ໄດ້ແລ້ວຄູ່ຊີງບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ຕັດສິນກັນໃນວັນອາທິດນີ້

197

ໄດ້ແລ້ວຄູ່ຊີງຊະນະການແຂ່ງຂັນບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ທັງຮຸ່ນອາຍຸບໍ່ເກີນ 17 ປີ ແລະ ຮຸ່ນທົ່ວໄປ ໂດຍຈະແຂ່ງກັນໃນວັນອາທິດທີ 6 ທັນວາ 2020, ສ່ວນຄູ່ຊີງອັນດັບ 3 ຈະແຂ່ງຂັນໃນວັນເສົາທີ 5 ທັນວາ 2020.

ການແຂ່່ງຂັນບານເຕະຊີງຂັນວັນຊາດ ທີ່ແຂວງຈໍາປາສັກ ເລີ່ມເປີດສາກຢ່າງເປັນທາງການມາແຕ່ວັນທີ 26 ກັນຍາ 2020 ມີການແຂ່ງຂັນເຖິງ 2 ຮຸ່ນຄື ຮູ່ນອາຍຸບໍ່ເກີນ 17 ປີມີ 10 ທີມເຂົ້າຮ່ວມຊີງໄຊ ແລະ ຮຸ່ນທົ່ວໄປ ມີ 10 ທີມເຂົ້າຮ່ວມຊີງໄຊ. ຫຼ້າສຸດໃນລະຫວ່າງວັນທີ 1-2 ທັນວາ 2020 ແມ່ນກັບມາແຂ່ງຂັນຮອບ 4 ທີມສຸດທ້າຍ ປາກົດວວ່າ:

ຮຸ່ນອາຍຸບໍ່ເກີນ 17 ປີເປັນ 2 ທີມຈາກຕ່າງແຂວງຕົກຮອບທັງຄູ່ນໍາໂດຍ ສາລະວັນ ອະຄາເດມີ ທີມຈາກແຂວງສາລະວັນ ເສຍໃຫ້ກັບ ໂຮມຊັບ ໄອດີຊີ 1-2 ແລະ ປາດ໋ອງ ເອັຟເອ ທີມຈາກແຂວງອັດຕະປື ເສຍໃຫ້ກັບ ມິ່ງເມືອງໂອສົດ 1-2 ເຮັດໃຫ້ ໂຮມຊັບ ໄອດີຊີ ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ມິ່ງເມືອງໂອສົດ ໃນວັນທີ 6 ທັນວາ, ສ່ວນ ສາລະວັນ ອະຄາເດມີ ໄປຊີງອັນດັບ 3 ກັບ ປາດ໋ອງ ເອັຟເອ ໃນວັນທີ 5 ທັນວາ 2020.

ຮຸ່ນທົ່ວໄປ ໄອດີຊີ ປິ່ນແກ້ວ ເອົາຊະນະ ທະຫານແຂວງຈໍາປາສັກ 2-0 ຜ່ານເຂົ້າຮອບຊີງຊະເລີດພົບກັບ ສະມາຄົມຫວຽດນາມ ທີ່ເອົາຊະນະ ໂຮມຊັບ 4-2. ໂດຍຮອບຊີງຊະນະເລີດຈະຈັດຂຶ້ນໃນວັນທີ 6 ພະຈິກ 2020 ທີີ່ສະໜາມແຂວງຈໍາປາສັກ, ສ່ວນ ທະຫານແຂວງຈໍາປາສັກ ໄປຊີງອັນດັບ 3 ກັບ ໂຮມຊັບ ໃນວັນທີ 5 ພະຈິກ 2020.

ຂອບໃຈຮູບຈາກ: F.C.Champasak