ຕະຫຼາດລາວ – ອົດຊີ ມາທີ່ນີ້ໄດ້ຄົບຈົບຈຸດດຽວ ທັງສິນຄ້າອຸປະໂພກ – ບໍລິໂພກ

501

ຕະຫຼາດລາວ – ອົດຊີ ເປັນຕະຫຼາດສົດຂາຍສົ່ງທີ່ໃຫຍ່ລະດັບຕົ້ນໃນນະຄອນຫຼວງວຽງຈັນ ທີ່ຂຶ້ນຊື່ເລື່ອງພືດຜັກ ແລະ ຊີ້ນ, ປາສົດໃໝ່ທຸກມື້ ທີ່ນຳສົ່ງຈາກບັນດາແຂວງຕ່າງໆຂອງປະເທດມາລົງບ່ອນນີ້ກ່ອນກະຈາຍໄປສູ່ຕະຫຼາດອື່ນໆໃນນະຄອນຫຼວງວຽງຈັນ. ນອກນັ້ນ, ຍັງມີສິນຄ້າອຸປະໂພກ ແລະ ບໍລິໂພກຕ່າງໆ ເຮັດໃຫ້ມາທີ່ນີ້ໄດ້ສິນຄ້າຄົບຈົບຈຸດດຽວ.

ທ່ານ ນາງ ໄຊສົງຄາມ ສີຄຳແພງ ຜູ້ອຳນວຍການຕະຫຼາດລາວ – ອົດຊີ ກ່າວວ່າ: ຕະຫຼາດລາວ – ອົດຊີ ຕັ້ງຢູ່ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເປັນຕະຫຼາດຂາຍຍົກ – ຂາຍຍ່ອຍພືດຜັກ, ຊີ້ນປາ ແລະ ເຄື່ອງອຸປະໂພກໃນເນື້ອທີ່ທັງໝົດ 13 ເຮັກຕາ.

ພວກເຮົາໃສ່ຊື່: ຕະຫຼາດ  ລາວ – ອົດຊີ ຍ້ອນວ່າພື້ນຖານຂອງຄອບຄົວແມ່ນເປັນຄົນລາວທີ່ໄປອາໄສຢູ່ປະເທດອົສຕຣາລີ ແລ້ວຈາກນັ້ນກໍຍ້າຍກັບມາຢູ່ປະເທດລາວຄືນ, ດັ່ງນັ້ນເຮົາຈຶ່ງໃສ່ຊື່ຕະຫຼາດເຮົາວ່າ: “ ລາວ – ອົດຊີ ”.

ກ່ອນທີ່ຈະມາເປີດຕະຫຼາດແມ່ນເລີ່ມຈາກເຮັດທຸລະກິດຂາອອກ – ຂາເຂົ້າ, ໂດຍແມ່ນທ່ານ ສົມຈິດ ສີຄຳແພງ ເປັນປະທານ, ຕໍ່ມາ ທ່ານ ກົມມະລີ ສີຄຳແພງ ເຊິ່ງເປັນສາມີທາຍາດທຸລະກິດ ຮຸ່ນທີ 1 ເຂົ້າມາຮັບໄລຍະຕໍ່ຈາກພໍ່, ຕໍ່ມາໄດ້ຂໍໃຫ້ລູກຊາຍມາຊ່ວຍບໍລິຫານທຸລະກິດຢູ່ລາວ.

ໂດຍສ້າງທຸລະກິດໃໝ່ເປັນຕະຫຼາດສົດລາວ – ອົດຊີ, ຕໍ່ມາໄດ້ພັກດັນທຸລະກິດຕົນເອງໃຫ້ເປັນຕະຫຼາດຂາຍຍົກ – ຂາຍຍ່ອຍ ເປີດ 24 ຊົ່ວໂມງ ກ້າວເປັນຕະຫຼາດມາດຕະຖານຂອງນະຄອນຫຼວງວຽງຈັນ ໃນວັນທີ 23/02/2018 ໂດຍກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ້ອະນຸມັດ ແລະ ພາຍໃຕ້ການສະໜັບສະໜູນຈາກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ.

ຕະຫຼາດນີ້ເລີ່ມຕົ້ນສ້າງໄລຍະປີ 2009 ມາຮອດປັດຈຸບັນແມ່ນໄດ້ 11 ປີແລ້ວ, ໃນເບື້ອງຕົ້ນກໍມີແມ່ຄ້າມາຂາຍເຄື່ອງພຽງ 50 ຮ້ານ ຈົນມາປັດຈຸບັນມີກວ່າ 700 ກວ່າຮ້ານ ທີ່ມີແມ່ຄ້າມາຈາກເໜືອຕະຫຼອດໃຕ້.

ກ່ອນທີ່ຈະເຮັດໃຫ້ລູກຄ້ານິຍົມຕະຫຼາດເຮົາໄດ້ກໍບໍ່ໄດ້ງ່າຍເລີຍ ພວກເຮົາທຸ່ມເທທັງກາຍ ແລະ ໃຈ, ເອົາໃຈໃສ່ການບໍລິການເປັນຫຼັກ, ສ້າງຄວາມສະດວກໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ ພາຍໃຕ້ຄຳຂວັນທີ່ວ່າ: “ ການພັດທະນາເອົາໃຈໃສ່ຢ່າງບໍ່ຢຸດຢັ້ງ ເພື່ອຄວາມສະດວກຂອງພວກທ່ານ ຄືຄວາມພູມໃຈຂອງພວກເຮົາ ”, ທ່ານ ນາງ ໄຊສົງຄາມ ສີຄຳແພງ ກ່າວ.

ເລີ່ມຕົ້ນປີ 2020 ວິກິດໂຄວິດ – 19 ໄດ້ສ້າງຜົນກະທົບຕໍ່ທຸລະກິດສົມຄວນ ເພາະກຳລັງຊື້ – ຂາຍສັງຄົມຫຼຸດລົງ, ສິນຄ້ານຳສົ່ງມາຈາກບັນດາແຂວງຕ່າງໆບໍ່ສະດວກ. ຢ່າງໃດກໍຕາມ, ໃນວິກິດກໍມີໂອກາດ ເພາະສັງຄົມຫັນມາສູ່ການປູກຝັງ – ລ້ຽງສັດ, ເພິ່ງຕົນເອງກຸ້ມຕົນເອງ ຕາມນະໂນຍາຍຂອງລັດຖະບານ, ຫຼຸດຜ່ານການນຳເຂົ້າເຮັດໃຫ້ສິນຄ້າທີ່ປະຊາຊົນຜະລິດອອກສູ່ຕະຫຼາດຫຼາຍຂຶ້ນ ກາຍເປັນໂອກາດຂອງການປູກ – ການລ້ຽງ ເພື່ອເປັນສິນຄ້າຫຼຸດຜ່ອນການນຳເຂົ້າ.

ນອກນັ້ນ, ຕະຫຼາດພວກເຮົາເອງກໍໄດ້ປັບຕົວກາຍເປັນເຫັນໂອກາດການບໍລິການສົ່ງສິນຄ້າທຸກຢ່າງທີ່ໃນຕະຫຼາດໃຫ້ລູກຄ້າເຖິງທີ່ ຫຼື ເອີ້ນວ່າ Lao Aussie Delivery Service ເຊິ່ງເລີ່ມມີລູກຄ້າຫຼາຍຂຶ້ນ, ການບໍລິການນີ້ໄດ້ຊ່ວຍໃຫ້ບັນດາຮ້ານອາຫານ, ໂຮງແຮມຄວບຄຸມລາຍຈ່າຍລົງຕະຫຼາດໄດ້ດີແລ້ວ ຍັງໄດ້ສິນຄ້າຖືກຕ້ອງຕາມຈຳນວນ, ທ່ານ ນາງ ໄຊສົງຄາມ ສີຄຳແພງ ກ່າວເນັ້ນ.

ນອກຈາກນັ້ນ, ຕະຫຼາດພວກເຮົາຍັງຮ່ວມມືກັບບໍລິສັດຊີພີລາວ ໂດຍການນຳຊີ້ນໝູສະອາດທີ່ມີຄຸນນະພາບຈຳໜ່າຍໃຫ້ຜູ້ບໍລິໂພກນຳອີກ.

ທ່ານ ນາງ ໄຊສົງຄາມ ສີຄຳແພງ ກ່າວຕື່ມວ່າ: ຕະຫຼາດພວກເຮົາແມ່ນມີເນື້ອທີ່ກວ້າງ ຂວາງເກືອບ 13 ເຮັກຕາ, ມີ 3 ເດີ່ນຈອດລົດໃຫຍ່ ແລະ 1 ເດີ່ນກຳລັງດຳເນີນການ, ພ້ອມມີສະຖານທີ່ຮອງຮັບໄວ້ຄອຍບໍລິການລູກຄ້າຈາກທົ່ວທຸກ ແຂວງທົ່ວປະເທດ, ມີການຈັດໂຊນທີ່ເປັນລະບຽບ ທັງໝົດ 8ໂຊນ, ມີຫ້ອງນ້ຳໄວ້ຄອຍບໍລິການ, ມີສິນຄ້າຫຼາກຫຼາຍທັງສິນຄ້າອຸປະໂພກ ແລະ ບໍລິໂພກ ບໍ່ວ່າຈະເປັນສິນຄ້າພືດຜັກ, ອາຫານແຫ້ງ, ອາຫານຄາວທີ່ສົດໃໝ່ ແລະ ຖືກ ມີທັງຂາຍຍົກ ແລະ ຂາຍຍ່ອຍທຸກໆມື້ ທ່ານເຂົ້າມາທີ່ນີ້ຈະໄດ້ເຄື່ອງຄົບທີ່ຕ້ອງການ.

ການບໍລິຫານຈັດສັນຕະຫຼາດແມ່ນການພົວພັນກັບຄົນ ຈຶ່ງບໍ່ແມ່ນເລື່ອງງ່າຍໃນການບໍລິຫານຄຸ້ມຄອງ ໂດຍສະເພາະຕະຫຼາດສົດ, ແຕ່ລະມື້ເຮົາຕ້ອງພົບປະຜູ້ຄົນຫຼາຍຮ້ອຍພັນຄົນ ແລະ ຫຼາຍບັນຫາ. ແຕ່ສິ່ງທີ່ພວກເຮົາຢຶດຖືປະຕິບັດ ແມ່ນຖ້າມີບັນຫາຕ້ອງຮີບແກ້ ຄືຄຳຂວັນຂອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວວ່າ: “ ແກ້ບໍ່ໄດ້ ໃຫ້ແກ້ຄົນທີ່ບໍ່ແກ້ ”, ເຮົາຈຶ່ງເອົາມານໍາໃຊ້ເປັນນະໂຍບາຍການແກ້ປັນຫາຂອງພວກເຮົາ, ເອົາໃຈເພິ່ນ ມາໃສ່ໃຈເຮົາ, ບໍລິການໃຫ້ເຕັມທີ່, ແກ້ໄຂໃຫ້ຖືກຈຸດ ຖ້າບໍ່ມີຜູ້ຊື້ກໍບໍ່ມີຜູ້ຂາຍ ທາງຕະຫຼາດເຮົາກໍຕ້ອງຂອບອົກຂອບໃຈທຸກທ່ານທີ່ໃຊ້ບໍລິການຕະຫຼາດເຮົາຕະຫຼອດມາ.

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປິ ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນມາຍັງອົງການຈັດຕັ້ງພາກລັດທີ່ສະໜັບສະໜູນ ແລະ ໃຫ້ຂໍ້ມູນໄປຕາມທິດທາງເພື່ອພັດທະນາປະເທດຊາດລາວເຮົາໄປດ້ວຍກັນ, ຕະຫຼາດລາວ – ອົດຊີເຮົາຈຶ່ງຂໍເປັນສ່ວນໜຶ່ງໃນການຊຸກຍູ້ພັກດັນໃຫ້ເປັນບ່ອນທຳມາຫາກິນໃຫ້ປະຊາຊົນທຸກຄົນ ເພື່ອການພັດທະນາທີ່ບໍ່ຢຸດຢັ້ງ “ ປະຊາຊົນຈະເລີນ ປະເທດກໍຈະເລີນ ”.

ຂໍອວຍໄຊມາຍັງການນຳ  ພັກ – ລັດ, ປະຊາຊົນລາວ, ພໍ່ຄ້າແມ່ຄ້າທັງຜູ້ມາຊື້ ແລະ ມາຂາຍ ຈົ່ງມີສຸຂະພາບແຂງແຮງ, ຄ້າຂາຍລ້ຳລວຍ ປະສົບຜົນສຳເລັດທຸກວຽກງານ.