ເປີດເທສະການ ສະຫວັນ ສຸກສັນຫັນສາ 2020 ກະຕຸກຊຸກຍູ້ ແລະ ສົ່ງເສີມການທ່ອງທຽວ

208

ງານເທສະການ ສະຫວັນ ສຸກສັນຫັນສາ (SAVAN FUN FEST) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 4 ທັນວາ 2020 ຢູ່ທີ່ບໍລິເວນຕະຫຼາດ ສະຫວັນກາງຄືນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກວັດທະນະທຳ-ສັງຄົມ, ມີບັນດາການນຳຂອງແຂວງ, ຄະນະນຳນະຄອນໄກສອນ ພົມວິຫານ, ພະແນກການອ້ອມຂ້າງ, ບັນດາເມືອງຕ່າງໆ ຕະຫຼອດຮອດມວນຊົນ ໃນນະຄອນໄກສອນພົມວິຫານ ແລະເມືອງໃກ້ຄຽງເຂົ້າຮ່ວມ.


ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ກໍ່ໄດ້ກ່າວລາຍງານການກະກຽມງານຄັ້ງນີ້ວ່າ: ການກະກຽມຈັດງານ ເທດສະການ ສະຫວັນ ສຸກສັນຫັນສາ SAVAN FUN FEST ໃນປີນີ້, ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ເດືອນ ຕຸລາ 2020 ເປັນຕົ້ນມາ ໂດຍໄດ້ຈັດໃຫ້ມີກອງປະຊຸມ ເພື່ອຄົ້ນຄວ້າ ປຶກສາຫາລືເຖິງ ການກະກຽມຄວາມພ້ອມໃນດ້ານຕ່າງໆ ນັບທັງການກຳນົດບັນດາກິດຈະກຳ, ການເຂົ້າມາມີສ່ວນຮ່ວມຂອງສັງຄົມ ທັງພາກລັດ ແລະເອກະຊົນ, ການອອກຮ້ານວາງສະແດງ ຈຳໜ່າຍສິນຄ້າຜະລິດຕະພັນ, ການສະແດງສິລະປະ ວັນນະຄະດີ ແລະການຄົບງັນຕ່າງໆ ທີ່ສະແດງອອກເຖິງ ວິຖີຊີດວິດ ໃນການເຄື່ອນໄຫວ ຂອງມວນຊົນຊາວແຂວງສະຫວັນນະເຂດ .


ຈາກນັ້ນໃນພິທີກໍ່ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງສະຫວັນນະເຂດໃຫ້ແກ່ກົມກອງ ແລະ ຜູ້ປະກອບການທີ່ໃຫ້ການສະໜັບສະໜູນ ທາງດ້ານວັດຖຸປັດໃຈເຂົ້າໃນການຈັດງານໃນຄັ້ງນີ້.


ສຳລັງງານເທສະການ ສະຫວັນ ສຸກສັນຫັນສາ ໃນປີນີ້ ຈັດຂຶ້ນໃນໂອກາດທີ່ ມວນຊົນຊາວແຂວງສະຫວັນນະເຂດ ພວມພ້ອມກັນ ເບີກບານມ່ວນຊື່ນ ຂ່ຳນັບຊົມເຊີຍ ຜົນສຳເລັດ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ທີ່ຫາກໍ່ສຳເລັດລົງ ໃນວັນທີ 21 ພະຈິກ ທີ່ຜ່ານມາ ແລະໃນງານຄັ້ງນີ້ ກໍ່ຍັງໄດ້ຈັດໃຫ້ມີຫຼາຍກິດຈະກຳ ເພື່ອຮອງຮັບບັນດາ ນັກທ່ອງທ່ຽວ ກໍ່ຄືມວນຊົນທີ່ຈະເຂົ້າມາທ່ຽວຊົມພາຍໃນງານໃນແຕ່ລະວັນ, ແຕ່ລະຄືນ ເຊັ່ນ: ການສະແດງ ອາພອນເຜົ່າຂອງກຸ່ມທຸລະກິດ ຈາກນະຄອນຫຼວງວຽງຈັນ, ການແຕ່ງການຢ້ອນຍຸກຈາກເຜົ່າຂອງແຂວງ, ການສະແດງສິລະປະວັນນະຄະດີຂອງແຂວງ, ການສະແດງ ໜັງປະລັດຕື້, ໝໍລຳເລື່ອງ, ລຳພະຍາຍ່ອຍ, ການອອກຮ້ານວາງສະແດງ ຜະລິດຕະພັນ ຈາກພາກລັດ, ທຸລະກິດ ພາຍໃນແຂວງ ຈຳນວນ 150 ຮ້ານ, ການບໍລິການ ອາຫານ ແລະເຄື່ອງດື່ມ, ຈັດຂະບວນກ້ອນກຳລັງສະແດງ ແລະການແຂ່ງຂັນເຮືອ ເຈັດສະກີ ແລະອື່ນໆ. ງານ ຈະໄດ້ດຳເນີນໄປເປັນເວລາ 3 ວັນ ຄືແຕ່ວັນທີ 4-6 ທັນວາ 2020 ນີ້ ຈຶ່ງຈະຊິ້ນສຸດລົງ.


ການຈັດງານ ເທສະການສະຫວັນສຸກສັນຫັນສາ ໃນປີນີ້ ນອກຈາກຈະເປັນການສ້າງໃຫ້ມີຂະບວນການເຄື່ອນໄຫວ ທີ່ເບີກບານມ່ວນຊື່ນ ຂອງມວນຊົນຊາວແຂວງສະຫວັນນະເຂດ ກໍ່ຄືຊາວນະຄອນໄກສອນພົມວິຫານ ໃນການການດຳລົງຊີວິດປະຈຳວັນແລ້ວ, ມັນຍັງເປັນການກະຕຸກຊຸກຍູ້ ແລະ ສົ່ງເສີມການທ່ອງທຽວພາຍໃນແຂວງ ລາວທ່ຽວລາວ ໃຫ້ມີຫຼາກຫຼາຍກິດຈະກຳ ແລະ ສີສັນ ເພື່ອດຶງດູດນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ແຂວງສະຫວັນນະເຂດຂອງພວກເຮົາ ໂດຍສະເພາະແມ່ນການຈັດສະແດງແບບແຜນດຳລົງຊີວີດ,ການນຸ່ງຖືຂອງປະຊາຊົນໃນເມື່ອກ່ອນ,ການຈັດກິດຈະກຳທີ່ເປັນເອກະລັກຂອງຊຸມຊົນ,ການສົ່ງເສີມການທ່ອງທ່ຽວເຂດຕົວເມືອງເກົ່າ ພາຍໃນເທສະບານແລະ ອື່ນໆ ເຊິ່ງທັງໝົດນີ້ ມັນຈະກາຍເປັນທ່າແຮງໜຶ່ງ ທີ່ຊ່ວຍສ້າງລາຍຮັບໃຫ້ປະຊາຊົນ ພ້ອມທັງເປັນການໂຄສະນາເຜີຍແຜ່ ອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້.

ທີ່ມາMedia Laos