ເມືອງ​ສົບ​ເບົາ ສະຫຼຸບ​ການ​ແຂ່ງຂັນ​ກິລາ 3 ປະ​ເພດ ​ສະ​ເຫຼີ​ມສະຫຼອງ​ ວັນຊາດ 2 ທັນວາ 2020 ຄົບຮອບ 45 ປີ

206

ຕອນ​ເຊົ້າ​ຂອງ​ວັນ​ທີ 3 ທັນວາ 2020 ນີ້​ໄດ້​ມີ​ພິທີ​ສະຫຼຸບ​ການ​ແຂ່ງຂັນ​ກິລາ 3 ປະ​ເພດ ຂື້ນ​ຢູ່​ທີ​ຟາ​ມ​ໄຊ​ຂອງ​ ເມືອງສົບ​ເບົາ ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ​​ໄຊ​ຍະ​ແສງ ຊົງ​ຢົງ​ຢາ ກຳມະການ​ພັກ​ແຂວງ ​ເລຂາ​ພັກ​ເມືອງ ​ເຈົ້າ​ເມືອງ​ສົບ​ເບົາ, ທ່ານ ຄຳ​ລ້ຽນ ​ເພັດ​ສີ​ທອນ ຮອງ​ເລຂາ​ພັກ​ເມືອງ ປະທານ​ກວດກາ​ພັກ-ລັດ​ເມືອງ, ມີ​ການ​ນຳ​ຂັ້ນ​ເມືອງ, ພະນັກງານ​ລັດຖະກອນ, ອະນຸ​ກຳມະການ​ຕັດສິນ, ທີ​ມນັກ​ກິລາ​ແຕ່ລະ​ປະ​ເພດ ​ແລະ ນ້ອງ​ຫຼານ​ນັກຮຽນເຂົ້າ​ຮ່ວມ.

ຜົນ​ການ​ແຂ່ງຂັນ​ກິລາ​ແຕ່ລະ​ປະ​ເພດ​ປະກົດ​ວ່າ: ກິລາ​ບານ​ເຕະ​ຊາຍ ທີ​ມຊະນະ​ເລີດ​ໄດ້​ແກ່ທີ​ມ ບ້ານ​ວຽງ​ຮັງ ໄດ້​ຮັບຂັນ​ໜື່ງໜ່ວຍ ພ້ອມ​ດ້ວຍ​​ເງີ​ນສົດ 1,500,000 ກີບ, ຮອງ​ຊະນະ​ເລີດ​ໄດ້​ແກ່ທີ​ມ ບ້ານ​ສົບ​ເບົາ ໄດ້​ຮັບ​ເງີ​ນສົດ 1,000,000 ກີບ​, ອັນ​ດັບ​ທີ່​ສາມ​ໄດ້​ແກ່ ທີ​ມຫ້ອງການ​ສຶກສາ​ທິການ ​ແລະ ກິລາ​ເມືອງ ​ໄດ້​ຮັບ​ເງີ​ນສົດ 600,000 ກີບ; ປ​ະ​ເພດ​ໝາກ​ແລ້ ​ຍິງ ທີ​ມຊະນະ​ເລີດ​ໄດ້​ແກ່ ບ້ານ​ພຽງ​ໄຊ ​ໄດ້​ຮັບຂັນ​ໜື່ງໜ່ວຍ ພ້ອມ​ດ້ວຍ​​ເງີ​ນສົດ 1,000,000 ກີບ, ຮອງ​ຊະນະ​ເລີດ​ໄດ້​ແກ່ທີ​ມ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ ໄດ້​ຮັບ​ເງີ​ນສົດ 600,000 ກີບ​, ອັນ​ດັບ​ທີ່​ສາມ​ໄດ້​ແກ່ ທີ​ມກຸ່ມ​ເສດຖະກິດ ​ໄດ້​ຮັບ​ເງີ​ນສົດ 400,000 ກີບ; ສ່ວນ​ປະ​ເພດ​ໜ້າ​ເກັກ ຊາຍ ທີ​ມຊະນະ​ເລີດ​ໄດ້​ແກ່ທີ​ມ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ເມືອງ ໄດ້​ຮັບເງີ​ນສົດ 800,000 ກີບ, ຮອງ​ຊະນະ​ເລີດ​ໄດ້​ແກ່ທີ​ມ ກອງ​ບັນຊາ​ການ​ທະຫານ​ເມືອງ ໄດ້​ຮັບ​ເງີ​ນສົດ 500,000 ກີບ​, ອັນ​ດັບ​ທີ່​ສາມ​ໄດ້​ແກ່ທີ​ມ ກຸ່ມ​ເສດຖະກິດ ​ໄດ້​ຮັບ​ເງີ​ນສົດ 300,000 ກີບ ​​ເປັນ​ກຽດ​ຂື້ນມອບ​ລາງວັນ​ໃນ​ຄັ້ງ​ນີ້​ໂດຍ​ແມ່ນ​ທ່ານ ໄຊ​ຍະ​ແສງ ຊົງ​ຢົງ​ຢາ ກຳມະການ​ພັກ​ແຂວງ ​ເລຂາ​ພັກ​ເມືອງ ​ເຈົ້າ​ເມືອງ​ສົບ​ເບົາ ​ແລະ ທ່ານ ຄຳ​ລ້ຽນ ​ເພັດ​ສີ​ທອນ ຮອງ​ເລຂາ​ພັກ​ເມືອງ ປະທານ​ກວດກາ​ພັກ-ລັດ​ເມືອງ ຍັງ​ໄດ້​ຂື້ນມອບ​ລາງວັນ​ແຕ່ລະ​ປະ​ເພດ​ໃຫ້​ທີ​ມນັກ​ກິລາ ພ້ອມ​ທັງ​ປິດ​ການ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ລົງ.

ຂ່າວຈາກ: ສາຍ ສີສົມສັກ ຈາກພະແນກສຶກສາທິການ ແລະ ກິລາແຂວງຫົວພັນ