ML32 ແສງລັດສະໝີ ຂໍຕາມຝັນໃຫ້ເປັນຈິງໃນເວທີປະກວດນາງສາວລາວ

193

ບອກເລີຍສາວຄົນນີ້ບໍ່ທຳມະດາ ML32 ປູ ແສງລັດສະໝີ ໄວຍາກອນ ຫຼື ປູ ໝາຍເລກ ML32 ສາວງາມຈາກນະຄອນຫຼວງວຽງຈັນ ໃນເວທີນາງສາວລາວ 2020

ແສງລັດສະໝີ ໄວຍາກອນ ອາຍຸ 19 ປີ ສູງ170 ຊັງຕີແມັດ  ເປັນນັກສຶກສາລະດັບປະລິນຍາຕີ ປີສອງ ຄະນະທຸລະກິດການຄ້າຢູ່ມະຫາວິທະຍາໄລ Shanghai International Studies University ຢູ່ນະຄອນຊຽງໄຮ້ ປະເທດຈີນ.


ສາວ ປູ ແສງລັດສະໝີ ຜູ້ມາພ້ອມຄວາມເປັນຕົນເອງ, ເປັນຄົນທີ່ສະບາຍໆ ຖ້າຫາກໄດ້ຮູ້ຈັກໄດ້ລົມນຳກໍຈະຮູ້ວ່າເປັນຄົນທີ່ເປັນກັນເອງສຸດໆ

ແສງລັດສະໝີ ໄວຍາກອນໃຫ້ສຳພາດກັບທີມຂ່າວພວກເຮົາວ່າ ກຽມພ້ອມໜັກເປັນພິເສດເລີຍສຳລັບເວທີປະກວດນີ້ ເພາະປູບໍ່ເຄີຍມີປະສົບການທາງດ້ານວົງການບັນເທີງເດີນແບບຕ່າງໆ ລວມເຖິງການໃສ່ເກີບສົ້ນສູງ ຫຼັກໆເລີຍປູກໍຈະເລີ່ມຝຶກຊ້ອມຮຽນຢ່າງ ແລະ ສອງມາກໍຄືບຳລຸງຕົນເອງ ອອກກຳລັງກາຍໃຫ້ຮ່າງກາຍແຂງແຮງເພື່ອກຽມພ້ອມກັບທຸກສະຖານະການ.

ຄວາມໝັ້ນໃຈປູມາເຕັມຮ້ອຍເລີຍ ເພາະຄັ້ງໜຶ່ງໃນຊີວິດໄດ້ເຮັດຕາມສິ່ງທີ່ຕົນເອງຝັນ ແລະ ຕອນນີ້ໄດ້ເຂົ້າຮອບ 40 ຄົນກໍຖືວ່າຝັນສຳເລັດໄປອີກຂັ້ນແລ້ວ.


ສິ່ງທີ່ເຮັດໃຫ້ນ້ອງມາປະກວດເວທີນີ້ຍ້ອນວ່ານ້ອງມີຄວາມຝັນຕັ້ງແຕ່ນ້ອຍ ທີ່ຢາກມາຢືນຢູ່ເວທີ່ອັນຊົງກຽດນີ້ ຜ່ານເຂົ້າຮອບ 40 ຄົນມານ້ອງເອງກໍຮູ້ສຶກດີໃຈຫຼາຍເພາະວ່າຜູ້ເຂົ້າຮອບມິສລາວແຕ່ລະປີມີແຕ່ຜູ້ງາມໆ ເກັ່ງໆໝົດ ໂຕເຮົາເອງພໍໄດ້ເຂົ້າມາກໍຮູ້ສຶກວ່າຕ້ອງພະຍາຍາມຫຼາຍໆຂຶ້ນເພື່ອຈະໄດ້ເກັ່ງຄືລຸ້ນເອື້ອຍ ແຕ່ລະປີທີ່ຜ່ານມາ.


ປູໄດ້ບອກອີກວ່າ: ເປົ້າໝາຍໃນອະນາຄົດຢາກເຮັດຄວາມຝັນຂອງຕົນເອງໃຫ້ລຳເລັດ ກໍ່ຄືຫຼັງຈາກນີ້ ປູວາງແຜນໄວ້ວ່າຈະສຶກສາດ້ານການອອກແບບເສື້ອຜ້າ ຄວບຄູ່ກັບຄະນະທຸລະກິດການຄ້າທີ່ປູຮຽນຢູ່ ເພາະນອກຈາກຄວາມຝັນທີ່ຢາກປະກວດນາງງາມແລ້ວ ປູຍັງຢາກເປັນນັກອອກແບບເສື້ອຜ້າ ແລະ ມີທຸລະກິດເປັນຂອງຕົນເອງ.

.


ຝາກເຊຍ ຕິດຕາມ ປູ ແສງລັດສະໝີ ໄວຍາກອນ ML 32 ແນ່ເດີ້. ສາມາດຕິດຕາມນ້ອງໄດ້ທີ່ Facebook : Pou w’wayakone ແລະ Instagram : Swaya.P

.

.

.


ຂ່າວ: ເມລີ ພາບຈາກ: Pou w’wayakone