9 ເລື່ອງໜ້າຮູ້ ນາງສາວລາວ 2020 ບຸນພະສອນ ບຸດດາລາ

329

ຫຼາຍຄົນຄົງຮູ້ກັນແລ້ວວ່ານາງສາວລປີ2020  ຕົກເປັນຂອງໝາຍເລກ ML 4 ບຸນພະສອນ ບຸດດາລາ ຕົວແທນຈາກນະຄອນຫຼວງວຽງຈັນ.  ແຕ່ມື້ນີ້ແອັດມີນນ້ອຍ ຈະມາແນະນຳ9ເລື່ອງໜ້າຮູ້ຂອງສາວງາມແລະເຕັມໄປດ້ວຍຄວາມຮູ້ຄົນນີ້.

1.ບຸນພະສອນ ບຸດດາລາ ມີຊື່ຫຼິ້ນວ່າ “ຈິນນີ້”

  1. ບຸນພະສອນ ບຸດດາລາ ອາຍຸ 24 ປີ

  1. ສູງ169 ຊັງຕີແມັດ, ສັດສ່ວນ 32-24-35

4.ກຳລັງສຶກສາຢູ່ ມະຫາວິທະຍາໄລການຄ້າສາກົນ, ນະຄອນຫຼວງປັກກິ່ງ ສປ ຈີນ ລະດັບປະລິນຍາໂທ ປີທີ 2 ສາຂາທຸລະກິດສາກົນ

5.ປັດຈຸບັນອາໄສຢູ່ບ້ານ ດົງປ່າລານທົ່ງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

6.ເຄັດລັບຮັກສາສຸຂະພາບຮ່າງກາຍ ທັງພາຍໃນ ແລະ ພາຍນອກ ແມ່ນກິນອາຫານທີ່ມີປະໂຫຍດ, ດື່ມນ້ຳຫຼາຍໆ, ພັກຜ່ອນໃຫ້ພຽງພໍ, ອອກກຳລັງກາຍສະໝ່ຳສະເໝີ.

7.ຜົນງານຜ່ານມາ ເຄີຍເຂົ້າປະກວດ ແລະ ເຂົ້າຮອບ 6 ຄົນສຸດທ້າຍ ໃນງານ Kids and Young Model Contest ທີ່ຈັດຂຶ້ນໂດຍ Centerstage Laos ໃນກາງເດືອນ ຕຸລາທີ່ຜ່ານມາ

8.ຄວາມສາມາດພິເສດ ສາມາດຕີຂິມໄດ້

9.ພາສາຕ່າງປະເທດ ສາມາດເວົ້າໄດ້ທັງ ພາສາອັງກິດ ແລະ ພາສາຈີນ

 

ຂອບໃຈຮູບງາມໆຈາກຊ່າງພາບໂດຍສະເາພະແມ່ນອ້າຍ kham kham ແລະ   Jidmani sook