ອັດຕະປື ກຽມຈັດພິທີສົມໂພດຮູບປັ້ນເໝືອນເຈົ້າໄຊຍະເສດຖາທິຣາດ ກະຕຸ້ນການທ່ອງທ່ຽວ

230

ແຂວງອັດຕະປື ກຽມຈັດພິທີສົມໂພດຮູບເໝືອນຂອງພະເຈົ້າໄຊຍະເສດຖາ ເພື່ອຍູ້ໜູນການທ່ອງທ່ຽວ ໂດຍຖືເອົາການສົ່ງເສີມລາວທ່ຽວລາວເປັນໃຈກາງ.

ທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ສຳພາດກ່ອນໜ້ານີ້ວ່າ: ວຽກງານການທ່ອງທ່ຽວເປັນວຽກງານໜຶ່ງທີ່ສຳຄັນ ໄດ້ຮັບການພັດທະນາຄຽງຄູ່ກັບຂະແໜງອື່ນໆ, ຜ່ານມາຂະແໜງການທ່ອງທ່ຽວກໍມີຄວາມສຳເລັດຫຼາຍດ້ານ ບໍ່ວ່າຈະເປັນການສ້າງລາຍຮັບ, ການສ້າງວຽກເຮັດງານທຳແກ່ປະຊາຊົນ.

ສະເພາະປີ 2020 ດັ່ງພວກເຮົາຮູ້ນຳກັນແລ້ວວ່າມີການລະບາດຂອງເຊື້ອພະຍາດໂຄວິດ – 19 ເຫັນວ່າຂະແໜງການທ່ອງທ່ຽວພາຍໃນແຂວງມີລັກສະນະຫງຽບເຫງົາ ໂດຍສະເພາະການປິດດ່ານສາກົນ, ການຈຳກັດການເດີນທາງຂອງພໍ່ແມ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາແຂວງອັດຕະປືກໍຫຼຸດລົງ.

ໃນໄລຍະທີ່ມີການມາດຕະການຄຸມເຂັ້ມ ພວກເຮົາກໍໄດ້ມີການສັ່ງໂຈະ, ປິດການບໍລິການສະຖານທີ່ບໍລິການແຫຼ່ງທ່ອງທ່ຽວ, ຮ້ານບັນເທີງ, ຮ້ານອາຫານ, ເຮືອນພັກ, ໂຮງແຮມ ແຕ່ລະໄລຍະຕາມຄຳສັ່ງຂອງລັດຖະບານ, ແຕ່ໄລຍະນີ້ກໍໄດ້ມີການຜ່ອນຜັນບາງມາດຕະການ ໂດຍໄດ້ມີການອະນຸຍາດໃຫ້ເປີດຄືນບັນດາກິດຈະການຕ່າງໆ; ການເຄື່ອນເໜັງຂອງນັກທ່ອງທ່ຽວທີ່ເຂົ້າມາແຂວງ ອັດຕະປືກໍດີຂຶ້ນເປັນລຳດັບ ໂດຍສະເພາະນັບແຕ່ມື້ພວກເຮົາໄດ້ເຄື່ອນຂະບວນແຫ່ຊ້າງປະທັບຂອງພະເຈົ້າໄຊຍະເສດຖາທິຣາດ ຈາກນະຄອນຫຼວງ ວຽງຈັນ ມາສູ່ແຂວງອັດຕະປື ເຮັດໃຫ້ແຂກຄົນພາຍໃນປະເທດເຂົ້າມາອັດຕະປືຢ່າງຫຼວງຫຼາຍ.

ພາຍຫຼັງສຳເລັດການຕິດຕັ້ງປະທັບຊ້າງໃຫ້ພະເຈົ້າໄຊຍະເສດຖາທິຣາດ ຢູ່ສວນອະນຸສາວະລີດັ່ງກ່າວ ເຖິງວ່າໂຄງການຍັງບໍ່ທັນສຳເລັດສົມບູນແບບ ແຕ່ກໍມີນັກທ່ອງທ່ຽວພາຍໃນເຂົ້າມາຊົມຢ່າງບໍ່ຂາດສາຍທັງແບບທົວ, ແບບຄອບຄົວ, ລົດຕູ້ນ້ອຍ – ໃຫຍ່ ເພາະເພິ່ນມາທ່ຽວຈຳປາສັກແລ້ວກໍມາຂາບໄຫວ້ ສັກກາລະບູຊາສິ່ງສັກສິດຂອງພະອົງແສນ, ວັດສະແຄະ, ອະນຸສາວະລີພະເຈົ້າໄຊຍະເສດຖາທິຣາດ ແລະ ວັດທາດທີ່ເປັນວັດບັນຈຸອັດທິຂອງພະເຈົ້າໄຊຍະເສດຖາທິຣາດ.

ສ່ວນສະຖານທີ່ທ່ອງທ່ຽວທຳມະຊາດກໍແມ່ນນໍ້າຕົກຕາດທີ່ມີຊື່ສຽງ ເຊັ່ນ: ຕາດແຊພະ – ແຊປອງໄລ ເຊິ່ງເປັນທີ່ສົນໃຈຂອງນັກທ່ອງທ່ຽວທັງຄົນລາວ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ.

ມາຮອດປັດຈຸບັນທົ່ວແຂວງ ມີສະຖານທີ່ທ່ອງທ່ຽວທີ່ສຳຫຼວດເປັນພື້ນຖານແລ້ວ ທັງໝົດ 68 ແຫ່ງ. ໃນນັ້ນ, ດ້ານທຳມະຊາດ 38 ແຫ່ງ, ດ້ານວັດທະນະທຳ 18 ແຫ່ງ ແລະ ດ້ານປະຫວັດສາດ 12 ແຫ່ງ, ມີໂຮງແຮມທັງໝົດ 21 ແຫ່ງ, ເຮືອນພັກ 26 ແຫ່ງ, ຮ້ານອາຫານ 51 ແຫ່ງ, ຮ້ານກິນດື່ມ 34 ແຫ່ງ, ພັດຕາຄານ 1 ແຫ່ງ ແລະ ຄາຣາໂອເກະ 1 ແຫ່ງ.

ປີ 2020 ຄາດໝາຍຕົວເລກນັກທ່ອງທ່ຽວເຂົ້າມາທ່ຽວແຂວງອັດຕະປື ໃຫ້ໄດ້ 170.000 ຄົນ ເພາະໃນປີທ່ອງທ່ຽວລາວ 2018 ພວກເຮົາກໍວາງຄາດໝາຍຕົວເລກ 160.000 ຄົນ ກໍໄດ້ລື່ນຄາດໝາຍ ແຕ່ກໍມາຖືກພິດຂອງໂຄວິດ – 19 ຈຶ່ງບໍ່ສາມາດບັນລຸໄດ້. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ດັດແກ້ຕົວເລກຈາກສະພາປະຊາຊົນແຂວງເຫຼືອ 70 ພັນຄົນ ເຊິ່ງໃນ 9 ເດືອນ ກໍໄດ້ຫຼາຍແລ້ວ ຄາດວ່າໝົດປີອາດຈະໄດ້ 100%.

ເພື່ອກະຕຸ້ນການທ່ອງທ່ຽວພວກເຮົາໄດ້ຮ່ວມມືກັບພາກທຸລະກິດ ສົ່ງເສີມຂະບວນການ ລາວທ່ຽວລາວ ພວກເຮົາໄດ້ສຸມໃສ່ການພັດທະນາບຸກຄະລາກອນ ໂດຍສະເພາະແມ່ນການຝຶກອົບຮົມທັກສະ ແລະ ວິຊາການດ້ານການບໍລິການໃຫ້ຜູ້ປະກອບການແລ້ວ 2 ຊຸດ.

ໄດ້ປັບປຸງກິດຈະກຳການທ່ອງທ່ຽວຕິດພັນກັບປະເພນີວັດທະນະທຳ ເພາະວ່າການທ່ອງທ່ຽວຢູ່ແຂວງອັດຕະປື ຫຼັກໆແມ່ນດ້ານປະເພນີວັດທະນະທຳ ໂດຍສະເພາະແມ່ນບຸນປະເພນີຂອງບັນດາເຜົ່າ.

ເພື່ອກະຕຸ້ນການທ່ອງທ່ຽວອັດຕະປືໃຫ້ມີສີສັນ ແມ່ນການຈັດພິທີສົມໂພດຮູບປັ້ນຫຼໍ່ເໝືອນພະເຈົ້າໄຊຍະເສດຖາທິຣາດ ທີ່ປັດຈຸບັນກຳລັງມີການກໍ່ສ້າງຢູ່ໃນໄລຍະສຸດທ້າຍ ໂດຍຄາດວ່າຈະຈັດໃນທ້າຍເດືອນມັງກອນ 2021 ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື.