ຂໍສະແດງຄວາມຍິນດີ ກັບML4 ຈິນນີ້ ບຸນພະສອນ ບຸດດາລາ ສາວງາມຈາກນະຄອນຫຼວງວຽງຈັນ ຄວ້າຕຳແໜ່ງນາງສາວລາວ 2020

209

ການປະກວດນາງສາວລາວຮອບຕັດສິນ ມີຂຶ້ນໃນຄໍ່າຄືນວັນທີ5 ທັນວາ 2020 ທີ່ໂຮງແຮມແລນມາກແມ່ຂອງ ນະຄອນຫຼວງວຽງຈັນ.

ຂໍສະແດງຄວາມຍິນດີ ກັບML4 ຈິນນີ້ ບຸນພະສອນ ບຸດດາລາ ສາວງາມຈາກນະຄອນຫຼວງວຽງຈັນ ຄວ້າຮັບຕຳແໜ່ງນາງສາວລາວ 2020

ຈິນນີ້ ບູນພະສອນ ບຸດດາລາ ກຳລັງສຶກສາລະດັບປະລິນຍາໂທ ປີທີ 2 ສາຂາທຸລະກິດສາກົນ ທີ່ມະຫາວິທະຍາໄລການຄ້າສາກົນ ນະຄອນຫຼວງປັກກິ່ງ ສປ ຈີນ, ອາຍຸ 24 ປີ ສູງ169 ຊັງຕີແມັດ, ສັດສ່ວນ 32-24-35

.

ອາໄສຢູ່ບ້ານ ດົງປ່າລານທົ່ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເວທີນາງສາວລາວເປັນຄວາມຝັນຂອງນ້ອງ, ທັງເປັນເວທີທີ່ເປີດໂອກາດໃຫ້ຜູ້ຍິງລາວສະແດງຄວາມສາມາດ, ຄວາມຮູ້ ແລະ ສັກກະຍະພາບຂອງຕົນເອງອອກມາ

ຮອງອັນດັບ1 ໝາຍເລກML5 ນ້ອງ ໜູ ພອນທິດາ ແກ້ວບຸນພັນ ສາວງາມຈາກແຂວງ ນະຄອນຫຼວງວຽງຈັນ

ຮອງອັນດັບ2 ໝາຍເລກ ML31 ນ້ອງ ພິມມະສອນ ວໍລະສັກ ສາວງາມຈາກແຂວງ ໄຊຍະບູລີ

ຮອງອັນດັບ3 ໝາຍເລກ ML22 ນ້ອງ ຕຸ້ຍ ລັດດາວັນ ໄຊນາລໍ່ ສາວງາມຈາກແຂວງ ໄຊສົມບູນ

ຮອງອັນດັບ4 ໝາຍເລກ ML23 ນ້ອງ ພອນທະວີ ພິລາວົງ ສາວງາຈາກ ນະຄອນຫຼວງວຽງຈັນ