ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມຄະນະລົງເຄື່ອນໄຫວວຽກ ຢູ່ບໍລິຄຳໄຊ

289

ໃນວັນທີ 27 ພະຈິກ 2020 ຜ່ານມາ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສຄຊ ນຳໂດຍທ່ານ ອຸເດດ ສຸວັນນະວົງ ພ້ອມດ້ວຍຄະນະ ໄດ້ລົງໄປເຄື່ອນໄຫວຢ້ຽມຢາມ ສະພາການຄ້າ ແລະ ອຸດສາຫະກຳ ສຄອ ແຂວງບໍຄຳໄຊ ໂດຍການຕອ້ນຮັບຂອງທ່ານໄຊຍະເພັດ ຈັນທິສອນ ຫົວໜ້າສະພາການຄ້າ ແລະ ອຸດສາຫະກຳ ແຂວງບໍລິຄຳໄຊ ພ້ອມຄະນະ.

ໃນໂອກາດດັ່ງກ່າວທ່ານ ໄຊຍະເພັດ ຈັນທິສອນ ໄດ້ລາຍງານສະພາບວຽກງານ ແລະ ແຜນວຽກ ຂອງ ສຄອ ແຂວງບໍລິຄຳໄຊ ເຫັນວ່າມີທ່ວງທ່າດີຂຶ້ນຫຼາຍ, ຈຳນວນສະມາຊິກເພີ່ມຂື້ນ, ພິເສດແມ່ນ ຕັ້ງທີປຶກສາ ຜູ້ທີ່ມີປະສົບການ 3 ທ່ານ, ພ້ອມໄດ້ສ້າງສູນ ທຸລະກິດຂະໜາດນອ້ຍ ແລະ ກາງ (SME) ໂດຍແມ່ນທຶນຂອງ ສຄອ ແລະ ສຄຊ. ເຊິ່ງໃນທິດທາງແຜນການຕໍ່ໜ້າຈະໄດ້ມີການພັດທະນາ ສຄອ ເມືອງ ຈະເລັ່ງທົດລອງຢູ່ເມືອງຄຳເກີດເປັນຕົ້ນແບບ ແລ້ວຈຶ່ງຈະຄ່ອຍຂະຫຍາຍໄປເມືອງອື່ນ.

https://scontent.fvte2-1.fna.fbcdn.net/v/t1.0-9/128598367_2036305773178744_8776773631213204924_o.jpg?_nc_cat=111&ccb=2&_nc_sid=b9115d&_nc_eui2=AeGZRcYsz_rAINIBrSKSZOSnGIkpCuqzfucYiSkK6rN-50_Wqsoqk8GhS8RQovm4fuHJCuCWWnkKy2eKKo9nH_FI&_nc_ohc=fHGMxL6lTtoAX-OX99V&_nc_ht=scontent.fvte2-1.fna&oh=9d5befdbbe1b6845a00af94c3e2bc033&oe=5FEEE440

ດ້ານທ່ານ ອຸເດດ ສຸວັນນະວົງ ໄດ້ກ່າວບາງຕອນວ່າ: ໃຫ້ ສຄອ ແຂວງບໍລິຄຳໄຊ ເພີ່ມພາລະບົດໂຕເອງໂດຍ ຖືເອົາ 6 ເສົາຄໍ້າເປັນຫຼັກຄື: ເສົາຄໍ້າທີ່1: ພົບປະພາກລັດ ແລະ ປັບປຸງແວດລ້ອມທຸລະກິດ; ເສົາຄໍ້າທີ່2: ຊຸກຍູ້ຊ່ວຍເຫຼືອ SME ແລະ ສູນບໍລິການ SME; ເສົາຄໍ້າທີ່3: ການສົ່ງເສີມຜະລິດຕະພັນລາວ; ເສົາຄໍ້າທີ່4: ການເຊື່ອມໂຍງພາກພື້ນ ແລະ ການສົ່ງເສີມການລົງທຶນ; ເສົາຄໍ້າທີ່5: ພັດທະນາຜູ້ປະກອບການ ແລະ ກິດຈະການຜູ້ໃຊ້ແຮງງານ ແລະ ເສົາຄໍ້າທີ່6: ພັດທະນາການຈັດຕັ້ງທຸລະກິດ, ສະມາຊິກ ແລະ ປະຊາສໍາພັນ. ພອ້ມກັນ ນັ້ນ ຄະນະ ກໍໄດ້ຢຽມຍາມ ໂຮງງານເອັສເຄ (SK) ລີດໝໍ້ ແປງໄຟຟ້າ ຂະໜາດໃຫຍ່ທີ່ທັນໄໝອີກດ້ວຍ.