ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ( ຮສສ.ນວ ) ກຽມຈັດງານຕະຫຼາດນັດແຮງງານຂຶ້ນໃນລະຫວ່າງວັນທີ 18 – 21 ທັນວາ 2020 ທີ່ພະແນກ ຮສສ.ນວ. ຄາດວ່າຈະມີແຮງງານມາລົງທະບຽນ 5 ພັນຄົນ ແລະ ສາມາດສ້າງວຽກເຮັດງານທຳໄດ້ 1 ພັນຄົນ.
ພິທີຖະແຫຼງຂ່າວຈັດຂຶ້ນວັນທີ 3 ທັນວາ 2020 ທີ່ພະແນກ ຮສສ.ນວ ໂດຍການຖະແຫຼງຂອງ ທ່ານ ນາງ ລຳພອຍ ສີ ອັກຄະຈັນ ຄະນະປະຈຳພັກ, ຫົວໜ້າພະແນກ ຮສສ.ນວ.
ທ່ານ ນາງ ລຳພອຍ ສີອັກຄະຈັນ ກ່າວວ່າ: ງານນັດພົບແຮງງານແມ່ນໜຶ່ງໃນກິດຈະກຳຂອງການບໍລິການຈັດຫາງານແລະ ເປັນອົງປະກອບໜຶ່ງທີ່ສຳຄັນຂອງວຽກງານແຮງງານແລະ ແມ່ນຈຸດເຊື່ອມຕໍ່ການດັດສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ; ຖ້າຫາກການສະໜອງແຮງງານໜ້ອຍກວ່າຄວາມຕ້ອງການຈະເຮັດໃຫ້ເກີດບັນຫາການຂາດແຄນແຮງງານ; ພ້ອມດຽວກັນຖ້າຫາກຄວາມຕ້ອງການແຮງງານໜ້ອຍກວ່າການສະໜອງ ກໍຈະເຮັດໃຫ້ເກີດບັນຫາການວ່າງງານ.
ໃນເວລາໃດມີການວ່າງງານຫຼາຍ ແລະ ເກີດມີບັນຫາການຂາດແຄນແຮງງານຈະພາໃຫ້ມີຜົນກະທົບຕໍ່ການລົງທຶນ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ລວມເຖິງປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ. ສະນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຍາມໃດກໍໄດ້ຕັ້ງໜ້າສຸມໃສ່ວຽກງານການພັດທະນາຊັບພະຍາກອນມະນຸດ, ຖືເອົາການພັດທະນາຄົນເປັນໃຈກາງ ແລະ ການມີວຽກເຮັດງານທຳເປັນບັນຫາສຳຄັນ, ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ຄວາມຢູ່ດີກິນດີຂອງປະຊາຊົນຊາວນະຄອນຫຼວງວຽງຈັນ.
ການຈັດງານໃນຄັ້ງນີ້ແມ່ນ:
1.ສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈັດຈ້າງງານ.
2.ສ້າງເງື່ອນໄຂໃຫ້ແຮງງານທີ່ຕ້ອງການພັດທະນາສີມືແຮງງານ ສາມາດເຂົ້າເຖິງສະຖາບັນການສຶກສາຕ່າງໆໄດ້ຮັບການຍົກລະດັບສີມືແຮງງານແທດເໝາະກັບ ຄວາມຕ້ອງການຂອງຕະຫຼາດແຮງງານ.
3.ຫຼຸດຜ່ອນອັດຕາແຮງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມຂອງນະຄອນຫຼວງ ໃຫ້ປາກົດຜົນສຳເລັດຕາມຄາດໝາຍ.
4.ສ້າງເງື່ອນໄຂ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ຕ້ອງການວຽກເຮັດງານທຳ ແລະ ຫົວໜ່ວຍທຸລະກິດໄດ້ພົບປະກັນ, ລູກຈ້າງມີໂອກາດໄດ້ລົມກັບນາຍຈ້າງໂດຍກົງ ນຳໄປສູ່ການຮັບສະໝັກ ແລະ ຖືກບັນຈຸເຂົ້າໃນຕຳແໜ່ງວ່າງທີ່ເໝາະສົມກັບຄວາມຮູ້, ຄວາມສາມາດຂອງຜູ້ຊອກວຽກ.
5.ປູກຈິດສຳນຶກໃຫ້ຜູ້ປະກອບການ ( ນາຍຈ້າງ ) ແລະ ຜູ້ຊອກວຽກເຮັດງານທຳມີ ຄວາມຮັບຮູ້ເຂົ້າໃຈຕໍ່ກັບແນວທາງນະໂຍບາຍການປ່ຽນແປງໃໝ່ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງກັບວຽກງານແຮງງານ ໂດຍສະເພາະແມ່ນການຈັດຈ້າງງານ ພ້ອມທັງຮັບຮູ້, ເຂົ້າໃຈພາລະບົດບາດຂອງວຽກງານແຮງງານຫຼາຍຂຶ້ນ.
ຄາດວ່າງານຄັ້ງນີ້ຈະມີຜູ້ເຂົ້າຮ່ວມງານທັງໝົດ ຈຳນວນ 5 ພັນຄົນ ມາທັງທ່ຽວຊົມ ແລະ ມາລົງທະບຽນສະໝັກງານ, ຫົວໜ່ວຍແຮງງານເຂົ້າຮ່ວມຕັ້ງບູ໊ດຮັບສະໝັກງານ ຈຳນວນ 150 ຫົວໜ່ວຍ ແລະ ມີຕຳແໜ່ງງານວ່າງຫຼາຍກວ່າ 6 ພັນຕຳແໜ່ງ, ຜູ້ຊອກວຽກ ຈຳນວນ 3 ພັນຄົນ ໄດ້ຮັບຮູ້ຂໍ້ມູນ – ຂ່າວສານດ້ານຕະຫຼາດແຮງງານຫຼາຍຂຶ້ນ, ໄດ້ສຳຜັດ ແລະ ສົນທະນາກັບຫົວໜ່ວຍແຮງງານໄດ້ມີໂອກາດເລືອກຫຼາຍປະເພດອາຊີບ ແລະ ມີໂອກາດສູງທີ່ຈະໄດ້ຖືກບັນຈຸເຂົ້າໃນຕຳແໜ່ງທີ່ເໝາະສົມ, ທີ່ສຳຄັນຄາດວ່າຈະມີຜູ້ຊອກວຽກ/ຜູ້ວ່າງງານຈຳນວນຫຼາຍກວ່າ 1 ພັນຄົນ ໄດ້ຖືກບັນຈຸເຂົ້າເຮັດວຽກໃນໄລຍະຂອງການຈັດງານ, ທ່ານ ນາງ ລຳພອຍ ສີອັກຄະຈັນ ກ່າວ.