ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງໄຟຟ້າຈໍາກັດ ສ້າງທຸລະກິດໃຫ້ປະສົບຄວາມສຳເລັດ ພ້ອມກັບສ້າງບຸກຄະລາກອນສູ່ສັງຄົມ

193

ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ຕິດຕັ້ງໄຟຟ້າຈໍາກັດ ເປັນອີກບໍລິສັດໜຶ່ງຂອງຄົນລາວທີ່ເລີ່ມຈາກສູນ ເອົາ ຄວາມຮັກໃນອາຊີບ ແລະ ປະສົບການຈາກການເປັນພະນັກງານເຮັດວຽກໃນຫຼາຍໂຄງການລະດັບປະເທດ ດັນຕົນເອງຂຶ້ນມາສ້າງຕັ້ງບໍລິສັດ ໃນປີ 2014 ເລີ່ມຈາກໝູ່ເພື່ອນກັນ 5 ຄົນ ໂດຍມີເປົ້າໝາຍສ້າງທຸລະກິດໃຫ້ປະສົບຄວາມສຳເລັດໄປພ້ອມກັບການສົ່ງເສີມ – ສ້າງບຸກຄະລາກອນ ວິຊາການ ນາຍຊ່າງ ແລະ ແຮງງານລາວໃຫ້ມີຄຸນນະພາບອອກສູ່ສັງຄົມ ເພື່ອຮອງຮັບການພັດທະນາເສດຖະກິດ – ສັງຄົມຂອງປະເທດ.

ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ແມ່ນໃຫ້ບໍລິການດ້ານການອອກແບບ ແລະ ວິເຄາະໂຄງສ້າງອາຄານ, ກໍ່ສ້າງອາຄານ, ອອກແບບ, ຕິດຕັ້ງລະບົບສຸຂາພິບານ, ລະບົບດັບເພີງ, ອອກແບບກໍ່ສ້າງລະບົບຊົນລະປະທານ ແລະ ຂົວທາງ, ອອກແບບ ແລະ ກະຈາຍສາຍ ແລະ ໝໍ້ແປງໄຟຟ້າ, ອອກແບບຕິດຕັ້ງຕູ້ສະວິດເກຍ ຕູ້ເມນຈ່າຍໄຟ ຕູ້ຄວບຄຸມມໍເຕີ້, ອອກແບບຕິດຕັ້ງຕູ້ປັບປຸງພະລັງງານໄຟຟ້າ, ອອກແບບຕິດຕັ້ງລະບົບໄຟຟ້າໂຮງງານ, ອາຄານ, ທີ່ພັກອາໄສ ແລະ ສະໜອງອຸປະກອນໄຟຟ້າລະບົບແຮງກາງ ແລະ ແຮງຕໍ່າ.

ນອກນັ້ນ, ຍັງສະໜອງອຸປະກອນ ພ້ອມຕິດຕັ້ງ ແລະ ກໍ່ສ້າງລະບົບໂຊລາເຊລໃຫ້ພາກຄົວເຮືອນ, ພາກກະສິກຳ, ຫ້ອງການລັດ ແລະ ໂຄງການຕ່າງໆ.

ທ່ານ ຄໍາປະສົງ ແກ້ວມະຫາວົງ ຮອງຜູ້ອໍານວຍການບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ໃຫ້ສໍາພາດວ່າ: ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງເຄຫາສະຖານ ແລະ ໄຟຟ້າຈໍາກັດ ສ້າງຕັ້ງປີ 2014 ໂດຍການຮວມຕົວຂອງໝູ່ເພື່ອນທີ່ເປັນນັກສຶກສາມະຫາວິທະຍາໄລນໍາກັນ ພາຍຫຼັງສຶກສາຈົບ ແລະ ຕ່າງຄົນໄດ້ໄປຫາປະສົບການຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ 3 – 4 ປີ ກໍໄດ້ມາຮວມຕົວ ແລະ ໄດ້ອອກທຶນຮອນກັນສ້າງຕັ້ງບໍລິສັດຂຶ້ນ ເຊິ່ງເບື້ອງຕົ້ນມີພະນັກງານ 5 ຄົນ ( ໝູ່ເພື່ອນຮ່ວມທຶນນໍາກັນ ) ໄດ້ແບ່ງໜ້າທີ່ກັນເຮັດເອງທຸກຢ່າງ.

“ ມາໄລຍະໜຶ່ງບໍລິສັດ ກໍຄ່ອຍໆພັດທະນາເຕີບໂຕຂຶ້ນມາ ຈຶ່ງໄດ້ເລີ່ມຈ້າງພະນັກງານມາຊ່ວຍຂະຫຍາຍຫ້ອງການ ແລະ ກ້າວມາສູ່ການສ້າງຫ້ອງການບໍລິສັດຢ່າງຖາວອນ. ປັດຈຸບັນພວກເຮົາມີບໍລິສັດໄຟຟ້າ ແລະ ບໍລິສັດກໍ່ສ້າງຢູ່ໃນເຄືອ ເຊິ່ງມີພະນັກງານຫຼາຍກວ່າ 200 ຄົນ.

ຮອງຜູ້ອໍານວຍການ ຍັງກ່າວອີກວ່າ: ເຖິງຈະເປັນບໍລິສັດນ້ອງໃໝ່ ແຕ່ໂຄງການທີ່ຮັບກໍລ້ວນແຕ່ເປັນໂຄງການຂະໜາດ     ໃຫຍ່ຂອງພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ  ເປັນຕົ້ນໂຄງການທິບໂກ້ ( ໄທ ) ຢູ່ເຂດເສັ້ນທາງ 450 ປີ, ໂຮງໝໍ        ທັນສະໄໝ ແຂວງຈໍາປາສັກ    ( ໂອຕຣິດ ), ໂຄງການຂອງຈີນ ຢູ່ເຂດເສັ້ນທາງ 450 ປີ, ໂຄງການພັດຕາຄານເຊັນພິລາ ( ສີສົມບັດ ), ໂຮງງານບານໂດ້ (  ຍີ່ປຸ່ນ ), ໂຮງງານນິຄອນ ( ຍີ່ປຸ່ນ ), ໂຮງງານແປ້ງມັນຕົ້ນທີ່ແຂວງເຊກອງ ( ຫວຽດນາມ ), ວຽກບຳລຸງສ້ອມແປງສະຖານທູດຈຳນວນໜຶ່ງ ແລະ ໂຄງການອື່ນໆອີກ.

ນອກນີ້, ພວກເຮົາຍັງມີຫຼາຍໂຄງການທີ່ມີໃນແຜນ ໂດຍສະເພາະແຜນປີ 2021 ແລະ ໃນອະນາຄົດຈະຂະຫຍາຍໄປສູ່ການກໍ່ສ້າງໃນພາກການໄຟຟ້າ, ຂົວທາງ ແລະ ລະບົບໂລຈິສຕິກ ຕື່ມອີກ ໂດຍສະເພາະແມ່ນການສະໜອງ ແລະ ຕິດຕັ້ງລະບົບໂຊລາເຊລໃຫ້ພາກການກະເສດ ເພື່ອສົ່ງເສີມເຕັກໂນໂລຊີເຂົ້າໃນການຜະລິດກະສິກຳໃຫ້ເຂັ້ມແຂງ ຕອບສະໜອງແນວທາງນະໂຍບາຍຂອງພັກແລະ ລັດຖະບານໃນການຊຸກຍູ້ການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ ດ້ວຍການນຳໃຊ້ລະບົບເຕັກໂນໂລຊີ ທີ່ທັນສະໄໝເຂົ້າຊ່ວຍ, ທ່ານ ຄໍາປະສົງ ແກ້ວມະຫາວົງ ກ່າວ.

ຂະນະທີ່ ທ່ານ ສີຟອງ ແກ້ວມະຫາວົງ ຜູ້ບໍລິຫານວຽກງານກໍ່ສ້າງໜຶ່ງໃນຄະນະບໍລິຫານກ່າວຕື່ມວ່າ: ປັດຈຸບັນພວກເຮົາພວມສຸມໃສ່ການສ້າງບຸກຄະລາກອນໃຫ້ຫຼາຍກວ່າເກົ່າ ເພື່ອຮອງຮັບໂຄງການຕ່າງໆທີ່ຈະເຂົ້າມາ ເພື່ອໃຫ້ຄົນລາວໄດ້ມີໂອກາດສະແດງທ່າແຮງຂອງຕົນໃຫ້ຊາວຕ່າງຊາດຮັບຮູ້ວ່າຄົນລາວ ກໍສາມາດຈັດຕັ້ງປະຕິບັດໂຄງການໃຫຍ່ໆໄດ້ຄືກັບຕ່າງປະເທດ ທັງເປັນການກຽມຄວາມພ້ອມຂອງແຮງງານລາວ ໃນການຮອງຮັບໃຫ້ໂຄງການຕ່າງໆທີ່ຈະມີຫຼາຍຂຶ້ນໃນອະນາຄົດ.