ເປີດປະຫວັດ ແອ່ ພອນວິໄຊມົງຄົນ ໜຸ່ມໄຟແຮງ ຜູ້ຜ່ານອຸປະສັກທີ່ລຳບາກສູ່ເຈົ້າຂອງບໍລິສັດ

124

ຊີວິດຂອງຄົນໆໜຶ່ງເຊື່ອບໍ່ວ່າຜ່ານຜ່າຫຍັງມາຫຼາຍໆຢ່າງທີ່ແຕກຕ່າງກັນ ກ່ອນຈະປະສົບຜົນສຳເລັດ ມັນບໍ່ແມ່ນເລື່ອງງ່າຍໆເລີຍ ດັ່ງໜຸ່ມຄົນນີ້ທີ່ຜ່ານຜ່າອຸປະສັກ ແລະ ມໍລະສຸມຊີ ວິດທີ່ຮ້າຍແຮງມາຫຼາຍໆຢ່າງ ( ເຮືອນໄຟໄໝ້, ສູນເສຍນ້ອງຊາຍ, ການເສຍສະຫຼະອະນາຄົດເພື່ອຄອບຄົວ, ຄອບຄົວລົ້ມລະລາຍ… ) ກ່ອນຈະມາເປັນເຈົ້າຂອງບໍລິສັດທີ່ຈະເປີດຕົວໃນປີ 2021 ນີ້, ອາຍຸພຽງ 27 ປີນີ້ ຄື: ແອ່ ພອນວິໄຊມົງຄົນ ໄຊຍະລາດ.

ແອ່ ພອນວິໄຊມົງຄົນ ໄຊຍະລາດ ຫຼື ຄົນໃນວົງການບັນເທີງລາວຄົງຮູ້ຈັກດີ ( ແອ່ ຜູ້ຈັດການນັກສະແດງ ) ເພາະເປັນຜູ້ໜຶ່ງທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງນັກສະແດງຫຼາຍໆຄົນ; ໜຸ່ມແອ່ ດັ້ງເດີມເປັນຄົນຫຼວງນໍ້າທາ ທີ່ດີ້ນຮົນເຮັດທຸກວິທີທາງໃຫ້ໄດ້ມາຮຽນ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ.

ໂດຍ ໜຸ່ມແອ່ ໄດ້ໃຫ້ສຳພາດວ່າ: ກ່ອນຈະມາເປັນຕົນເອງທຸກມື້ນີ້ ແມ່ນຜ່ານຫຼາຍໄລຍະ ຫຼາຍຕອນທີ່ຊີວິດທັງທໍ້ຖອຍ, ຜິດຫວັງ ແລະ ເສຍສະຫຼະຫຼາຍໆຢ່າງ ຕົນເກີດໃນຄອບຄົວຖານະປານກາງ, ຕອນທີ່ຮຽນຈົບ ມ 7 ເສັງໄດ້ທຶນຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ, ຄະນະອັກສອນສາດ, ພາກວິຊາພາສາຣັດເຊຍ. ຫຼັງຈາກຈົບມະຫາວິທະຍາໄລ ລະດັບປະລິນຍາຕີ ກໍໄດ້ເສັງເອົາທຶນໄປຮຽນຕໍ່ທີ່ປະເທດຣັດເຊຍ ສາຂາອອກແບບເສື້ອຜ້າແຟຊັນ ( Designer ).

ໃນຄອບຄົວມີອ້າຍເອື້ອຍນ້ອງທັງໝົດ 3 ຄົນ ແອ່ ເປັນອ້າຍກົກມີນ້ອງສາວ ແລະ ນ້ອງຊາຍ ທີ່ຫາກໍເກີດໄລຍະທີ່ຕົນເອງຈະໄປຮຽນຕໍ່ທີ່ຕ່າງປະເທດ ຫຼັງຈາກໄປຮຽນຕໍ່ໄດ້ 2 ປີ ກໍກັບມາຢາມບ້ານ ແລະ ໄລຍະນັ້ນເອງ ເປັນຄັ້ງທີ່ສູນເສຍນ້ອງຊາຍຫຼ້າ ອາຍຸພຽງ 2 ປີ ສາເຫດຕົກນໍ້າສ້າງ, ຕອນນັ້ນຄອບຄົວພໍ່ແມ່ ເສົ້າເສຍໃຈຫຼາຍ ເຊິ່ງເປັນປີທີ່ນ້ອງສາວກໍຮຽນຈົບ ມ 7 ແລະ ຕ້ອງໄປຮຽນຕໍ່ທີ່ປະເທດຈີນ ເພາະນ້ອງສາວໄດ້ທຶນໄປຮຽນ ຕໍ່; ເຫດການຄັ້ງນີ້ຈຶ່ງເຮັດໃຫ້ ແອ່ ຕ້ອງເສຍສາຫຼະເພື່ອຄອບຄົວ ແລະ ນ້ອງສາວ ເພາະວ່າຖ້ານ້ອງສາວໄປ ແລະ ຕົນເອງກໍໄປ ພໍ່ແມ່ບໍ່ມີເງິນພຽງພໍທີ່ຈະສົ່ງໃຫ້ທັງສອງຮຽນ ແລະ ເພິ່ນກໍຍັງຄົງເສຍໃຈກັບເຫດການສູນເສຍນ້ອງຊາຍຢູ່ ແອ່ ຈຶ່ງຕັດສິນໃຈດ໊ອບຮຽນຂອງຕົນເອງໄວ້ ເພື່ອໃຫ້ນ້ອງໄດ້ໄປຮຽນຕໍ່.

ຫຼັງຈາກສະພາບຈິດໃຈຂອງພໍ່ແມ່ດີຂຶ້ນ ແອ່ ຈຶ່ງຕັດສິນໃຈຂໍພໍ່ແມ່ຫາວຽກເຮັດທີ່ນະຄອນຫຼວງວຽງຈັນ ແລະ ໄດ້ພໍ້ກັບ ອ້າຍຕ້າ ເອແພັກ ໄດ້ໃຫ້ໂອກາດເຂົ້າເຮັດວຽກຢູ່ບໍລິສັດ Kaona Laos Advertising ເຮັດໜ້າທີ່ເປັນຜູ້ຈັດການນັກສະແດງໃນສັງກັດ. ທຸກຢ່າງກຳລັງເປັນໄປດ້ວຍດີ ແຕ່ກັບມາຮູ້ວ່າຄອບຄົວມີບັນຫາດ້ານການເງິນ ສາເຫດໜຶ່ງກໍມາຈາກໂຄວິດ ທຸລະກິດຄ້າຂາຍຂອງພໍ່ແມ່ລົ້ມລະລາຍຕິດໜີ້ຈໍານວນຫຼາຍ. ພ້ອມນັ້ນ, ຍັງມີສິ່ງທີ່ບໍ່ຄາດຄິດຄືຊີວິດຄູ່ພໍ່ແມ່ໄດ້ປະຮ້າງກັນ ເຊິ່ງຕອນນັ້ນກໍບໍ່ຮູ້ຈະເຮັດແນວໃດ ຮູ້ສຶກເສຍໃຈ ແລະ ຜິດຫວັງຫຼາຍ ໄດ້ແຕ່ຍອມຮັບການຕັດສິນໃຈຂອງພໍ່ແມ່ທັງ 2 ແລະ ຍອມຮັບຄວາມເປັນຈິງ. ຈຶ່ງຄິດໄດ້ວ່າຕໍ່ຈາກນີ້ເຮົາຄືຫົວໜ້າຄອບຄົວ ຕ້ອງໄດ້ເປັນເສົາຫຼັກເບິ່ງແຍງແມ່, ນ້ອງສາວ ແລະ ນ້ອງຊາຍທີ່ເອົາມາລ້ຽງ 1 ຄົນ ແລະ ຫຼານອີກ 2 ຄົນ ຕ້ອງໄດ້ຫາເງິນໃຊ້ໜີ້ໃຫ້ແມ່ອີກ ທັງໆທີ່ຮູ້ສຶກທໍ້ ແລະ ໝົດກຳລັງໃຈ ທຸກຢ່າງຄືມືດແປດດ້ານ ແຕ່ກໍຕ້ອງສູ້ຕໍ່ໄປ ແລະ ຕ້ອງຜ່ານມັນໄປໃຫ້ໄດ້.

ຊີວິດທີ່ກໍາລັງທົນທຸກຢູ່ໃນຂະນະນັ້ນ ບັນຫາຄວາມໂຊກຮ້າຍກັບມາເກີດຂຶ້ນຕໍ່ອີກ ເມື່ອມີອັນຕ້ອງເລີກກັບຄົນຮັກຕ້ອງຂໍຂອບໃຈທຸກໆກຳລັງໃຈທີ່ສົ່ງມາໃຫ້ ຈົນເຮັດໃຫ້ຜ່ານບັນຫາຫຼາຍໆຢ່າງມາໄດ້ ແລະ ຕ້ອງຂອບໃຈທຸກໆບັນຫາທີ່ເກີດຂຶ້ນໃນຊີວິດ ມັນເຮັດໃຫ້ຮຽນຮູ້, ເຂັ້ມແຮງ ເຂົ້າໃຈບັນຫາການໃຊ້ຊີວິດ ແລະ ເປັນຜູ້ໃຫຍ່ເຕັມຕົວ.

ຫຼ້າສຸດ ໜຸ່ມແອ່ ກໍໄດ້ເປີດ Modeling ເປັນຂອງຕົນເອງ ຮ່ວມກັບ ເອື້ອຍວຽງໄລ ເຈົ້າຂອງຮ້ານວຽງໄລເສີມຄວາມງາມ ຢູ່ແຂວງຫຼວງນໍ້າທາ, ໜຸ່ມແອ່ ໄດ້ບອກວ່າ: ເພາະຕົນເອງມັກຮັກວຽກໃນດ້ານວົງການບັນເທີງຢູ່ແລ້ວ ແລະ ມີໄວໜຸ່ມຫຼວງນໍ້າທາ ທີ່ມັກດ້ານວົງການບັນເທີງຢາກເຂົ້າມາເຮັດວຽກໃນດ້ານນີ້ ແອ່ ເລີຍຕັດສິນໃຈເປີດ VL Modeling Agency LNT ຂຶ້ນເພື່ອຈະມອບໂອກາດໃຫ້ນ້ອງໆຜູ້ທີ່ມັກດ້ານວົງການບັນເທີງ.

ທຸກໆຢ່າງທີ່ຜ່ານມາມັນກໍເປັນປະສົບການ ແລະ ບົດພິສູດວ່າ ແມ່ນຈະພົບພໍ້ບັນຫາຫຍັງທຸກຄົນສາມາດຜ່ານມັນໄດ້ ເລີ່ມຕົ້ນໃໝ່ໄດ້ສະເໝີ ແລະ ສານຕໍ່ສິ່ງທີ່ຝັນ ແລະ ເຮັດຕາມເປົ້າໝາຍທີ່ເຮົາຕັ້ງໃຈໄວ້ໄດ້ສະເໝີ ບໍ່ວ່າຈະເປັນບັນຫາໜັກໜ່ວງສ່ຳໃດຂໍພຽງມີໃຈສູ້ ກໍສາມາດຜ່ານພົ້ນມາໄດ້ ແລະ ແອ່ ກໍເຊື່ອວ່າທຸກບັນຫາມີທາງອອກສະເໝີ ແອ່ ກໍເປັນອີກຄົນໜຶ່ງທີ່ຢາກເຮັດໃຫ້ຄອບຄົວພູມໃຈໃນຕົວຕົນທີ່ເຮົາເປັນ ແລະ ມີທຸລະກິດເປັນຂອງຕົນເອງ ສາມາດລ້ຽງຄອບຄົວໃຫ້ມີຄວາມສຸກໄດ້, ເຮັດວຽກໃນວົງການບັນເທີງວຽກທີ່ເຮົາຮັກມັກ ແລະ ຈະພັດທະນາຕົນເອງໄປໃຫ້ໄກເທົ່າທີ່ຈະໄກໄດ້.