ມະຫະກໍາ ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ເປີດຂຶ້ນຢ່າງເປັນທາງການດໍາເນີນເປັນເວລາ 3 ວັນ

133

ພິທີເປີດງານມະຫະກໍາ ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ໄດ້ມີຂຶ້ນໃນຕອນເຊົ້າວັນທີ 4 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຄໍາແສນ ສີສະວົງ ຮອງປະທານສະພາການຄ້າ, ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ແຂກຮັບເຊີນ ຕະຫຼອດຮອດສື່ມວນຊົນຫຼາຍພາກສ່ວນ.

ທ່ານ ຄໍາແສນ ສີສະວົງ ໄດ້ໃຫ້ກຽດກ່າວເປີດງານມີບາງຕອນສໍາຄັນວ່າ: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ບໍລິສັດ ດີຈິຕອລ ຄລາສສິຟາຍ ຈຳກັດ ຈັດງານວາງສະແດງມະຫະກຳ ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ ເຊິ່ງຈະດຳເນີນເປັນເວລາ 3 ວັນ ທີ່ຫໍປະຊຸມແຫ່ງຊາດແຫ່ງນີ້ ເພື່ອເປັນການຊຸກຍູ້, ສົ່ງເສີມທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ດຳເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ໃນຫຼາກຫຼາຍຂະແໜງການເພື່ອກະກຽມ, ຮອງຮັບການຂະຫຍາຍຕົວເສດຖະກິດ ແລະ ສັງຄົມຂອງ ສປປ ລາວ, ທີ່ມີທ່າອ່ຽງນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.


ມະຫະກຳ ບ້ານ, ສິນເຊື່ອ ແລະ ໄລຟສະໄຕລ ໃນຄັ້ງນີ້ໄດ້ຮວບຮວມເອົາບັນດາບໍລິສັດຫຼາກຫຼາຍຂະແໜງການທີ່ມີສື່ສຽງທົ່ວປະເທດລາວ ໄດ້ມາວາງສະແດງ ເຊັ່ນ: ໂຄງການບ້ານຈັດສັນ, ອຸປະກອນກໍ່ສ້າງ, ຕົກແຕ່ງພາຍໃນ, ທີ່ດິນ, ປະກັນໄພ, ບໍລິການທາງດ້ານການເງິນ, ຮ້ານອາຫານ ແລະ ອື່ນໆ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີທາງເລືອກທີ່ຫຼາກຫຼາຍ ແລະ ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ແກ່ຫົວ ໜ່ວຍທຸລະກິດໄດ້ນຳສະເໜີໂຄງການຂອງຕົນເອງ ແລະ ຍັງເປັນເວທີອັນດີໃນການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ໃນຫຼາຍຂະແໜງການ ເຊິ່ງຈະເປັນທາງເລືອກທີ່ດີທີ່ສຸດໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ທີ່ຕ້ອງການຊື້ທີ່ດິນ, ເຮືອນ, ສິນເຊື່ອ, ປະກັນໄພ ແລະ ອື່ນໆ.
ຄຽງຄູ່ກັນກັບງານວາງສະແດງຍັງມີການຈັດກອງປະຊຸມພົບປະທຸລະກິດ ແລະ ກອງປະຊຸມສຳມະນາໃນຫົວຂໍ້ຕ່າງໆ ກ່ຽວກັບທີ່ຢູ່ອາໄສ, ສິນເຊື່ອ ແລະ ໄລຟສະໄຕລ ເຊິ່ງຈະເປັນຜົນດີໃຫ້ແກ່ຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງກອງປະຊຸມດັ່ງກ່າວແມ່ນໄດ້ເຊີນຜູ້ທີ່ມີປະສົບການໃນດ້ານທີ່ກ່ຽວຂ້ອງ.


ກອງປະຊຸມສຳມະນາ ຈະເປັນການສະໜອງຄວາມຮູ້ໃຫ້ແກ່ຜູ້ປະກອບການ ແລະ ຍັງເປັນເວທີທີ່ສຳຄັນໃນການສ້າງເຄືອຂ່າຍທຸລະກິດຮ່ວມກັນ, ໄດ້ຮັບຮູ້ເຖິງນະໂຍບາຍຕ່າງໆທີ່ກ່ຽວຂ້ອງໃນຂະແໜງດັ່ງກ່າວ ແລະ ກ້າວໄປເຖິງການຕົກລົງຮ່ວມມືກັນຢ່າງແທ້ຈິງ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຈະຊ່ວຍກະຕຸ້ນສົ່ງເສີມໃຫ້ມີການລົງທຶນພາຍໃນ, ເພີ່ມການສ້າງວຽກເຮັດງານທຳ ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ.


ເພື່ອໃຫ້ການເປີດງານທາງການມີຄວາມໝາຍສໍາຄັນຍິ່ງຂຶ້ນ ທາງປະທານ ແລະ ຄະນະ ກໍໄດ້ຕັດແຖບຜ້າຮ່ວມກັນ ຈາກນັ້ນກໍໄດ້ເລາະຊົມບັນດາຮ້ານໃນງານວາງສະແດງຂອງຫົວໜ່ວຍທຸລະກິດຕ່າງໆທີ່ມີການຈັດສັນເປັນລະບຽບ, ຕົກແຕ່ງງົດງາມພາຍໃນຫໍປະຊຸມແຫ່ງຊາດດັ່ງກ່າວອີກ.

ງານວາງສະແດງຄັ້ງນີ້ດໍາເນີນເປັນເວລາ 3 ວັນ ລະຫວ່າງວັນທີ 4 – 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.