ແຂວງອັດຕະປື ອັດຕາການຊົມໃຊ້ໄຟ ກວມ 90,53% ຂອງຄອບຄົວທັງໝົດ

289

ປັດຈຸບັນ 5 ເມືອງແຂວງອັດຕະປື ໄດ້ຊົມໃຊ້ໄຟ 100%, ບ້ານໄດ້ຊົມໃຊ້ໄຟ ກວມເອົາ 97,92% ແລະ ຈໍານວນຄອບຄົວໄດ້ຊົມໃຊ້ໄຟ 26.656 ຄອບຄົວ ກວມເອົາ 90,53% ຂອງຄອບຄົວທັງໝົດທີ່ມີໃນແຂວງ.

ທ່ານ ເດດສຸວັນ ມະໄລທອງ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ກ່າວວ່າ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ຖືກສ້າງຂຶ້ນໃນປີ 2006 ມີສໍານັກງານຕັ້ງຢູ່ບ້ານໄຊສະອາດ ເມືອງສາມັກຄີໄຊ ແຂວງອັດຕະປື ສາຍຕັ້ງຂຶ້ນກັບ ລັດວິສາຫະກິດໄຟຟ້າລາວ ສໍານັກງານໃຫຍ່ ແລະ ສາຍຂວາງຂຶ້ນກັບພະແນກພະລັງງານ – ບໍ່ແຮ່ແຂວງອັດຕະປື; ດໍາເນີນທຸລະກິດກ່ຽວກັບການຊື້ – ຂາຍພະລັງງານໄຟຟ້າ, ຄຸ້ມຄອງລະບົບຕາຂ່າຍໄຟຟ້າ, ໝໍ້ແປງ ແລະ ໝໍ້ນັບໄຟໃຫ້ໄດ້ມາດຕະຖານເຕັກນິກຫຼຸດຜ່ອນພະລັງງານຕົກເຮ່ຍ, ຮັບປະກັນ ຄວາມປອດໄພ ແລະ ຄຸ້ມຄອງການເກັບເງິນໃຫ້ໄດ້ດີ.

ຮັບໃຊ້ໜ້າທີ່ການເມືອງຂອງພັກ – ລັດໃນການພັດທະນາເສດຖະກິດ – ສັງຄົມ ກໍຄືການພັດທະນາພະລັງງານໄຟຟ້າ, ຕອບສະໜອງໃຫ້ພຽງພໍທົ່ວເຖິງ; ສາຂາແຂວງອັດຕະປືມີແຫຼ່ງສະໜອງພະລັງງານໄຟຟ້າ 4 ແຫຼ່ງ ຄື: ຈາກເຂື່ອນໄຟຟ້າຫ້ວຍເຫາະ, ເຂື່ອນໄຟຟ້າຫ້ວຍສະໝອງ, ຈາກສະຖານີສະເພົາທອງ 115/22 ກິໂລໂວນ ( KV ) ຈາກ ສສ ຫວຽດນາມ ແລະ ຈາກສາຂາຈໍາປາສັກ. ນອກນີ້, ຍັງມີໂຄງການຊ່ວຍເຫຼືອຜູ້ທຸກຍາກເອົາໄຟເຂົ້າເຮືອນ ແຕ່ຈ່າຍເງິນຜ່ອນ 20.000 ກີບຕໍ່ເດືອນ, ໂຄງການ P2P ຫຼື ວ່າໄຟດາວ ເຊິ່ງເລີ່ມແຕ່ປີ 2010 ເປັນຕົ້ນມາ.

ທ່ານກ່າວຕື່ມວ່າ: ມາຮອດປັດຈຸບັນທົ່ວແຂວງມີ 5 ເມືອງ ມີ 144 ບ້ານ ສາມາດສ້າງບ້ານປົດໜີ້ໄດ້ 52 ບ້ານ ເພີ່ມຂຶ້ນ 5 ບ້ານຈາກປີ 2018. ຮອດປັດຈຸບັນ 5 ເມືອງໄດ້ຊົມໃຊ້ ເທົ່າກັບ 100%, ຈໍານວນບ້ານ 144 ບ້ານ ໄດ້ຊົມໃຊ້   ໄຟ 142 ບ້ານ ກວມເອົາ 97,92%, ຈໍານວນຄອບຄົວ 27.702 ຄອບຄົວ ໄດ້ຊົມໃຊ້ໄຟ 26.656 ຄອບຄົວ ກວມເອົາ 90,53% ຂອງຄອບຄົວທັງໝົດທີ່ມີໃນແຂວງ.

ຂໍ້ສະດວກແມ່ນການປະຕິບັດວຽກງານໜີ້ສິນພາກລັດບໍລິຫານທຸກພະແນກການ, ຫ້ອງການ, ອົງການ ແມ່ນໄດ້ໃຫ້ການຮ່ວມມືດີຂຶ້ນ ແລະ ຈ່າຍຄ່າໄຟປົກກະຕິຕາມສົກງົບປະມານ. ສ່ວນຂໍ້ຫຍຸ້ງຍາກແມ່ນການໄປເກັບກູ້ໜີ້ສິນ ແລະ ສ້ອມແປງໄຟຕົກ – ໄຟມອດ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ເປັນຕົ້ນແມ່ນເຂດພູດອຍລະດູຝົນພາພະນະລົດໃຫຍ່ແມ່ນບໍ່ສາມາດໄປໄດ້.