WHO ເຕືອນ ໄຂ້ເລືອດອອກເຮັດໃຫ້ຊາວອາຟຣິກກາ ເສຍຊີວິດສູງກວ່າໂຄວິດ

79

ອົງການອະນາໄມໂລກ ( WHO ) ອອກມາເຕືອນວ່າ: ພາກໃຕ້ທະເລຊາຍຊາຮາຣາ ໃນທະວີບອາຟຣິກກາ ຈະມີຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກຫຼາຍກວ່າພະຍາດໂຄວິດ – 19, ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ບໍລິການສາທາລະນະສຸກປ່ຽນແປງ.

ອົງການອະນາໄມເຕືອນ ໃນບົດລາຍງານ ກ່ຽວກັບພະຍາດໄຂ້ເລືອດອອກ ສະບັບຫຼ້າສຸດວ່າ: ປີກາຍນີ້ພະຍາດໄຂ້ເລືອດອອກເຮັດໃຫ້ປະຊາກອນທົ່ວໂລກເສຍຊີວິດ ຫຼາຍກວ່າ 409.000 ຄົນ, ສ່ວນໃຫຍ່ເປັນເດັກນ້ອຍເກີດໃໝ່ໃນພື້ນທີ່ທຸກຍາກທີ່ສຸດຂອງທະວີບອາຟຣິກກາ ຄາດວ່າພະຍາດໂຄວິດ – 19 ຈະເຮັດໃຫ້ຕົວເລກຜູ້ເສຍຊີວິດອາດເພີ່ມສູງຂຶ້ນໃນປີນີ້.

ອົງການອະນາໄມໂລກຄາດຄະເນວ່າ  ຍອດຜູ້ເສຍຊີວິດ ຈາກພະຍາດໄຂ້ເລືອດອອກ ໃນເຂດທະເລຊາຍ ຊາຮາຣາ ຈະເພີ່ມຂຶ້ນ 20.000ຫາ1ແສນຄົນ, ສ່ວນໃຫຍ່ ເປັນເດັກເກີດໃໝ່ ແລະ ຍອດຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກໃນປີນີ້ ອາດຈະສູງກວ່າຍອດຜູ້ເສຍຊີວິດຈາກພະຍາດໂຄວິດ – 19. ເມື່ອປີຜ່ານມາທົ່ວໂລກມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ ທັງໝົດ 229 ລ້ານຄົນ. ປັດຈຸບັນຫຼາຍປະເທດໃນທະວີບອາຟຣິກກາ ພະຍາຍາມຢ່າງຕັ້ງໜ້າເພື່ອຕໍ່ສູ້ກັບພະຍາດດັ່ງກ່າວນີ້.