ສະຫາຍ ດຣ. ບຸນແຝງ ພູມມະໄລສິດ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງສາທາລະນະສຸກ ຊຸດໃໝ່

266

Lao National Radio, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສາທາລະນະສຸກຄັ້ງທີ IX ໄດ້ປິດລົງຢ່າງເປັນ ທາງການ ໃນຕອນເຊົ້າ ວັນທີ 4 ທັນວາ 2020 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນພາຍຫຼັງດໍາເນີນມາ ເປັນເວລາມື້ເຄິ່ງ, ພາຍໃຕ້ ການເປັນປະທານ ຂອງສະຫາຍ ຄໍາພອນ ພຸດທະວົງ ເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ. ໃຫ້ກຽດເຂົ້າຮ່ວມມີສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີພາກສ່ວນກ່ຽວຂ້ອງ, ແຂກຮັບເຊີນ, ພ້ອມດ້ວຍຜູ້ແທນນສົມບູນ 184 ສະຫາຍ ,ຍິງ 73 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວກະຊວງສາທາລະນະສຸກ 1.340 ສະຫາຍ.


ໃນກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງ, ແຜນການພັດທະນາວຽກງານສາທາລະນະສຸກ 5ປີ ນັບແຕ່ປີ 2021 ຫາປີ 2025, ໄດ້ຮັບຟັງບົດຮຽນອັນພົ້ນເດັ່ນຈາກອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ສາຍແຜນງານປິ່ນປົວ-ຟື້ນຟູໜ້າທີ່ການ ແລະສາຍແຜນງານຄຸ້ມຄອງພັດທະນາພະນັກງານ ແລະຄົ້ນຄວ້າວິທະຍາສາດ, ນອກນັ້ນຍັງໄດ້ຮັບຟັງບົດປະກອບຄໍາເຫັນກ່ຽວກັບການຍົກສູງຄຸນນະພາບການບໍລິການສຸຂະພາບ ຕິດພັນກັບການບໍລິການ ປິ່ນປົວພະຍາດໂຄວິດ19, ການສ້າງຂະບວນການຂອງ 3 ອົງການຈັດຕັ້ງມະຫາຊົນ ຕິດພັນກັບວຽກງານວິຊາສະເພາະ, ແລະປະກອບຄໍາເຫັນການເຕີບໃຫ່ຍຂະຫຍາຍຕົວຂອງຖັນແຖວພະນັກງານໃນຂະແໜງສາທາລະນະສຸກ.


ກອງປະຊຸມໄດ້ດໍາເນີນການປ່ອນບັດ ເລືອກຕັ້ງເອົາ ຄະນະບໍລິຫານງານພັກກະຊວງສາທາ ລະນະສຸກຊຸດໃໝ່, ມີຜູ້ອອກສະໝັກ 21 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ 17 ສະຫາຍ, ຍິງ 3 ສະຫາຍຄື:
1/ ສ/ຫ ດຣ ໄພວັນ ແກ້ວປະເສີດ
2/ ສ/ຫ ດຣ ບຸນແຝງ ພູມມະໄລສິດ .
3/ ສ/ຫ ດຣ ສະໜອງ ທອງຊະນະ
4/ ສ/ຫ ດຣ ນາງ ອາພອນ ວິຊາເທບ
5/ ສ/ຫ ດຣ ຣັດຕະນະໄຊ ເພັດສຸວັນ
6/ ສ/ຫ ປອ.ດຣ ບຸນຊູ ແກ້ວຫາວົງ
7/ ສ/ຫ ສຈ.ດຣ ມາຍຟອງ ມາຍຊາຍ
8/ ສ/ຫ ດຣບຸນຖົມ ຊາມຸນຕຣີ
9/ ສ/ຫ ດຣ ຄຳປະສົງ ເທບປັນຍາ
10/ ສ/ຫ ດຣ ນາງ ສົມມະນີຄອນ ຜາງມີໄຊ
11/ ສ/ຫ ດຣ ສີວັນໄຊ ຈັນທະວົງສັກ
12/ ສ/ຫ ປອ.ດຣ ບຸນເສີດ ແກ້ວປະສິດ
13/ ສ/ຫ ດຣ ສອນໄຊ ລາດຊະວົງ
14/ ສ/ຫ ດຣ ຄຳພົ້ວ ສຸດທິສົມບັດ
15/ ສ/ຫ ດຣ ພອນປະເສີດ ອຸນາພົມ
16/ ສ/ຫ ປອ.ດຣ ພອນປະດິດ ສັງໄຊຍະລາດ
17/ ສ/ຫ ປອ.ດຣ ນາງ ຈັນຖະໜອມ ມະນີທິບ


ກອງປະຊຸມຄັ້ງປະຖົມມະລືກໄດ້ ເປັນເອກະສັນເລືອກເອົາ ສະຫາຍ ດຣ. ບຸນແຝງ ພູມມະໄລສິດ ເປັນເລຂາ ຄະນະບໍລິຫານງານພັກກະຊວງສາທາລະນະສຸກ ສະໄໝທີ IX; ເລືອກເອົາສະຫາຍ ດຣ. ສະໜອງ ທອງຊະນະ ເປັນຮອງເລຂາ; ເລືອກເອົາສະຫາຍ ໄພວັນ ແກ້ວປະເສີດ ເປັນປະທານກວດກາ, ເລືອກເອົາສະຫາຍ ທອງວັນ ເພັດຈະເລີນ ແລະສະຫາຍ ນາງ ສົມແພງ ສຸວັນນະເມທີ ເປັນຮອງປະທານກວດກາ.


ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ໄປຮ່ວມກອງປະຊຸມໃຫ່ຍຄັ້ງທີ 11ຂອງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້, ມີຜູ້ສະໝັກ 10 ສະຫາຍ, ເລືອກເອົາ 7 ສະຫາຍ.


ໂອກາດນີ້ ສະຫາຍພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ ຮອງປະທານປະເທດ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາ ຊຶ່ງສະຫາຍ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຂອງກະຊວງສາທາລະນະສຸກ ຈົ່ງເອົາໃຈໃສ່ປັບປຸງກົນໄກການບໍລິຫານໂຮງໝໍໃຫ້ດີກວ່າເກົ່າ, ສືບຕໍ່ປັບປຸງ, ປະຕິຮູບລະບົບສາທາລະນະສຸກ ເຂົ້າສູ່ລວງເລິກ ສິ່ງສໍາຄັນແມ່ນປັບປຸງ ການບໍລິການສາທາລະນະສຸກ, ການກໍ່ສ້າງພະນັກງານແພດໝໍ, ເພື່ອກອບກູ້ຄວາມເຊື່ອໝັ້ນຂອງປະຊາຊົນ, ພ້ອມນັ້ນຕ້ອງປະຕິບັດວິໄສທັດ 5ດີ ຂອງກະຊວງສາທາລະນະສຸກໃຫ້ໄດ້ ຄື: ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດດີ ແລະປິ່ນປົວດີ.

ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກແລະແບບແຜນນໍາພາຂອງພັກ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກແທ້; ເອົາໃຈໃສ່ກໍ່ສ້າງພະນັກງານນໍາພາຄຸ້ມຄອງຂະ ແໜງ ສາທາລະນະສຸກໃຫ້ໄປຕາມແນວທາງການຈັດຕັ້ງຂອງພັກ; ເວົ້າລວມແລ້ວ, ໃນຕໍ່ໜ້ານີ້ໃຫ້ສືບຕໍ່ກໍ່ສ້າງພັກ-ພະນັກງານໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຍົກສູງລະດັບຄວາມຮູ້ ແລະ ຄວາມສາ ມາດນໍາພາ ໃນຂະບວນການວຽກງານຕົວຈິງໃຫ້ສູງຂຶ້ນໃຫ້ສາມາດເປັນຫຼັກແຫຼ່ງນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໃນຕໍ່ໜ້າ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ IXຂອງອົງຄະນະພັກກະຊວງສາທາລະນະສຸກ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີໝາກຜົນນັບມື້ສູງຂຶ້ນ.