ທົ່ວປະເທດມີຕານ່າງເສັ້ນທາງຫຼາຍກວ່າ 58 ພັນກິໂລແມັດ

188

ຕະຫຼອດໄລຍະ 45 ປີ ວຽກງານໂຍທາທິການ ແລະ ຂົນສົ່ງ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ທັງການຄົມມະນາຄົມທາງນໍ້າ, ທາງບົກ ແລະ ທາງອາກາດ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ນັບແຕ່ປີ 1975 ເຖິງປັດຈຸບັນກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແມ່ນໄດ້ຈັດຕັ້ງປະຕິບັດວຽກງານຕາມສິດ ແລະ ພາລະບົດບາດທີ່ທາງລັດຖະບານ ໄດ້ມອບໝາຍໃຫ້ໂດຍໄດ້ສຸມໃສ່ວຽກງານພັດທະນາປະເທດຊາດໃນຂະແໜງການໂຍທາທິການ ແລະ ຂົນສົ່ງ ໄປຕາມທິດທາງການພັດທະນາແຕ່ລະໄລຍະ ເພື່ອເປັນການປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງສາມາດສ້າງຜົນງານທີ່ພົ້ນເດັ່ນ ດັ່ງນີ້:

▶ດ້ານການພັດທະນາ

ແມ່ນອີງໃສ່ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ 5 ປີ ຂອງລັດຖະບານກໍຄືຂອງກະຊວງ ຍທຂ ໃນແຕ່ລະໄລຍະ, ເຮັດໃຫ້ຕານ່າງເສັ້ນທາງທົ່ວປະເທດບັນລຸ 58.254 ກິໂລແມັດ, ມີຂົວທັງໝົດ 2.166 ແຫ່ງ, ມີເສັ້ນທາງໄປເຖິງທຸກແຂວງ ແລະ ທຸກເມືອງ, ໃນນັ້ນມີທາງປູຢາງໄປເຖິງ 144ເມືອງ.

ພ້ອມນີ້, ກໍໄດ້ມີການກໍ່ສ້າງທາງລົດໄຟຈຳນວນ 2 ເສັ້ນ ຄື: ທາງລົດໄຟລາວ – ໄທ ໄລຍະ 1 ແຕ່ໜອງຄາຍ ຫາ ທ່ານາແລ້ງ, ໄລຍະ 2 ແຕ່ທ່ານາແລ້ງ ຫາ ບ້ານຄຳສະຫວາດ ແລະ ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ( ໄລຍະທີ 1 ) ແຕ່ຊາຍແດນ ລາວ – ຈີນ  ຫາ ນະຄອນຫຼວງວຽງຈັນ ຄວາມຍາວ 409 ກິໂລແມັດ.

▶ ວຽກງານສະໜາມບິນ

ປັດຈຸບັນມີທັງໝົດ 13 ແຫ່ງ, ໃນນີ້ສະໜາມບິນສາກົນ 4 ແຫ່ງ, ສະໜາມບິນພາຍໃນ 9 ແຫ່ງ, ພິເສດໄດ້ປັບປຸງສະໜາມບິນສາກົນວັດໄຕ ໃຫ້ຍົນຂະໜາດໂບອິ້ງ 747 ລົງຈອດໄດ້.

▶ສຳລັບວຽກງານການສຳຫຼວດ – ອອກແບບວາງແຜນຜັງຊີ້ນຳລວມຂອງຕົວເມືອງ

ເປັນໜ້າວຽກໜຶ່ງທີ່ໄດ້ຮັບການພັດທະນາ ແລະ ປັບປຸງເປັນແຕ່ລະໄລຍະ ເຊິ່ງໄດ້ມີການເພີ່ມຂຶ້ນຈາກ 5 ຕົວເມືອງ ໃນປີ 1976 ມາເປັນ 143 ຕົວເມືອງ ໃນປີ 2020; ດ້ານການຂະຫຍາຍລະບົບນໍ້າປະປາກໍເຊັ່ນດຽວກັນ ໄດ້ຂະຫຍາຍເພີ່ມຂຶ້ນຈາກ 5 ເມືອງ ປີ 1976 ມາເປັນ 156 ຕົວເມືອງໃນປີ 2020.

▶ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ

ກະຊວງ ຍທຂ ໄດ້ຮັບອະນຸມັດໃຫ້ຈັດຕັ້ງປະຕິບັດໂຄງການຍຸດທະສາດມີເປົ້າໝາຍສະເພາະ ໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ນັບແຕ່ສົກປີ 2011 – 2012 ເປັນຕົ້ນມາ, ຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນ ຮອດທ້າຍເດືອນກັນຍາ 2020 ສາມາດປະຕິບັດສໍາເລັດສະເລ່ຍ 92,2% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທັງໝົດ.

ວຽກວາງຂາງຂົວ ສໍາເລັດໄດ້ 1.734 ຊ່ວງເສົາ ເທົ່າກັບ 88,70% ຂອງຈໍານວນຂາງທັງໝົດ; ວຽກການວາງລາງລົດໄຟໄດ້ເລີ່ມລົງມື ແລະ ສໍາເລັດແລ້ວ 140,80 ກິໂລແມັດ ໃນ ຄວາມຍາວທັງໝົດ 409 ກິໂລແມັດ ຫຼື ເທົ່າກັບ 34,43%.

ສໍາລັບການຊົດເຊີຍສິ່ງກີດ ຂວາງ ( ໄລຍະທີ 1 ) ແມ່ນສາມາດສໍາເລັດການມອບພື້ນທີ່ທັງໝົດເປັນລວງຍາວ 409 ກິໂລແມັດ ຕາມລວງຍາວຂອງເສັ້ນທາງລົດໄຟ ສັງລວມແລ້ວແມ່ນສາມາດປະຕິບັດໄດ້ 100%.

ພວມຈັດຕັ້ງປະຕິບັດການກໍ່ສ້າງໄລຍະ 2 ( ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ ຫາ ສະຖານີສິນຄ້າວຽງຈັນໃຕ້ ທ່ານາແລ້ງ )