ຄຳມ່ວນ ຫາລືການກະກຽມດຳເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

158

ວັນທີ 3 ທັນວາ 2020 ທີ່ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໂດຍການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ຮັກສາການເຈົ້າ  ແຂວງຄຳມ່ວນ ໂດຍມີ ທ່ານ ສົມໃຈ ເພັດສີນວນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຕະຫຼອດເຖິງຄະນະກຳມະການເລືອກຕັ້ງຂັ້ນແຂວງເຂົ້າຮ່ວມ.

ທ່ານ ບຸນທອມ ແສງອາລຸນ ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂໍ້ຕົກລົງວ່າດ້ວຍການເຄື່ອນໄຫວຂອງບັນດາອະນຸກຳມະການຕ່າງໆ, ຂໍ້ຕົກລົງແຕ່ງຕັ້ງ ແລະ ເຄື່ອນໄຫວຂອງຄະນະກໍາມະການ ເພື່ອດຳເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ພ້ອມທັງຜ່ານແຜນດໍາເນີນງານຂອງຄະນະກໍາມະການການເລືອກຕັ້ງ ເຊິ່ງມີການກໍານົດທິດທາງວຽກງານຕົ້ນຕໍ ໂດຍສະເພາະ 4 ບາດກ້າວສຳຄັນ ຄື:

1.ບາດກ້າວກະກຽມເອກະສານພື້ນຖານ ແລະ ແຜນການຕ່າງໆຮັບໃຊ້ບັ້ນເລືອກຕັ້ງ, ກະກຽມ ແລະ ດຳເນີນກອງປະຊຸມພາຍໃນຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະ, ແຕ່ງຕັ້ງຜູ້ປະຈຳການ, ອອກຄຳແນະນຳ ແລະ ກະກຽມເງື່ອນໄຂດ້ານຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການເຊື່ອມຊຶມ, ເຜີຍແຜ່ບັນດາເອກະສານຕົ້ນຕໍທີ່ຕິດພັນກັບການເລືອກຕັ້ງ.

2.ບາດກ້າວຜັນຂະຫຍາຍບັນດາເອກະສານ ແລະ ແຜນດຳເນີນງານ, ກະກຽມ ແລະ ດຳເນີນກອງປະຊຸມ ເພື່ອສະຫຼຸບຕີລາຄາວຽກງານໃນບາດກ້າວທີ 1, ຈັດຕັ້ງເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ, ມະຕິຂອງຄະນະບໍລິຫານງານພັກແຂວງ ແລະ ເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ, ເກັບກຳສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງ, ຂຶ້ນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ.

3.ບາດກ້າວດຳເນີນຂະບວນການຕ່າງໆ ເພື່ອການເລືອກຕັ້ງ ກະກຽມ ແລະ ດຳເນີນກອງປະຊຸມ ເພື່ອສະຫຼຸບຕີລາຄາໃນບາດກ້າວທີ 2 ແລະ ວາງແຜນການປະຕິບັດຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ກະກຽມຈັດພິມຮູບ, ປະຫວັດຂອງຜູ້ສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ພ້ອມທັງປະກາດຈຳນວນຜູ້ມີສິດບ່ອນບັດໃນທົ່ວແຂວງ, ຈັດຕັ້ງການໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງ ສສຊ, ສສຂ ແລະ ດຳເນີນການປ່ອນບັດ.

4.ບາດກ້າວຈັດຕັ້ງປະຕິບັດ ພາຍຫຼັງການເລືອກຕັ້ງ ປະກາດຜົນເລືອກຕັ້ງ, ດຳເນີນກອງປະຊຸມຖອດຖອນບົດຮຽນກ່ຽວກັບການເລືອກຕັ້ງ, ຄົ້ນ ຄວ້າ ແລະ ດໍາເນີນການຍ້ອງຍໍຕໍ່ການຈັດຕັ້ງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ.

ໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນຕໍ່ບາດກ້າວຕ່າງໆ ເພື່ອເຮັດໃຫ້ການກຳນົດທິດທາງແຜນການ ແລະ ວິທີການຈັດຕັ້ງປະຕິບັດຂອງແຕ່ລະອະນຸກຳມະການໃຫ້ມີຄວາມລະອຽດ, ຈະແຈ້ງ, ມີຈຸດສຸມ ແນໃສ່ເຮັດໃຫ້ການດຳເນີນງານມີຄວາມສະດວກ, ຮັບປະກັນການເລືອກເຟັ້ນໃຫ້ໄດ້ ສສຊ ແລະ ສສຂ ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ, ມີໂຄງປະກອບເໝາະສົມທາງດ້ານເພດ, ເຜົ່າ, ຂະແໜງການລັດ, ອົງການຈັດຕັ້ງມະຫາຊົນ, ຂົງເຂດລັດວິສາຫະກິດ ແລະ ເອກະຊົນ ພ້ອມທັງຮັບປະກັນໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.