ຖວທ ຈະສຸມໃສ່ການພັດທະນາ ແລະ ຟື້ນຟູການທ່ອງທ່ຽວ ພາຍຫຼັງການແຜ່ລະບາດໂຄວິດ – 19

178

ປີ 2021 ກະຊວງ ຖວທ ຈະສຸມໃສ່ບັນດາແຜນວຽກບຸລິມະສິດ ພັດທະນາວຽກງານທ່ອງທ່ຽວເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ກ່າວວ່າ: ໃນໄລຍະ 45 ປີຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດແນວທາງການປ່ຽນແປງໃໝ່ຮອບດ້ານ ໂດຍຖືເອົາການທ່ອງທ່ຽວເປັນໜຶ່ງໃນຂະແໜງຍຸດທະສາດທີ່ສໍາຄັນໃນການພັດທະນາເສດຖະກິດສະເພາະໜ້າ ແລະ ຍາວນານ ເຊິ່ງເປັນຂະແໜງທີ່ສ້າງຜົນປະໂຫຍດແບບທະວີຄູນ ແລະ ສາມາດນໍາລາຍໄດ້ໃຫ້ປະຊາຊົນບັນດາເຜົ່າ ທັງເຂດຕົວເມືອງ ແລະ ຊົນນະບົດ.

ທ່ານກ່າວຕື່ມວ່າ: ນັບແຕ່ໄດ້ເປີດປີທ່ອງທ່ຽວ ປີ 1999 – 2000 ນັກທ່ອງທ່ຽວໄດ້ເຂົ້າມາປະເທດພຽງແຕ່ 7 ແສນກວ່າຄົນ ແລະ ສ້າງລາຍໄດ້ເຂົ້າປະເທດຫຼາຍກວ່າ 113 ລ້ານໂດລາສະຫະລັດ, ມີໂຮງແຮມ, ເຮືອນພັກ – ຣີສອດ ແລະ ຮ້ານອາຫານທົ່ວປະເທດພຽງແຕ່ 843 ຫຼັງ.

ຮອດປີ 2003 ມີນັກທ່ອງທ່ຽວສາກົນພຽງແຕ່ 636.361 ເທື່ອຄົນ, ສ້າງລາຍຮັບໄດ້ຫຼາຍກວ່າ 87 ລ້ານໂດລາສະຫະລັດ, ໄລຍະພັກເຊົາສະເລ່ຍ 6 ວັນຕໍ່ຄົນ.

ຮອດປີ 2015 ຈໍານວນນັກທ່ອງທ່ຽວເຂົ້າມາລາວ 4,3 ລ້ານຄົນ ສ້າງລາຍຮັບຈາກການທ່ອງທ່ຽວ 672 ລ້ານໂດລາສະຫະລັດ, ການທ່ອງທ່ຽວສ້າງລາຍຮັບເປັນອັນດັບສອງຂອງປະເທດ ຮອງຈາກຂະແໜງບໍ່ແຮ່; ອັດຕາເພີ່ມສະເລ່ຍຂອງນັກທ່ອງທ່ຽວ 18,6%, ສະເລ່ຍໄລຍະການພັກເຊົາຢູ່ ສປປ ລາວ ແມ່ນ 7 ວັນ, ລາຍຮັບຈາກການທ່ອງທ່ຽວປະກອບສ່ວນເຂົ້າໃນ GDP ປະມານ 7,5% ຕໍ່ປີ.

ມາຮອດປີ 2019 ນັກທ່ອງທ່ຽວສາກົນມີເພີ່ມຂຶ້ນເຖິງ 4.791.065 ເທື່ອຄົນ ເພີ່ມຂຶ້ນ 14,4 % ທຽບໃສ່ປີ 2018, ສ້າງລາຍຮັບໄດ້ຫຼາຍກວ່າ 934 ລ້ານໂດລາສະຫະລັດ, ໄລຍະພັກເຊົາສະເລ່ຍ 7,9 ວັນຕໍ່ຄົນ, ລາຍຈ່າຍສະເລ່ຍ 83,6 ໂດລາສະຫະລັດຕໍ່ຄົນຕໍ່ວັນ. ສາເຫດຕົ້ນຕໍທີ່ນັກທ່ອງທ່ຽວເພີ່ມຂຶ້ນໃນແຕ່ລະປີແມ່ນຍ້ອນປະເທດເຮົາໄດ້ເປັນຈຸດເຊື່ອມຕໍ່ ແລະ ຈຸດແວ່ຢູ່ໃນພາກພື້ນ, ມີສະຖຽນລະພາບທາງດ້ານການເມືອງທີ່ໝັ້ນຄົງ, ມີການຮ່ວມມືທີ່ດີກັບປະເທດອື່ນໆໃນພາກພື້ນ ແລະ ໃນໂລກ.

ໃນປັດຈຸບັນ ສປປ ລາວ ມີຈໍານວນແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນີ້ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ. ໃນນັ້ນ, ໄດ້ສໍາຫຼວດຂັ້ນພື້ນຖານແລ້ວ ຈໍານວນ 1.040 ແຫ່ງ, ໄດ້ເປີດບໍລິການແລ້ວ ຈໍານວນ 817 ແຫ່ງ, ໄດ້ຮັບການພັດທະນາແລ້ວ ຈໍານວນ 590 ແຫ່ງ.

ປັດຈຸບັນນີ້, ທຸກປະເທດໃນທົ່ວໂລກແມ່ນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19, ໃນນີ້ ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໂດຍສະເພາະແມ່ນຂະແໜງອຸດສາຫະກໍາການທ່ອງທ່ຽວຂອງ ສປປ ລາວ.

ຈໍານວນນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ໄລຍະ 9 ເດືອນຕົ້ນປີ 2020 ຫຼຸດລົງ -60% ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019, ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຂ່າຍສະໜອງການທ່ອງທ່ຽວ ປະມານ 90% ໄດ້ຢຸດຕິການບໍລິການ ແລະ ໄດ້ຮັບຜົນກະທົບທາງດ້ານການເງິນ.

ໃນປັດຈຸບັນ ກະຊວງ ຖວທ ກໍາລັງດໍາເນີນການຮ່າງແຜນພັດທະນາວຽກງານ ຖວທ 5 ປີ 2021 – 2025. ສະນັ້ນ, ສຳລັບປີ 2021 ແມ່ນຈະໄດ້ສຸມໃສ່ບັນດາແຜນວຽກບຸລິມະສິດພັດທະນາວຽກງານທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປັບປຸງຈຸດໝາຍປາຍທາງການທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ໂຄສະນາການທ່ອງທ່ຽວພາຍໃນໃຫ້ກວ້າງຂວາງ, ສ້າງລະບຽບການ/ຄໍາແນະນຳກ່ຽວກັບການຕ້ອນຮັບນັກທ່ອງທ່ຽວເປັນກຸ່ມຢູ່ ສປປ ລາວ, ຮ່ວມມືກັບພາກທຸລະກິດໃນການໂຄສະນາ, ສ້າງລາຍການທ່ອງທ່ຽວສຳລັບນັກທ່ອງທ່ຽວທີ່ມາເປັນກຸ່ມ ແລະ ການບໍລິການທີ່ປອດໄພ.

ພັດທະນາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ ແລະ ການບໍລິການໃຫ້ມີ ຄວາມຍືນຍົງ, ເປັນມິດກັບສິ່ງແວດລ້ອມ, ພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຫຼີກລຽງບໍ່ໃຫ້ສົ່ງຜົນກະທົບທາງດ້ານລົບຕໍ່ຊຸມຊົນທ້ອງຖິ່ນ ແລະ ສິ່ງແວດລ້ອມ; ພັດທະນາບຸກຄະລາກອນທັງດ້ານປະລິມານ ແລະ ຄຸນນະພາບ, ປູກຈິດສໍານຶກດ້ານການທ່ອງທ່ຽວໃຫ້ປະຊາຊົນຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ປະສານສົມທົບລະຫວ່າງພາກລັດ, ພາກເອກະຊົນ ແລະ ສັງຄົມໃນການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ.