ດ່ວນ! ບໍ່ແກ້ວອອກແຈ້ງການປິດຊົ່ວຄາວເມືອງຕົ້ນເຜີ້ງ ຄົນໃນຫ້າມອອກຄົນນອກຫ້າມເຂົ້າ

160

ເພື່ອຮັບປະກັນໂຕ້ຕອບໄວ ຕໍ່ການລະບາດຂອງພະຍາດໂດວິດ-19 ທີ່ເກີດຂຶ້ນຢູ່ບັນດາປະເທດໃກ້ຄຽງ (ແຂວງຊຽງໃຫມ່, ຊຽງຮາຍ ຣາຊະອານາຈັກໄທ, ແຂວງທ່າຂີ້ເຫຼັກ ສ.ມຽນມາ) ທັງຮັບປະກັນບໍ່ໃຫ້ມີການເຂົ້າອອກເມືອງ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19ເຂົ້າມາແຂວງບໍ່ແກ້ວ.

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ເເລະ ແກ້ໄຂ ການລະບາດຂອງເຊື້ອຈຸລະໂລກສາຍພັນໃຫມ່ໂຄວິດ-19 ຂັ້ນແຂວງ ໄດ້ ອອກຄໍາສັ່ງສະບັບເລກທີ 1389/ສພກ.ບກ, ລົງວັນທີ 4 ທັນວາ 2020 ໂດຍລະບຸວ່າ:

1 ໃຫ້ ປິດການເຂົ້າ-ອອກ ຂອງພົນລະເມືອງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວເປັນການຊົ່ວຄາວ.

2 ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ສົມທົບເມືອງຕົ້ນເຜິ້ງ ຄົ້ນຄວ້າ, ແຕ່ງຕັ້ງທີມງານ ລົງປະຈໍາຈຸດກວດກາຄົນເຂົ້າ-ອອກເມືອງ ຢູ່ຈຸດບ້ານນ້ໍາເກິ່ງເກົ່າ, ຈຸດບ້ານມ່ວງຄໍາ ເພື່ອກໍາສະພາບການເຄື່ອນໄຫວໄປມາຂອງພົນລະເມືອງ ແລະ ກວດກາອຸນຫະພູມ ຕາມຄໍາສັ່ງ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020.

3 ສໍາລັບບັນດາບ້ານໃນຂອບເຂດເມືອງຕົ້ນເຜິ້ງ ແມ່ນໃຫ້ຕັ້ງຈຸດກວດກາ ປີດການສັນຈອນໄປ-ມາ ຂອງປະຊາຊົນ, ຍົກເວັ້ນກໍລະນີເຈັບເປັນໄປຮັກສາສຸຂະພາບ, ສົ່ງລູກຫຼານໄປໂຮງຮຽນ, ໄປຊື້ອາຫານການກິນຢູ່ຕະຫຼາດ ແຕ່ຕ້ອງຮັບອະນຸຍາດ ຈາກການຈັດຕັ້ງຂັ້ນບ້ານທີ່ກ່ຽວຂ້ອງ.

4 ມອບໃຫ້ຂະແໜງການທີ່ກ່ຽວຂ້ອງເມືອງ ສົມທົບກັບການຈັດຕັ້ງຂັ້ນບ້ານ ເຕົ້າໂຮມເຮືອບັນທຸກສິນຄ້າ, ເຮືອໄວຢູ່ເປັນຈຸດ ໂດຍແຕ່ງຕັ້ງເຈົ້າຫນ້າທີ່ ກອງຫຼອນ-ປກສ ບ້ານ ຍາມຮັກສາຄວາມສະຫງົບ. ສ່ວນເຮືອ

ກາບທົ່ວໄປແມ່ນໃຫ້ເອົາຂຶ້ນຝັ່ງທຸກລໍາ.

5 ມອບໃຫ້ອົງການປົກຄອງເມືອງຕົ້ນເຜິ້ງປຸກລະດົມບັນດາບ້ານ ຕະຫຼອດຮອດນັກທຸລະກິດ, ຜູ້ປະກອບການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດພາລະກິດຂອງເຈົ້າຫນ້າທີ່ໃນຄັ້ງນີ້ ຕາມຄວາມເຫມາະສົມ.