ບຣາເດີ ຕິດອັນດັບສຸດຍອດບໍລິສັດນາຍຈ້າງທີ່ດີທີ່ສຸດໃນໂລກຂອງປີ2020 ຈັດອັນດັບໂດຍວາລະສານ Forbes ສຳຫຼວດໂດຍ Statista

135

ບຣາເດີ ສະແດງສັກກະຍະພາບປະກາດຄວາມສຳເລັດຫຼັງຈາກ Forbes ວາລະສານທຸລະກິດແລະການເງິນທີ່ມີຊື່ສຽງລະດັບໂລກ ຮ່ວມກັບ Statista ບໍລິສັດວິເຄາະຂໍ້ມູນການຕະຫຼາດລະດັບແນວໜ້າຂອງໂລກ ຈັດອັນດັບເປັນໜຶ່ງໃນບໍລິສັດທີ່ຕິດອັນດັບສຸດຍອດບໍລິສັດນາຍຈ້າງທີ່ດີທີ່ສຸດໃນໂລກ ປະຈຳປີ 2020 (World’s Best Employers 2020) ໂດຍຄອບຄອງອັນດັບທີ 130 ຈາກ 750 ບໍລິສັດລະດັບໂລກ.


“at your side ແມ່ນຫຼັກໃນການປະຕິບັດທີ່ບຣາເດີໃຊ້ໃນການພິສູດເຖິງຄວາມໃສ່ໃຈແລະຄວາມຕັ້ງໃຈ ທີ່ບໍລິສັດມີຕໍ່ພະນັກງານທຸກຄົນ” ທ່ານ ທີລະວຸດ ສຸພະພັນພິນໂຍ ກຳມະການຜູ້ຈັດການ ບໍລິສັດ ບຣາເດີ ຄອມເມີຊຽວ(ປະເທດໄທ) ຈຳກັດ ກ່າວວ່າ “ການຈັດອັນດັບດັ່ງກ່າວມາຈາກຜົນການສຳຫຼວດຈາກພະນັກງານທັງພະນັກງານປະຈຳແລະພະນັກງານເຮັດວຽກເສີມລວມ 160.000 ຄົນ ໃນ 58 ປະເທດທີ່ເຮັດວຽກໃຫ້ກັບທຸລະກິດທີ່ມີການດຳເນີນງານໃນຫຼາຍປະເທດແລະພູມິພາກ.

ການສຳຫຼວດຈັດຕັ້ງຂຶ້ນຕັ້ງແຕ່ເດືອນມິຖຸນາເຖິງເດືອນກໍລະກົດໂດຍ Statista ບໍລິສັດ ວິໄຈການຕະຫຼາດຂອງເຢຍລະມັນ ຜູ້ຕອບແບບສອບຖາມໃຫ້ຄະແນນຄວາມເຕັມໃຈທີ່ຈະແນະນຳນາຍຈ້າງຂອງຕົນເອງໃຫ້ກັບຄອບຄົວແລະໝູ່ເພື່ອນ ຕະຫຼອດຮອດປະສິດທິພາບການຈັດການຂອງບໍລິສັດຕໍ່ສະຖານະການແຜ່ລະບາດຂອງ ໂຄວິດ-19 ແລະດ້ານອື່ນໆເຊັ່ນ ສັນຍະລັກຂອງອົງກອນ ການພັດທະນາເສດຖະກິດ ການພັດທະນາຄວາມສາມາດແລະຄວາມເທົ່າທຽມທາງເພດ ຕະຫຼອດຈົນຮອດຄວາມຮັບຜິດຊອບຕໍ່ສັງຄົມ”.

ນັບຕັ້ງແຕ່ກໍ່ຕັ້ງບຣາເດີກຣຸບ, ບຣາເດີ ໄດ້ຮັບມືກັບຄວາມທ້າທາຍຢ່າງໝັ້ນໃຈແລະປັບໂຕໃຫ້ເຂົ້າກັບເວລາແລະສະພາບແວດລ້ອມທີ່ປ່ຽນແປງຢູ່ສະເໝີ ເພື່ອຂະຫຍາຍໂອກາດທາງການຕະຫຼາດພັດທະນາທຸລະກິດໃຫ້ດີທີ່ສຸດ ແລະເຕີບໂຕຢ່າງຕໍ່ເນື່ອງ ຕັ້ງແຕ່ເກີດການແຜ່ລະບາດຂອງ ໂຄວິດ-19 ບຣາເດີກຣຸບໄດ້ກຳນົດມາດຕະການດ້ານຄວາມປອດໄພຢ່າງເຄັ່ງຄັດ.

ລວມເຖິງການແຈກຢາຍໜ້າກາກອະນາໄມໃຫ້ກັບພະນັກງານທີ່ມີໂອກາດສ່ຽງ ແລະດຳເນີນການປັບປຸງຂະບວນການແລະນະໂຍບາຍທີ່ຈຳເປັນ ເພື່ອມອບຄວາມປອດໄພສູງສຸດໃຫ້ແກ່ພະນັກງານໃນທຸກບ່ອນທີ່ບໍລິສັດເຂົ້າໄປດຳເນີນທຸລະກິດ ເພື່ອໃຫ້ພະນັກງານຂອງບຣາເດີທົ່ວໂລກສາມາດສົ່ງມອບບໍລິການແລະສິນຄ້າທີ່ມີປະສິດທິພາບສູງສຸດໃຫ້ແກ່ລູກຄ້າ ເຊິ່ງຖືເປັນສູນກາງການດຳເນີນທຸລະກິດຂອງບຣາເດີ ໂດຍບຣາເດີພະຍາຍາມຢ່າງຕໍ່ເນື່ອງທີ່ຈະສ້າງມາດຕະຖານການເຮັດວຽກໃຫ້ດີທີ່ສຸດ ໂດຍລາງວັນທີ່ໄດ້ຮັບນັ້ນຖືເປັນພະລັງບວກທີ່ຈະກະຕຸ້ນແລະຍົກຍ້ອງພະນັກງານໃຫ້ສາມາດສ້າງຜົນງານແຫ່ງການບໍລິການທີ່ມີຄຸນຄ່າໃນສາຍຕາຜູ້ບໍລິໂພກ ແລະ ພ້ອມຈະຍົກລະດັບແລະເສີມສ້າງຊີວິດຂອງພະນັກງານ ລູກຄ້າ ແລະຊຸມຊົນໃຫ້ເຕີບໂຕຄຽງຄູ່ກັນຢ່າງຍືນຍົງ