ບໍລິສັດ ຄໍາມະນີ ພ້ອມນໍາໃຊ້ນະໂຍບາຍ “ ບໍລິສັດໄດ້ ຊຸມຊົນໄດ້ ” ຂະຫຍາຍຕະຫຼາດສູ່ພາກໃຕ້ໃນປີໜ້າ

195

ຫຼັງຈາກປະສົບຜົນສໍາເລັດໃນການຂັບເຄື່ອນທຸລະກິດຢູ່ນະຄອນຫຼວງ ແລະ ສາຂາບາງແຂວງ ໄລຍະຜ່ານມາ.

ໃນປີ 2021 ຈະມາເຖິງ ທາງບໍລິສັດສ່ອງເຫັນໂອກາດຂະຫຍາຍພື້ນທີ່ບໍລິການສູ່ແຂວງພາກໃຕ້ຕື່ມອີກ ເນັ້ນປະຕິບັດຕາມແນວທາງສົ່ງເສີມວຽກເຮັດງານທໍາ ພາຍໃຕ້ຄໍາຂວັນ “ ບໍລິສັດໄດ້ ຊຸມຊົນໄດ້ ” ມີສ່ວນຮ່ວມໃນການພັດທະນາສັງຄົມນໍາກັນ ພ້ອມເສີມວຽກບໍລິການຕື່ມ.

ທ່ານ ຄໍາມະນີ ຣາຊະພົນ ປະທານບໍລິສັດ ຄໍາມະນີ ເຈເນີຣອນ ເຊີວິດ ໃຫ້ຮູ້ວ່າ: ບໍລິສັດສ້າງຕັ້ງຂຶ້ນໃນປີ 2014 ໂດຍເນັ້ນບໍລິການທໍາຄວາມສະອາດເປັນຫຼັກ ຄຽງຄູ່ກັບເຮັດໜ້າທີ່ກໍາຈັດແມງໄມ້ ແລະ ອະນາໄມ – ຮັກສາສວນ ປັດຈຸບັນກໍາລັງກຽມພ້ອມເພີ່ມການບໍລິການອະນາໄມ – ຕິດຕັ້ງ – ສ້ອມແປງແອ ແລະ ບໍລິການດ້ານອາຫານໃຫ້ບໍລິສັດຫ້າງຮ້ານຕ່າງໆ ບໍ່ວ່າຈະເປັນງານລ້ຽງ ຫຼື ງານປະຈໍາ.

ທ່ານກ່າວຕື່ມວ່າ: ບ້ານເຮົາກໍາລັງມີການພັດທະນາ ຫຼາຍໆຄົນຕ້ອງການຄວາມສະດວກສະບາຍຫຼາຍຂຶ້ນ ຈຶ່ງຢາກສະໜອງການບໍລິການໃຫ້ກວ້າງຂວາງ ແລະ ຫຼາກຫຼາຍກວ່າເກົ່າ. ນັບແຕ່ເລີ່ມກໍຕັ້ງເປັນຕົ້ນມາ ກໍຖືວ່າບໍລິສັດເຮົາໄປໃນທາງທີ່ດີຂຶ້ນ ແລະ ເປັນໄປຕາມຄວາມຄາດຫວັງຈາກທີມງານບໍ່ຮອດ 10 ຄົນປັດຈຸບັນ 200 ກວ່າຄົນ ໂດຍພວກເຮົາພະຍາຍາມປະຕິບັດຕາມແນວທາງນະໂຍບາຍກໍຄືການຊີ້ນໍາຂອງພັກ – ລັດ; ສົ່ງເສີມຄົນໃນພື້ນທີ່ມີວຽກເຮັດງານທໍາ. ນອກຈາກນັ້ນ, ຍັງໄດ້ຄໍານຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍບໍ່ເນັ້ນແຕ່ສ້າງລາຍຮັບເຂົ້າບໍລິສັດຢ່າງດຽວ ເຮົາຍັງມຸ່ງເນັ້ນການມີສ່ວນຮ່ວມໃນການພັດທະນາຊາດໄປພ້ອມໆກັນ ກໍຄື “ ບໍລິສັດໄດ້ ຊຸມຊົນໄດ້ ” ເປົ້າໝາຍຫຼັກຂອງພວກເຮົາຄື: ເມື່ອບໍລິສັດເຕີບໂຕພະນັກງານກໍໃຫ້ມີຢູ່ມີກິນໄປນໍາກັນ ແລະ ຊ່ວຍກັນພັດທະນາໃນເຂດຊຸມຊົນໄປຄຽງຄູ່ກັນ.

ຍ້ອນມີວິໄສທັດຊັດເຈນ ຈຶ່ງສາມາດດໍາເນີນການດ້ວຍດີເລື້ອຍມາ ປັດຈຸບັນມີສາຂາຢູ່ແຂວງຄໍາມ່ວນ ແລະ ຫຼວງພະບາງ ແຕ່ກໍສາມາດຮັບບໍລິການໃນບັນດາແຂວງອື່ນໆນໍາ.

ປະທານບໍລິສັດຍັງໃຫ້ຮູ້ເຖິງການພິກວິກິດໃຫ້ເປັນໂອກາດໃນໄລຍະໂຄວິດເລີ່ມລະບາດ ວ່າ: ຜົນກະທົບຂອງໂຄວິດ – 19 ມີກັບທຸກໆບໍລິສັດ ແຕ່ພວກເຮົາສາມາດຮັກສາພະນັກງານທັງໝົດໄວ້ໄດ້ ແລະ ຮັບບຸກຄະລາກອນເພີ່ມໃນເວລາຖັດມາ ເນື່ອງຈາກວ່າໄລຍະໂຄວິດລະບາດນັ້ນທາງບໍລິສັດກໍເພີ່ມຂອດບໍລິການສີດຢາຂ້າເຊື້ອທົດແທນໜ້າວຽກອະນາໄມ ເຊິ່ງກໍໄດ້ຮັບຜົນດີ; ແມ່ນຢູ່ວ່າໄລຍະໂຄວິດລູກຄ້າບໍ່ເພີ່ມ ແຕ່ການບໍລິການກໍບໍ່ເຖິງຂັ້ນວ່າຕັດຂາດ ໂດຍລວມແລ້ວບໍ່ມີຜົນກະທົບຈາກໂຄວິດ ເພາະມີການບໍລິການເພີ່ມ ແລະ ຫຼັງໆມາກໍມີ ຄວາມຕ້ອງການບໍລິການເພີ່ມຂຶ້ນ ຈາກກ່ອນໂຄວິດມີພະນັກງານ 100 ກວ່າຄົນ ປັດຈຸບັນເພີ່ມເປັນ 200 ກວ່າຄົນ.

ໃນໄລຍະປີນີ້ກໍາລັງສ້າງທີມປັບປຸງທີມ ປີໜ້າຈະບຸກດ້ານການບໍລິການອະນາໄມແອນັບແຕ່ລາຍບຸກຄົນ, ຄອບຄົວ ແລະ ບໍລິສັດ ເຊັ່ນ: ລ້າງແອ, ຕິດຕັ້ງແອ ຄວບຄູ່ກັບການເຮັດຄວາມສະອາດ ເພື່ອອໍານວຍຄວາມສະດວກສະບາຍໃຫ້ລູກຄ້າ ແລະ ການບໍລິການດ້ານອາຫານ: ບໍລິການປຸງແຕ່ງ ແລະ ເສີບອາຫານ ໂດຍມີທີມງານກຽມພ້ອມເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນັ້ນແມ່ນກຽມໄປເພີ່ມສາຂາຢູ່ນະຄອນປາກເຊ ແຂວງຈຳປາສັກ.

ຈາກການປະຕິບັດດີມີລະບຽບວິໄນ ຕະຫຼອດໄລຍະຜ່ານມາສົ່ງຜົນໃຫ້ບໍລິສັດສາມາດໄດ້ຮັບລາງວັນທຸລະກິດ 2 ປີຊ້ອນປີ 2019 ແມ່ນໄດ້ຮັບລາງວັນນັກທຸລະກິດໜຸ່ມດີເດັ່ນ ແລະ 2020 ໄດ້ຮັບລາງວັນທຸລະກິດສີຂຽວ ຊ່ວຍສ້າງຈຸດປ່ຽນ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນ ທີມງານກໍເຫັນ ຄວາມສໍາຄັນຫຼາຍຂຶ້ນ ພາກລັດກໍໃຫ້ຄວາມເຊື່ອໝັ້ນຫຼາຍຂຶ້ນ ຕະຫຼອດຮອດຜູ້ໃຊ້ບໍລິການກໍຍິ່ງໄວ້ວາງໃຈ.

ໃນໂອກາດວັນຊາດຄົບຮອບ 45 ປີນີ້ ກໍສຸດທີ່ພາກພູມໃຈ ແລະ ຂໍຂອບໃຈພັກ – ລັດທີ່ມີ ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ແນວທາງມາຕະຫຼອດ ໂດຍສະເພາະທ່ານນາຍົກ ທອງລຸນ ສີສຸລິດ ມີຫຼາຍໆຄັ້ງທີ່ທ່ານໂອ້ລົມວ່າ: “ ປະເທດຊາດ ຊິຈະເລີນກ້າວໜ້າໄດ້ກໍຍ້ອນຫົວ ໜ່ວຍທຸລະກິດ ” ກໍຂໍຂອບໃຈທີ່ຂັ້ນເທິງໃຫ້ຄວາມສໍາຄັນ ຈະພະຍາຍາມເຮັດໃຫ້ເຕັມທີ່ເພື່ອມີສ່ວນຮ່ວມໃນການພັດທະນາປະເທດຊາດ ບໍ່ແມ່ນວ່າການພັດທະນາຊາດຈະຂຶ້ນກັບບໍລິສັດໃດບໍລິສັດໜຶ່ງ ແລະ ບໍ່ແມ່ນພຽງເຈົ້າຂອງທຸລະກິດໃດໜຶ່ງ ແຕ່ມັນຂຶ້ນກັບທຸກໆຄົນ ບໍລິສັດພວກເຮົາຈຶ່ງເນັ້ນການພັດທະນາຄົນເປັນຫົວໃຈສໍາຄັນສະເໝີ, ທ່ານປະທານບໍລິສັດ ກ່າວ.