45 ປີ ຜົນສຳເລັດຂອງການພັດທະນາແຂວງເຊກອງ

106

45 ປີຜ່ານມາ ແຂວງເຊກອງ ໄດ້ຮັບການພັດທະນາໃນຫຼາຍດ້ານ ຊີວິດຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ມີບ້ານພົ້ນທຸກແລ້ວ 136 ບ້ານ 15.316 ຄອບຄົວ, ລາຍໄດ້ສະເລ່ຍບັນລຸ 1.728 ໂດລາຕໍ່ຄົນຕໍ່ປີ, ມີເສັ້ນທາງເຂົ້າເຖິງ 195 ບ້ານ ກວມເອົາ 98%, ມີບ້ານທີ່ໄດ້ໃຊ້ກະແສໄຟຟ້າ 146 ບ້ານ ກວມເອົາ 74,11%.

ທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ໃນໄລຍະ 45 ປີ ກໍຄືພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ເປັນຕົ້ນມາ ພັກ ແລະລັດຖະບານໄດ້ເອົາໃຈໃສ່ຕໍ່ການສ້າງສາພັດທະນາ, ຊຸກຍູ້ສົ່ງເສີມປະຊາຊົນຜະລິດ, ຄ້າຂາຍ, ການບໍລິການຕ່າງໆ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີການພັດທະນາກ້າວສູ່ການລຶບລ້າງ ຄວາມທຸກຍາກໄດ້ເທື່ອລະກ້າວ.

ມາຮອດປັດຈຸບັນ ໂດຍລວມແລ້ວແຂວງເຊກອງ ແມ່ນສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນ, ເສດຖະກິດນັບມື້ຂະຫຍາຍຕົວສະເລ່ຍໃນລະດັບ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ສະເລ່ຍໃສ່ພົນລະເມືອງ ເທົ່າກັບ 1.728 ໂດລາຕໍ່ຄົນຕໍ່ປີ, ພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງໄດ້ຂະຫຍາຍໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ທົ່ວແຂວງມີເສັ້ນທາງທັງໝົດ 280 ເສັ້ນ ຍາວ 2 ພັນກວ່າກິໂລແມັດ, ມີເສັ້ນທາງເຂົ້າເຖິງບ້ານ 195 ບ້ານ ກວມເອົາ 98%, ມີບ້ານທີ່ໄດ້ໃຊ້ກະແສໄຟຟ້າ 146 ບ້ານ ກວມເອົາ 74,11% ຂອງບ້ານທັງໝົດ.

ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ແລະ ການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍແຂວງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ຕໍ່ເນື່ອງ ເຊິ່ງເຮັດໃຫ້ເວລານີ້ທົ່ວແຂວງມີບ້ານພົ້ນທຸກແລ້ວ 136 ບ້ານ 15.316 ຄອບຄົວ ( ຕາມດໍາລັດ 348/ລບ ) ແລະ ມີບ້ານພັດທະນາ 74 ບ້ານ.

ວຽກງານສຶກສາ ແລະ ກີລາ ເອົາໃຈໃສ່ປັບປຸງພັດທະນາໃຫ້ມີຄຸນນະພາບດີຂຶ້ນ ແລະ ຂະຫຍາຍໂຮງຮຽນໄປສູ່ເຂດຫ່າງໄກສອກຫຼີກຢ່າງທົ່ວເຖິງ, ທົ່ວແຂວງມີໂຮງຮຽນສາມັນ ແລະ ອະນຸບານສຶກສາ 276 ແຫ່ງ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 4,59%, ໃນນີ້ມີໂຮງຮຽນລ້ຽງເດັກ – ອະນຸບານ 31 ແຫ່ງ, ປະຖົມ 220 ແຫ່ງ, ມັດທະຍົມຕົ້ນ 28 ແຫ່ງ, ມັດທະຍົມສົມບູນ 16 ແຫ່ງ, ມັດທະຍົມຕອນປາຍ 1 ແຫ່ງ, ສູນການສຶກສານອກໂຮງຮຽນ 3 ແຫ່ງ ແລະ ໂຮງຮຽນເຕັກນິກວິຊາຊີບຊັ້ນກາງ 1 ແຫ່ງ; ອັນພົ້ນເດັ່ນແມ່ນສາມາດປະກາດແຂວງຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາເລັດໃນປີ 2020.

ວຽກງານສາທາລະນະສຸກນັບມື້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເພີ່ມຂຶ້ນທາງປະລິມານ ແລະ ຄຸນນະພາບ, ໃນນີ້ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍຊຸມຊົນປະເພດ ( ຂ ) 3 ແຫ່ງ, ໂຮງໝໍນ້ອຍປະເພດ ( ຂ ) 28 ແຫ່ງ, ໂຮງໝໍເສນາຮັກ 28 ແຫ່ງ, ຮ້ານຂາຍຢາ 36 ຮ້ານ, ຫ້ອງກວດພະຍາດເອກະຊົນ 16 ແຫ່ງ, ປະກາດບ້ານແບບຢ່າງດ້ານສາທາລະນະສຸກ ໄດ້ 11 ບ້ານ, ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກໂດຍພື້ນຖານ.

ທ່ານ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ເຂົ້າໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ( 2021 – 2025 ) ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 2.821 ຕື້ກີບ ແລະ ມີລາຍໄດ້ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 20,70 ລ້ານກີບ ຫຼື ປະມານ 2.300 ໂດລາ ຈະໄດ້ສຸມໃສ່ປະຕິບັດຄື:

1.ຕ້ອງຮັບປະກັນໃຫ້ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານດີ.

2.ປັບປຸງ ແລະ ຍົກສູງຄວາມສາມາດໃນການນໍາພາຂອງພັກ, ສ້າງພັກໃຫ້ໜັກແໜ້ນດ້ານການເມືອງ, ດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ.

3.ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາຍູ້ແຮງຂະບວນການປະຕິບັດວຽກງານ 3 ສ້າງ ໃຫ້ປາກົດຜົນເປັນຈິງ.

4.ດຳເນີນນະໂຍບາຍສ້າງແຂວງໃຫ້ກາຍເປັນສູນກາງການບໍລິການ, ການທ່ອງທ່ຽວ ແລະ ທາງຜ່ານ ໂດຍຖືເອົາການພັດທະນາເສດຖະກິດເປັນໃຈກາງຍູ້ແຮງອັດຕາການເຕີບໂຕທາງດ້ານເສດຖະກິດ – ສັງຄົມໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ.