ເຕັມອີ່ມແບບຍາວໆກຽມຊົມ ບານສົ່ງຫາດຊາຍ ແລະ ບານສົ່ງໃນຮົ່ມ, ບໍລິສັດ ເບຍລາວ ອຸປະຖໍ້າຫຼັກ

150

ພິທີຖະແຫຼງຂ່າວຈັດການແຂ່ງຂັນບານສົ່ງຫາດຊາຍ ແລະ ບານສົ່ງໃນຮົ່ມ ທົ່ວປະເທດ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2020 ຈັດຂຶ້ນທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ເມື່ອວັນທີ 4 ທັນວາ 2020 ໃຫ້ກຽດເຂົ້າຮ່ວມ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ຈັນສະໝອນ ຜອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຈັນສະໝອນ ຜອງຈັນທາ ກ່າວວ່າ: ທີມບານສົ່ງຫາດຊາຍ ປະເພດທີມຊາຍປີນີ້ມີເຖິງ 16 ທີມເຂົ້າຮ່ວມຊີງໄຊ ແລະ ທີມຍິງມີເຖິງ 14 ທີມ ເຊິ່ງຈະໃຊ້ໄລຍະເວລາໃນການແຂ່ງຂັນ 4 ມື້ລະຫວ່າງວັນທີ 10-13 ທັນວາ 2020 ທີ່ສະໜາມເດີ່ນບານສົ່ງຫາດຊາຍ ທີ່ສະໜາມກີລາກອງທັບ ( ຫຼັກ 5 ).

ສ່ວນບານສົ່ງໃນຮົ່ມ ປະເພດທີມຊາຍດແມ່ນເປັນປະຫວັດສາດ ເພາະມີເຖິງ 16 ທີມເຂົ້າຮ່ວມແຂ່ງຂັນສູງທີ່ສຸດໃນລາຍການນີ້. ຂະນະທີ່ ທີມບານສົ່ງຍິງປີນີ້ມີ 8 ທີມເຂົ້າຮ່ວມຊີງໄຊ ໂດຍຈະແຂ່ງຂັນລະຫວ່າງວັນທີ 16-26 ທັນວາ 2020 ທີ່ສະໜາມໃນຮົ່ມທີ່ຫາກໍສ້າງສໍາເລັດ ທີ່ສະໜາມກີລາກອງທັບ ( ຫຼັກ 5 ) ” ປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວ.
ສໍາລັບ ການແຂ່ງຂັນຄັ້ງນີ້ ບໍລິສັດ ເບຍລາວ ຈໍາກັດ ໃຫ້ການອຸປະຖໍ້າເຖິງ 165 ລ້ານກີບ, ເຊິ່ງເງິນລາງວັນສໍາລັບ ບານສົ່ງຫາດຊາຍ (ຍິງ-ຊາຍ) ຊະນະເລີດຈະໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ແລະ ເງິນສົດ 2 ລ້ານກີບ, ອັນດັບ 2 ໄດ້ຫຼຽນເງິນ ແລະ ເງິນສົດ 1.200.000 ກີບ ແລະ ອັນດັບ 3 ໄດ້ຫຼຽນທອງ ແລະ ເງິນສົດ 800.000 ກີບ.

ສ່ວນບານສົ່ງໃນຮົ່ມ (ຍິງ-ຊາຍ) ຊະນະເລີດຈະໄດ້ຮັບຂັນແຊັມ, ຫຼຽນຄໍາ ແລະ ເງິນສົດ 12 ລ້ານກີບ, ອັນດັບ 2 ໄດ້ຫຼຽນເງິນ ແລະ ເງິນສົດ 8 ລ້ານກີບ, ອັນດັບ 3 ໄດ້ຫຼຽນທອງ ແລະ ເງິນສົດ 6 ລ້ານກີບ ແລະ ອັນດັບ 4 ໄດ້ເງິນສົດ 3 ລ້ານກີບ.

ຂ່າວ-ພາບ: ຄໍາສອນ