລັດຖະບານເອເລັກ ໂຕຣນິກ: ລະບົບການຄຸ້ມຄອງເອກະສານ, ລະບົບການປະຊຸມທາງໄກ; ຈັດຕັ້ງປະຕິບັດໂຊລູຊັນລະບົບການຄຸ້ມຄອງໂຮງໝໍ, ປຶ້ມຕິດຕາມການກວດເອເລັກໂຕຣນິກ; ການຄຸ້ມຄອງໂຮງຮຽນທັນສະໄໝ, ປຶ້ມຕິດຕໍ່ເອເລັກໂຕຣນິກ, SMS edu ແລະ ການຕິດຕາມນັກຮຽນ, ການຄົ້ນຄວ້າ, ການປະຕິບັດບັນດາໂຊລູຊັນເຕັກໂນໂລຊີອື່ນໆ ໃຫ້ກັບພະແນກການ ແລະ ແຂວງ.

ທ່ານພົນຈັດຕະວາ ອຸລາຫາ ທອງວັນທາ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Star Telecom ຢືນຢັນວ່າ: ບໍລິສັດ Star Telecom ກັບເຄື່ອງໝາຍການຄ້າ Unitel ຈະປະສານສົມທົບກັບບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງຂອງນະຄອນຫຼວງພະບາງ ດຳເນີນການສຳຫຼວດສະຖານະພາບໃນຂົງເຂດທີ່ຕົວເມືອງມີຄວາມຕ້ອງການ; ສະເໜີໂຊລູຊັນການຈັດຕັ້ງປະຕິບັດທົດສອບ, ແຜນທີ່ການຈັດຕັ້ງປະຕິບັດ, ເງື່ອນໄຂຮັບປະກັນ; ເອົາໄປນຳໃຊ້ໃນລະບົບບໍລິຫານ, ຕົວເມືອງທັນສະໄໝ ສຳລັບບາງຂົງເຂດທີ່ຖືກເລືອກຈັດຕັ້ງປະຕິບັດທົດລອງປະເມີນຜົນ, ຮຽນຮູ້ຈາກປະສົບການໃນການຈັດຕັ້ງປະຕິບັດທົດລອງ ແລະ ສືບຕໍ່ຄົ້ນຄວ້າ ຈັດຕັ້ງປະຕິບັດນຳໃຊ້ລະບົບເອເລັກໂຕຣນິກ, ຕົວເມືອງທັນສະໄໝ ສຳລັບຂົງເຂດທີ່ຍັງເຫຼືອໃຫ້ເໝາະສົມຕາມຂໍ້ກຳນົດຂອງຕົວເມືອງ.

ທ່ານ ຈັນສຸກ ພັນໂດລັກ ເຈົ້າຄອງນະຄອນຫຼວງພະບາງ ແຂວງຫຼວງພະບາງ ກ່າວວ່າ: ຫຼວງພະບາງຢາກຮ່ວມມືກັບ Unitel ໃນບາງຂົງເຂດ ເຊັ່ນ: ສ້າງ ແລະ ພັດທະນານະຄອນຫຼວງພະບາງ ໃຫ້ກາຍເປັນຕົວເມືອງທັນສະໄໝ; ກໍ່ສ້າງລະບົບເອເລັກໂຕຣນິກ, ການປະຕິຮູບດ້ານການບໍລິຫານ, ການປົກຄອງດິຈິຕອນ; ໂຊລູຊັນດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ, ພື້ນຖານໂຄງລ່າງທາງໂທລະຄົມມະນາຄົມຮັບໃຊ້ໃຫ້ນະຄອນ, ນັກທຸລະກິດ ແລະ ປະຊາຊົນ; ພັດທະນາ ແລະ ສ້າງສູນລວມຂົງເຂດເຕັກໂນໂລຊີຂໍ້ມູນ – ຂ່າວສານ; ເຈົ້າຄອງນະຄອນຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ Unitel ດຳເນີນການຄົ້ນຄວ້າ, ສຳຫຼວດ, ວິເຄາະສະຖານະພາບວິຊາຊີບຂອງຂະແໜງສາຂາ, ອົງກອນ, ໜ່ວຍງານຕ່າງໆ ແລະ ໃນຂໍ້ກຳນົດຂອບເຂດການຮ່ວມມື.