ແຂວງສາລະວັນ ສຸມໃສ່ພັດທະນາເສດຖະກິດ – ສັງຄົມ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ

165

ຕະຫຼອດໄລຍະ 45 ປີຜ່ານມາ ອຳນາດການປົກຄອງ  ແຂວງສາລະວັນ ທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ໄດ້ສຸມໃສ່ພັດທະນາເສດຖະກິດ – ສັງຄົມໃຫ້ເຂັ້ມແຂງ; ການແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຮັບຜົນສຳເລັດເປັນກ້າວໆມາ, ປັດຈຸບັນຄອບຄົວທຸກຍາກຍັງເຫຼືອພຽງ 4,9% ຂອງຄອບຄົວທັງໝົດ.

ທ່ານ ໂພໄຊ ໄຊຍະສອນ ເລຂາພັກແຂວງ, ຮັກສາການເຈົ້າແຂວງສາລະວັນ ກ່າວວ່າ: ຕະຫຼອດໄລຍະ 45 ປີ ອຳນາດການປົກຄອງແຂວງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນໄດ້ສຸມໃສ່ພັດທະນາເສດຖະ    ກິດ – ສັງຄົມ ໃຫ້ເຂັ້ມແຂງ ສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ ເຊິ່ງປັດຈຸບັນແມ່ນປະຕິບັດຕາມແນວທາງຂອງພັກ ແລະ ລັດວາງອອກ ສາມາດສ້າງບ້ານພັດທະນາ, ບ້ານວັດທະນະທຳ, ບ້ານແບບຢ່າງສາທາລະນະສຸກ ແລະ ບ້ານແບບຢ່າງອື່ນໆ ໄດ້ເປັນຈຳນວນຫຼວງຫຼາຍ; ບ້ານທຸກຍາກ – ຄອບຄົວທຸກຍາກ   ຫຼຸດລົງ; ໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ສ້າງບ້ານໃຫຍ່ຈຳນວນໜຶ່ງໃຫ້ກາຍເປັນໃຈກາງເສດຖະກິດ – ສັງຄົມ ແລະ ກໍ່ຕົວເປັນຮູບຮ່າງຄ້າຍຄືຕົວເມືອງນ້ອຍນັບມື້ເພີ່ມຂຶ້ນ, ຊົນນະບົດມີໂສມໜ້າໃໝ່, ຂະບວນການສ້າງສາພັດທະນາຄອບຄົວ ແລະ ສັງຄົມ ໄດ້ຫັນໄປສູ່ອັນໃໝ່ ແລະ ຖືກທິດ ຕາມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ສຳລັບຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໄລຍະ 5 ປີຜ່ານມາ ( 2016 – 2020 ).

  • ເສດຖະກິດຂະຫຍາຍຕົວໃນລະດັບ 7%, ໃນນັ້ນກະສິກໍາ – ປ່າໄມ້ ກວມເອົາ 41% ເພີ່ມຂຶ້ນ 4,8%, ອຸດສາຫະກໍາ ກວມເອົາ 22% ເພີ່ມຂຶ້ນ 9% ແລະ ການບໍລິການ ກວມເອົາ 37% ເພີ່ມຂຶ້ນ 8,2% ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 20.595 ຕື້ກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 9,7 ລ້ານກີບ ຫຼື ເທົ່າກັບ 1.147 ໂດລາ.

  • ການລົງທຶນປະຕິບັດໄດ້ 6.000 ຕື້ກວ່າກີບ ເທົ່າກັບ 81% ຂອງຜນການ. ໃນນັ້ນ, ການລົງທຶນຂອງລັດ ກວມ 8,13%, ທຶນຊ່ວຍເຫຼືອລ້າ – ກູ້ຢືມ ( ODA ) ກວມ 9,56%, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກວມ 62,56%, ທຶນທະນາຄານກວມ 10% ແລະ ການລົງທຶນຂອງປະຊາຊົນ ກວມ 9,71%.

  • ການເກັບລາຍຮັບເຂົ້າງົບປະມານ ( ຮອດທ້າຍເດືອນ 8 ປີ 2020 ) ປະຕິບັດໄດ້ 743 ຕື້ກວ່າກີບ, ທຽບໃສ່ແຜນການເທົ່າ 99%, ສະເພາະພູດທ້ອງຖິ່ນໄດ້ 536 ຕື້ກວ່າກີບ; ປະຕິບັດລາຍຈ່າຍໄດ້ 1.292 ຕື້ກີບ ເທົ່າກັບ 97% ຂອງແຜນການ ແລະ ການສົ່ງອອກສິນຄ້າ ໄດ້ 1.911 ຕື້ກີບ ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 91%, ມູນຄ່າສິນຄ້າການນຳເຂົ້າປະຕິບັດໄດ້ 805 ຕື້ກີບ ເພີ່ມຂຶ້ນ 51%.

  • ໄດ້ສຸມໃສ່ການຜະລິດ ເພື່ອຕອບສະໜອງດ້ານສະບຽງອາຫານໃຫ້ພຽງພໍ ຈຳນວນໜຶ່ງສົ່ງຂາຍເປັນສິນຄ້າ ເປັນຕົ້ນ: ຜະລິດເຂົ້ານາປີ ບັນລຸໄດ້ 1,9 ລ້ານກວ່າໂຕນ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 13% ເທົ່າກັບ 88% ( ບໍ່ໄດ້ຕາມແຜນການຍ້ອນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ ໃນປີ 2019 ແລະ ຊົນລະປະທານຈຳນວນໜຶ່ງເປ່ເພ ), ກາເຟ ປະຕິບັດໄດ້ 130 ພັນກວ່າໂຕນ ເທົ່າກັບ 77% ຂອງແຜນການ, ມັນດ້າງ 116 ພັນກວ່າໂຕນ ລື່ນແຜນການ 2 ເທົ່າຕົວ; ມັນຕົ້ນ 2,8 ລ້ານໂຕນ ເພີ່ມຂຶ້ນ 3 ເທົ່າຕົວ, ສາລີແຂງ 79 ພັນໂຕນ ລື່ນແຜນ 2 ເທົ່າຕົວ. ນອກຈາກນັ້ນ, ກໍໄດ້ສົ່ງເສີມການລ້ຽງສັດ ໄດ້ຂະຫຍາຍຕົວເປັນວົງກວ້າງ ເຊິ່ງສາມາດສະໜອງຊີ້ນ, ປາ ແລະ ໄຂ່ ສະເລ່ຍ 53 ກິໂລຕໍ່ຄົນຕໍ່ປີ.

  • ໄດ້ສຸມທຶນຮອນເຂົ້າໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 37 ຕື້ກີບ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ສົ່ງເສີມການສ້າງລາຍຮັບໃຫ້ຄອບຄົວປະຊາຊົນ. ມາຮອດປັດຈຸບັນບ້ານພັດທະນາໄດ້ເພີ່ມຂຶ້ນຈາກ 145 ບ້ານ ( ປີ 2015 ) ມາເປັນ 218 ບ້ານ ( ປີ 2020 ) ກວມ 37,6% ຂອງຈຳນວນບ້ານທັງໝົດ, ບ້ານທຸກຍາກຫຼຸດລົງ ຈາກ 68 ບ້ານ ( ປີ 2015 ) ຍັງເຫຼືອ 52 ບ້ານ ( ປີ 2020 ) ກວມ 8,9% ຂອງຈໍານວນບ້ານທັງໝົດ; ຄອບຄົວທຸກຍາກຫຼຸດລົງຈາກ 5.465 ຄອບຄົວ ( ປີ 2015 ) ຍັງເຫຼືອ 3.604 ຄອບຄົວ ( ປີ 2020 ) ກວມ 4,9% ຂອງຄອບຄົວທັງໝົດ.

  • ບັນດາຕານ່າງພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງ ແລະ ສ້ອມແປງຫຼາຍເສັ້ນ ສັງລວມແລ້ວ 5 ປີຜ່ານມາ ເສັ້ນທາງໄດ້ເພີ່ມຂຶ້ນ 502,72 ກິໂລແມັດ, ບ້ານມີເສັ້ນທາງໄປໄດ້ 2 ລະດູ ມີ 469 ບ້ານ, ໄປໄດ້ລະດູດຽວ 110 ບ້ານ.

  • ໄດ້ເອົາໃຈໃສ່ພັດທະນາການສຶກສາຢ່າງຕໍ່ເນື່ອງ ອັນສຳຄັນໄດ້ຍົກລະດັບການສຶກສານັບທັງຕົວເມືອງ ແລະ ຊົນນະບົດໃຫ້ມີຄວາມດຸນດ່ຽງກັນ, ສາມາດແກ້ໄຂບັນຫາການຂາດຄູໄດ້ລະດັບດີພໍສົມຄວນ ແລະ ໄດ້ປະກາດແຂວງຈົບຊັ້ນມັດທະຍົມຕົ້ນບຳລຸງ ເປັນແຂວງອັນດັບທີ 7 ໃນທົ່ວປະເທດ ໃນປີ 2019.

ອັດຕາເຂົ້າຮຽນລວມຂອງເດັກ 5 ປີ ກວມ 73% ລື່ນແຜນ 1%, ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນຂອງເດັກ 5 ປີ ສູງກວ່າ 60%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ກວມ 99,05% ລື່ນແຜນ 0,5%, ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມ ກວມ 99,02% ລື່ນແຜນ 0,2% ແລະ ອື່ນໆ.

  • ໄດ້ເອົາໃຈໃສ່ຍົກລະດັບການບໍລິການດ້ານສາທາລະນະສຸກໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ; ເປັນຕົ້ນການບໍລິການກວດພະຍາດ ແລະ ປິ່ນປົວບໍ່ເສຍຄ່າ, ການຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດບັນດາຄາດໝາຍຂອງການພັດທະນາແບບຍືນຍົງ ( SDG ), ການສັກຢາປ້ອງກັນພະຍາດລະບາດຕາມລະດູການ ແລະ ອື່ນໆ.