ບໍລິສັດເຂົ້າລາວ ກຽມຕັ້ງສະຫະກອນຮັກສາເຂົ້າຫວັງເກັບຮັກສາເຂົ້າໃຫ້ຄົງຄຸນນະພາບ

161

ຊື່ສຽງຂອງເຂົ້າລາວແມ່ນເປັນທີ່ຍອມຮັບຈາກສະຖາບັນເຂົ້ານາໆຊາດ ເລື່ອງ ຄວາມບໍລິສຸດ, ແຕ່ບັນຫາທີ່ທ້າທາຍຂອງເຂົ້າລາວ ແມ່ນຂະບວນການຫຼັງການເກັບກ່ຽວ ຍັງບໍ່ສາມາດຈັດການ ໄດ້. ດັ່ງນັ້ນ, ຈຳເປັນຕ້ອງມີຂະບວນການເກັບຮັກສາເຂົ້າທີ່ໄດ້ມາດຕະຖານ ເພື່ອເຮັດໃຫ້ເຂົ້າທີ່ເກັບກ່ຽວຍັງຮັກສາຄຸນນະພາບໄວ້ໄດ້ຄືເຂົ້າໃໝ່ຢູ່ສະເໝີ.

ທ່ານ ອຸໄທ ໄຕມະນີ ຜູ້ອໍານວຍການບໍລິສັດເຂົ້າລາວ ໃຫ້ຮູ້ວ່າ: ການຜະລິດເຂົ້າທີ່ຈະໄດ້ຄຸນນະພາບຕ້ອງອາໄສການຮ່ວມມືຈາກຫຼາຍພາກສ່ວນ, ບໍ່ວ່າຈະເປັນຊາວນາ, ຜູ້ເກັບຊື້ເຂົ້າ, ເຈົ້າຂອງໂຮງສີ ລວມທັງເຈົ້າໜ້າທີ່ກ່ຽວຂ້ອງຈາກພາກລັດ, ຜ່ານມາການຜະລິດເຂົ້າຂອງລາວຍັງບໍ່ທັນມີລະບົບການຈັດການທີ່ເປັນຕ່ອງໂສ້ ເຮົາບໍ່ສາມາດຄວບຄຸມຄຸນນະພາບເຂົ້າຢູ່ໃນປາຍທາງໄດ້.

ທ່ານກ່າວຕື່ມວ່າ: ເຂົ້າທີ່ກ່ຽວ ແລະ ຟາດແລ້ວ ຖ້າເອົາມາໃສ່ກະສອບແລ້ວກອງເຕັງກັນໄວ້ 1 ມື້ເຂົ້າຈະຮ້ອນ, ມື້ທີ 2 ເຂົ້າຈະເລີ່ມມີເຊື້ອຣາ, ມື້ທີ 5 ເຂົ້າເລີ່ມປ່ຽນສີ. ສະນັ້ນ, ໃນໄລຍະເວລາ 24 ຊົ່ວໂມງ ຫຼັງຈາກຕັດຈາກຕົ້ນ ຕ້ອງນໍາເອົາເຂົ້າມາຜ່ານຂະບວນການອົບແຫ້ງໃນໂຮງອົບ ຈຶ່ງສາມາດຮັກສາຄຸນນະພາບໄວ້.

ດັ່ງນັ້ນ, ເພື່ອເຮັດໃຫ້ເຂົ້າລາວມີຄຸນນະພາບ ບໍລິສັດເຂົ້າລາວ ກໍາລັງປະສານງານກັບຂະແໜງການກ່ຽວຂ້ອງຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີຈຸດປະສົງຕັ້ງເປັນສະຫະກອນຮັກສາເຂົ້າຄຸນນະພາບ ໂດຍຄາດວ່າຈະໃຊ້ງົບປະມານ 1 ຕື້ກວ່າກີບ ໃນການສ້າງອາຄານ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍ ເພື່ອຮັກສາເຂົ້າຂອງຊາວນາທີ່ເກັບກ່ຽວໄດ້ໃຫ້ມີຄຸນນະພາບ ຢ່າງໜ້ອຍ 18 ເດືອນຂຶ້ນໄປ ເຖິງ 2 ປີ.

ຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນສົກປີ 2021 ໃນໄລຍະເກັບກ່ຽວເຂົ້ານາປີ ໂດຍມີເປົ້າໝາຍຢູ່ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງປັດຈຸບັນເຂດດັ່ງກ່າວມີກຸ່ມປູກເຂົ້າແລ້ວ ເຊິ່ງມີລະບົບການເກັບຮັກສາເຂົ້າສໍາລັບເປັນແນວພັນ. ປັດຈຸບັນກຸ່ມຜະລິດເຂົ້າເມືອງຊະນະຄາມ ມີ 2 ກຸ່ມ ແຕ່ລະກຸ່ມມີ 30 – 40 ຄອບຄົວທີ່ກຳລັງຈັດຕັ້ງຢູ່ ຈໍານວນເຂົ້າກໍມີຫຼາຍ ເມື່ອບໍລິສັດເຂົ້າລາວໄດ້ເຂົ້າໄປຢູ່ໃນສະຫະກອນເຂົ້າແລ້ວ ຈະເປັນສະຫະກອນຮັກສາເຂົ້າຂອງຊາວນາ.

ບໍລິສັດຈະສ້າງລະບົບເກັບຮັກສາເຂົ້າທີ່ທັນສະໄໝ ເຊິ່ງຈະຮັກສາເຂົ້າໄດ້ 2 ປີ ຄຸນນະພາບຍັງຄືວ່າເປັນເຂົ້າຫາກໍກ່ຽວໃໝ່ໆ. ສະນັ້ນ, ການເຮັດລະບົບສະຫະກອນເຂົ້າ ຈະຮັກສາເຂົ້າໃຫ້ສົດໃໝ່ຢູ່ສະເໝີ ເຂົ້າຈະໄດ້ມາດຕະຖານຕາມທີ່ຕະຫຼາດຕ້ອງການ, ຜົນປະໂຫຍດຂອງໂຄງການທີ່ໄດ້ແມ່ນໜໍ່ແໜງການຜະລິດເຂົ້າ, ຕົວແບບການຜະລິດເຂົ້າ ເພື່ອໃຫ້ຊາວນາ, ຜູ້ປະກອບການທີ່ມີຄວາມສົນໃຈນໍາເອົາໄປຈັດຕັ້ງປະຕິບັດໃນວົງກວ້າງ ໂດຍສະເພາະຊາວນາໃນທ້ອງຖິ່ນຕ່າງໆ ເພື່ອຍົກລະດັບການຜະລິດເຂົ້າລາວໃຫ້ມີຄຸນນະພາບກ້າວສູ່ຕະຫຼາດສາກົນ, ທ່ານ ອຸໄທ ໄຕມະນີ ກ່າວ.

ຫາກໄລ່ລຽງດ້ານເສດຖະກິດ ເຂົ້າທີ່ຜ່ານລະບົບເກັບຮັກສາຈະເຫັນວ່າລາຄາບໍ່ແພງ ສົມມຸດວ່າເຮົາຮັກສາ 10 ໂຕນ ກໍຈະໄດ້ຂາຍ 10 ໂຕນ ຫຼື 9,5 ໂຕນ, ແຕ່ໃນກໍລະນີເຂົ້າທີ່ບໍ່ຮັກສາ ເຂົ້າ 10 ໂຕນ ຈະເຫຼືອພຽງ 7 ໂຕນ    ( ເນື່ອງຈາກມີແມງໄມ້ມາກິນ, ເຂົ້າຊຸ່ມ ເນົ່າ ແລະ ອື່ນໆ ) ທີ່ສຸດແລ້ວ ຖ້າຫາກສະຫະກອນຜະລິດ ແລະ ຮັກສາເຂົ້າ ຫາກມີການຂະຫຍາຍຕົວ ສັງຄົມລາວກໍຈະໄດ້ບໍລິໂພກເຂົ້າທີ່ມີຄຸນນະພາບ, ລາຄາເຂົ້າມີ ຄວາມສະຖຽນ, ຊາວນາ ຫຼື ພໍ່ຄ້າເຂົ້າຈະມີໂຮງເກັບເຂົ້າໄວ້ ສູງສຸດ 24 ເດືອນ ຖ້າເກີດອຸທົກກະໄພກໍນໍາເຂົ້າອອກມາຈໍລະຈອນໃນທ້ອງຕະຫຼາດ ຫຼື ຕະຫຼາດຕ່າງປະເທດຕ້ອງການ ກໍເປັນເງື່ອນໄຂໃນການສົ່ງອອກເຂົ້າຄຸນນະພາບຂອງປະເທດເຮົາ.