ອັບເດດຫຼ້າສຸດ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2ກໍລະນີ ນໍາເຂົ້າເຊັ່ນເຄີຍ

220

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຢືນຢັນ ສປປ ລາວ ພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ ມາຈາກຕ່າງປະເທດມີສັນຊາດລາວ 1  ແລະ ຣັດເຊຍ 1 ຄົນ.

ໃນວັນທີ 7 ທັນວາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າໃຫ້ຮູ້ວ່າ: ໃນວັນທີ 6 ທັນວາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 314 ຄົນ, ໃນນັ້ນ ມີ 1 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ; 128 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; 6 ຕົວຢ່າງຈາກແຮງງານລາວມາແຕ່ໄທ; ແຮງງານຈີນ 148 ຕົວຢ່າງ; ແຮງງານໄທ 26 ຕົວຢ່າງ; ແຮງງານລາວມາແຕ່ມຽນມາ 02 ຕົວຢ່າງ; ຜູ້ຕິດເຊື້ອນ້ຳເບີ 28, 30 ແລະ 31 ມາກວດຄືນທັງໝົດ 3ຕົວຢ່າງ. ຜົນກວດວິເຄາະທັງໝົດແມ່ນ ພົບຜູ້ຕິດເຊື້ອໃໝ່ ຈຳນວນ 2 ຄົນ ລາຍລະອຽດ ດັ່ງລຸ່ມນີ້:

ກໍລະນີຢັ້ງຢືນຕິດເຊື້ອໂຄວິດ-19 ທີ 40 ແມ່ນເປັນເພດຊາຍ, ອາຍຸ 65 ປີ, ສັນຊາດ ຣັດເຊຍ, ອາຊີບ ນັກບິນ, ຈຳກັດບໍລິເວນຢູ່ໂຮງແຮມແຫ່ງໜຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ ເຊິ່ງກ່ອນມາ ສປປ ລາວ ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ຢູ່ປະເທດອິນໂດເນເຊຍ ໃນວັນທີ 2 ທັນວາ 2020 ແລະ ບໍ່ພົບເຊື້ອ; ວັນທີ 5 ທັນວາ ໄດ້ເດີນທາງຈາກປະເທດມາເລເຊຍ ຜ່ານປະເທດໄທ ແລະ ມາຮອດ ສປປ ລາວ; ໄດ້ເກັບຕົວຢ່າງທີ່ສະໜາມບິນວັດໄຕ ແລະ ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ ແລະ ມາວັນທີ 6 ທັນວາ 2020 ໃນຕອນເຊົ້າ ຜູ້ກ່ຽວຮູ້ສຶກເຈັບຄໍ ແລະ ໜາວສັ່ນໜ້ອຍໜຶ່ງ ແຕ່ບໍ່ມີອາການໄຂ້; ຜົນກວດອອກແມ່ນພົບເຊື້ອພະຍາດໂຄວິດ-19, ປັດຈຸບັນ ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.

ສ່ວນກໍລະນີ ຢັ້ງຢືນທີ 41 ເປັນເພດຍິງ, ອາຍຸ 19 ປີ, ສັນຊາດ ລາວ, ອາຊີບ ​ນັກສຶກສາ ຮຽນຢູ່ ປະເທດຣັດເຊຍ ໄດ້ຈຳກັດບໍລິເວນຢູ່ສູນແຫ່ງໜຶ່ງທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ, ບໍ່ມີອາການສະແດງອອກ ເຊິ່ງກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໃນ​ວັນ​ທີ 23 ພະຈິກ 2020 ໄດ້ກວດເຊື້ອໂຄວິດ-19 ດ້ວຍ RT-PCR ຢູ່ຣັດເຊຍ ຜົນ​ກວດ​ແມ່ນບໍ່ພົບເຊື້ອ, ວັນທີ 27 ພະຈິກ ເດີນ​ທາງຈາກສະໜາມບິນຂອງປະເທດຣັດເຊຍ ໂດຍຖ້ຽວບິນພິເສດ ມາຮອດສະໜາມບິນສາກົນວັດໄຕ ສປປ ລາວ ວັນທີ 28 ພະຈິກ ໄດ້ເຂົ້າຈຳກັດບໍລິເວນຢູ່ສູນ ພ້ອມເກັບຕົວຢ່າງກວດຜົນອອກມາ ແມ່ນບໍ່ພົບເຊື້ອໂຄວິດ-19.

ຈົນມາຮອດວັນທີ 28 ພະຈິກ ຫາ 5 ທັນວາ 2020 ເປັນເວລາ 8 ມື້ ໄດ້ວັດແທກອຸນຫະພູມທຸກມື້ ເຊົ້າ-ແລງ ໂດຍທີມ​ງານ​ແພດປະຈໍາສູນ ຜູ້ກ່ຽວບໍ່ມີອາການຫຍັງສະແດງອອກ ແລະ ບໍ່ໄດ້ອອກຈາກຫ້ອງໄປໃສ ໄດ້ເກັບຕົວຢ່າງມາກວດຄືນ ເປັນຄັ້ງທີ 2 ວັນທີ 6 ທັນວາ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລະ ປັດຈຸບັນເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.

ທັງນີ້,  ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 6 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 82.178 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ ສຳລັບຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນ້ຳເບີ 27 ຫາ ນ້ຳເບີ 41 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ, ທຸກຄົນແມ່ນມີອາການເບົາບາງ.