ຢູນີເທວ ກຽມທົດລອງລະບົບບໍລິຫານເອເລັກໂຕຣນິກແລະ ສ້າງເມືອງທັນສະໄໝຢູ່ນະຄອນຫຼວງພະບາງ

120

ໃນທ້າຍອາທິດຜ່ານມາ ທີ່ແຂວງຫຼວງພະບາງໄດ້ມີພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງນະຄອນພະບາງ ແລະ ບໍລິສັດ Star Telecom (Unitel) ກ່ຽວກັບການກໍ່ສ້າງລະບົບບໍລິຫານອີເລັກໂຕຣນິກ, ການຫັນເປັນດີຈີຕອນ ແລະ ຕົວເມືອງທັນສະໄໝ ໄລຍະປີ 2021 – 2025.


ອີງຕາມບົດບັນທຶກດັ່ງກ່າວ, ສອງຝ່າຍຈະຮ່ວມມືກັນຈັດຕັ້ງປະຕິບັດເປົ້າໝາຍທົ່ວໄປປະກອບມີ ຄົ້ນຄວ້າຈັດຕັ້ງປະຕິບັດທົດລອງລະບົບສູນກາງນະຄອນທັນສະໄໝ: Camera ການຕິດຕາມອອນລາຍ, ລະບົບຕິດຕາມ ແລະ ຄຸ້ມຄອງພາຫະນະຂົນສົ່ງ; ຈັດຕັ້ງປະຕິດບັດໂຊລູຊັນໃຫ້ກັບລັດຖະບານອີເລັກໂຕຣນິກ: ລະບົບການຄຸ້ມຄອງເອກະສານ, ລະບົບການປະຊຸມທາງໄກ; ຈັດຕັ້ງປະຕິດບັດໂຊລູຊັນລະບົບການຄຸ້ມຄອງໂຮງໝໍ, ປຶ້ມຕິດຕາມການກວດເອເລັກໂຕຣນິກ; ການຄຸ້ມຄອງໂຮງຮຽນທັນສະໄໝ, ປຶ້ມຕິດຕໍ່ອີເລັກໂຕຣນິກ, SMS edu ແລະ ການຕິດຕາມນັກຮຽນ, ການຄົ້ນຄວ້າ, ການປະຕິບັດບັນດາໂຊລູຊັນ ເຕັກໂນໂລຢີອື່ນໆ ໃຫ້ກັບພະແນກການ ແລະ ແຂວງ.


ທ່ານພົນຈັດຕະວາ ອຸລາຫາ ທອງວັນທາ ຮອງຜູ້ອຳນວຍການໃຫຍ່ບໍລິສັດ Star Telecom ຢືນຢັນວ່າ: ບໍລິສັດ Star Telecom ກັບເຄື່ອງໝາຍການຄ້າ Unitel ຈະປະສານສົມທົບກັບບັນດາອົງການ, ໜ່ວຍງານທີ່ກ່ຽວຂ້ອງ ຂອງນະຄອນຫຼວງພະບາງດຳເນີນການສຳຫຼວດ ສະຖານະພາບໃນຂົງເຂດ ທີ່ຕົວເມືອງມີຄວາມຕ້ອງການ; ສະເໜີໂຊລູຊັນການຈັດຕັ້ງປະຕິບັດທົດສອບ, ແຜນທີ່ການຈັດຕັ້ງປະຕິບັດ, ເງື່ອນໄຂຮັບປະກັນ; ເອົາໄປນຳໃຊ້ໃນລະບົບບໍລິຫານ, ຕົວເມືອງທັນສະໄໝ ສຳລັບບາງຂົງເຂດທີ່ຖືກເລືອກຈັດຕັ້ງປະຕິບັດທົດລອງປະເມີນຜົນ, ຮຽນຮູ້ຈາກປະສົບການໃນການຈັດຕັ້ງປະຕິບັດທົດລອງ ແລະ ສືບຕໍ່ຄົ້ນຄວ້າ ຈັດຕັ້ງປະຕິບັດນຳໃຊ້ລະບົບອີເລັກໂທຣນິກ, ຕົວເມືອງທັນສະໄໝ ສຳລັບຂົງເຂດທີ່ຍັງເຫຼືອໃຫ້ເໝາະສົມຕາມຂໍ້ກຳນົດຂອງຕົວເມືອງ.


ທ່ານ ຈັນສຸກ ພັນໂດລັກ ເຈົ້າຄອງນະຄອນຫຼວງພະບາງ ແຂວງຫຼວງພະບາງກ່າວວ່າ: ຫຼວງພະບາງຢາກຮ່ວມມືກັບ Unitel ໃນບາງຂົງເຂດເຊັ່ນ: ສ້າງ ແລະ ພັດທະນານະຄອນຫຼວງພະບາງໃຫ້ກາຍເປັນຕົວເມືອງທັນສະໄໝ; ກໍ່ສ້າງລະບົບອີເລັກໂຕຣນິກ, ການປະຕິຮູບດ້ານການບໍລິຫານ, ການປົກຄອງດິຈິຕອນ; ໂຊລູຊັນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງທາງໂທລະຄົມມະນາຄົມຮັບໃຊ້ໃຫ້ນະຄອນ, ນັກທຸລະກິດ ແລະ ປະຊາຊົນ; ພັດທະນາ ແລະ ສ້າງສູນລວມຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ; ເຈົ້າຄອງນະຄອນຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ Unitel ດຳເນີນການຄົ້ນຄວ້າ, ສຳຫຼວດ, ວິເຄາະສະຖານະພາບວິຊາຊີບຂອງຂະແໜງສາຂາ, ອົງກອນ, ໜ່ວຍງານຕ່າງໆ ແລະ ໃນຂໍ້ກຳນົດຂອບເຂດການຮ່ວມມື.


ກ່ອນໜ້ານັ້ນ, ໃນວັນທີ 6 ພະຈິກ, ບໍລິສັດ Star Telecom ສາຂາແຂວງຫຼວງພະບາງໄດ້ຈັດກອງປະຊຸມສຳມະນາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນ (digital) ການສຳມະນາດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ເຂົ້າຮ່ວມຂອງ ທ່ານ ພູມີ ໂອເພັດສານ ຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ; ທ່ານພົນຈັດຕະວາ ອຸລະຫາ ທອງວັນທາ, ຮອງຜູ້ອຳນວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ພ້ອມດ້ວຍບັນດາພະແນກການ, ອົງການຕ່າງໆຂອງແຂວງເຂົ້າຮ່ວມ.


ກອງປະຊຸມສຳມະນາໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນຳກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດີຈີຕອລ, ໂດຍສະເພາະຄື: ລະບົບ U-office, ວີດີໂອຄອນເຟີເລັນ, ກະເປົາເງິນ u-money ແລະ Unitel ຍັງມີໃຫ້ຄຳໝັ້ນສັນຍາຈະຕິດຕາມ ແລະ ສະໜັບສະໜູນ ແຂວງຫຼວງພະບາງ ໃຫ້ກາຍເປັນແຂວງນຳໜ້າ ໃນການຫັນເປັນດີຈີຕອນ ແລະ ນຳໃຊ້ວິທີແກ້ໄຂເຕັກໂນໂລຊີ ໃນທຸກໆກິດຈະກຳຂອງການເຮັດວຽກເຊັ່ນ: ໂຊລູຊັນຂອງລັດຖະບານອີເລັກໂຕຣນິກ, ໂຊລູຊັນຕົວເມືອງທັນສະໄໝ, Camera ການຕິດຕາມອອນລາຍ ແລະ ອື່ນໆ.